ທີມບານເຕະຊາຍ ຊຽງຂວາງ ເນັ້ນໃຊ້ນັກເຕະແຂວງ ລຸຍງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11

164

ເປັນອີກເຫດການທີ່ໜ້າຈັບຕາສໍາລັບ ການແຂ່ງຂັນບານເຕະຊາຍ ເຊິ່ງເປັນກີລາເອກ ໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 30 ທີ່ແຂວງຊຽງຂວາງ ທີ່ຈະຈັດຂຶ້ນລະຫວ່າງວັນທີ 22 ມີນາ – 1 ເມສາ 2020 ໂດຍຄວາມເຄື່ອນໄຫວຫຼ້າສຸດຂອງ ທີມແຂວງຊຽງຂວາງ ເຈົ້າພາບ ພ້ອມສົ່ງທີມເຂົ້າຮ່ວມແນ່ນອນ ໂດຍເນັ້ນໃຊ້ນັກເຕະຊາວແຂວງຊຽງຂວາງ ລຸຍຄວາມທ້າທາຍດັ່ງກ່າວ.

ງານມະຫະກໍາກີລາແຫ່ງຊາດ ຄັ້ງທີ່ຜ່ານມາກໍຄືຄັ້ງທີ 10 ທີ່ແຂວງອຸດົມໄຊ ເມື່ອປີ 2014 ແຂວງຊຽງຂວາງ ຢູ່ສາຍ ຄ ຮ່ວມກັບ ແຂວງອັດຕະປື, ຄໍາມ່ວນ, ຫຼວງນໍ້າທາ ແລະ ຫຼວງພະບາງ ປາກົດວ່າ: ແຂວງຊຽງຂວາງ ບໍ່ຜ່ານຮອບທໍາອິດ ຫຼັງລົງສະໜາມ 3 ນັດທໍາອິດສະເໝີ 1 ແລະ ເສຍ 2 ນັດໝົດສິດລຸ້ນຕໍ່. ຢ່າງໃດກໍຕາມ ໃນກີລາແຫ່ງຊາດຄັ້ງທີ 11 ໃນປີ 2020 ຊຽງຂວາງ ພ້ອມສົ່ງເຂົ້າຄົບ 28 ປະເພດກີລາ ໃນນັ້ນກໍມີກີລາບານເຕະຊາຍ ເຊັ່ນກັນ ພ້ອມຫວັງສ້າງຜົນງານໃຫ້ໄດ້ອັນດັບດີທີ່ສຸດ.

ຫຼ້າສຸດ ທ່ານ ທອງຜິວ ສີປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ໃຫ້ສໍາພາດກັບທີມຂ່າວພວກເຮົາ ເຖີງການກະກຽມທີມບານເຕະຊາຍຂອງເຈົ້າພາບວ່າ: ດັ່ງທີ່ຮູ້ ກີລາແຫ່ງຊາດຄັ້ງທີ 11 ກໍານົດແຂ່ງຂັນ 28 ປະເພດກີລາ ແລະ ຊຽງຂວາງ ສົ່ງເຂົ້າຮ່ວມໄດ້ພຽງແຕ່ 14-15 ປະເພດຈາກ 10 ຄັ້ງທີ່ຜ່ານມາ ແລະ ເຄີຍຍາດໄດ້ຫຼຽນໃນລະດັບກາງ, ແຕ່ໃນປີ 2020 ແຂວງຊຽງຂວາງ ມີຄວາມພ້ອມຈະສົ່ງຮ່ວມຄົບທັງ 28 ປະເພດກີລາ.

“ ໃນ 28 ປະເພດກີລາແຂວງຊຽງຂວາງ ກໍພ້ອມສົ່ງຮ່ວມຊີງໄຊປະເພດກີລາບານເຕະຊາຍ, ເຊິ່ງປັດຈຸບັນ ໄດ້ສົມທັບກັບທາງ ສະຫະພັນບານເຕະແຂວງຊຽງຂວາງ ໄດ້ມີການກະກຽມນັກກີລາຂອງທີມແຂວງ ໂດຍໄດ້ເນັ້ນຄັດເລືອກເອົານັກກີລາໃນແຂວງເປັນສ່ວນໃຫຍ່ ແລະ ເອີ້ນນັກກີລາຈໍານວນໜຶ່ງທີ່ມີສີດີເດັ່ນທີ່ຢູ່ໃນ ນະຄອນຫຼວງວຽງຈັນ ທີ່ເປັນຊາວແຂວງຊຽງຂວາງ ໄປຊ່ວຍເສີມທີມໃຫ້ແຂ່ງແກ່ນອີກ 4-5 ຄົນ ແລະ ກຽມເຂົ້ານອນສູນໃນໄວໆນີ້, ສ່ວນເປົ້າໝາຍຂອງທີມບານເຕະຊາຍຂອງພວກເຮົາ ຈະພະຍາຍາມສູ້ຊົນສຸດຂີດ ເພື່ອໃຫ້ໄດ້ອັນດັບດີ ” ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ກ່າວ.

ສໍາລັບ ແຂວງຊຽງຂວາງ ກໍານົດຈັດການແຂ່ງຂັນໃນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ລະຫວ່າງ 22 ມີນາ – 1 ເມສາ 2020, ຊີງໄຊ 28 ປະເພດກີລາຄື: ບານເຕະ, ແລ່ນ-ລານ, ບານບ້ວງ, ເທັນນິສ, ດອກປີກໄກ່, ກະຕໍ້, ປິ່ງປ່ອງ, ເທຄວັນໂດ, ມວຍປໍ້າ, ຢູໂດ, ປັນຈັກສີລັດ, ວູຊູ, ໝາກແລ້, ໝາກເສິກ, ເຮືອຊ່ວງ, ໝາກຂ່າງ, ໜ້າເກັກ, ຍິງທະນູ, ລົດຖີບ, ລອຍນໍ້າ, ບານສົ່ງໃນຮົ່ມ, ເປຕັງ, ໂບລິ້ງ, ກ໊ອຟ, ຍິີງປືນ, ມວຍລາວ, ມວຍສາກົນ ແລະ ສະນຸກເກີ.

(ຂ່າວ: ຄໍາສອນ )