W.I.G NAGA ຈົບອັນດັບທີ 6 ຂອງດິວິຊັນ 2 ລາຍການ TAR ທີ່ປະເທດແອັດສະປາຍ

308

W.I.G NAGA ຮຸ່ນອາຍຸບໍ່ເກີນ 11 ປີສໍາເລັດພາລະກິດການແຂ່ງຂັນລາຍການ TAR 2024 ທີ່ບາເຊໂລນາ ປະເທດແອັດສະປາຍ ລະຫວ່າງວັນທີ 24-28 ເມສາ 2024 ດ້ວຍການຈົບອັນດັບທີ 6 ຂອງດິວິຊັນ 2 ແລະ ຢູ່ອັນດັບທີ 22 ຈາກ 50 ທີມເຂົ້າຮ່ວມ.
W.I.G NAGA ຜົນງານຮອບແບ່ງກຸ່ມ ຊະນະ 2 ສະເຫມີ 1 ແລະ ເສຍ 1 ນັດ ຢູ່ທີ 2 ຂອງກຸ່ມ ແຕ່ໜ້າເສຍດາຍບໍ່ຕິດ 1 ໃນ 6 ທີມອັນດັບ 2 ທີ່ດີທີ່ສຸດບໍ່ໄດ້ໄປຕໍ່ໃນຮອບ 16 ທີມ, ຕົກລົງໄປຫຼິ້ນຮອບດິວິຊັນ 2 ໂດຍຜົນງານມີດັ່ງນີ້:
ຮອບແບ່ງກຸ່ມລົງສະໜາມນັດທໍາອິດສະເໝີ VILASSA DE MAR 1-1, ຊະນະ JABAC TERRASSA 1-0, ເສຍໃຫ້ ຣີລ ເບຕິສ 0-3 ແລະ ຊະນະ VIC RIUPRIMER REFO 2-1 ມີ 7 ຄະແນນຢຶດອັນດັບ 2 ຂອງກຸ່ມ ແຕ່ບໍ່ດີພໍທີ່ຈະຕິດ 1 ໃນ 6 ອັນດັບ 2 ທີ່ດີທີ່ສຸດບໍ່ໄດ້ໄປຕໍ່ໃນຮອບ 16 ທີມສຸດທ້າຍ ຕົກລົງໄປຫຼິ້ນໃນຮອບດິວິຊັນ 2 , ສ່ວນ ຣີລ ເບຕິສ ຊະນະ 4 ນັດລວດຜ່ານເຂົ້າຮອບ 16 ທີມສຸດທ້າຍ. ຂະນະທີ່ ຜົນງານຮອບດິວິຊັນ 2 ຂອງ W.I.G NAGA: ຊະນະ 1 ແລະ ເສຍ 2 ນັດຄວ້າອັນດັບທີ 6 ຂອງດິວິຊັນ 2 ເຊິ່ງຈັດຢູ່ອັນດັບທີ 22 ຂອງລາຍການ TAR ຈາກສະໂມສອນເຂົ້າຮ່ວມທັງໝົດ 50 ສະໂມສອນຈາກ 12 ຊາດ.
ສໍາລັບ ນັກເຕະເຍົາວະຊົນລາວ ທີ່ສາມາດຍິງປະຕູໃນທະວີບເອີຣົບ ກໍຄືໃນປະເທດແອັດສະປາຍ ໄດ້ເປັນຄົນທໍາອິດແມ່ນ ທ້າວ ອານຸສັກ ວິໄລກຸນ ກອງໜ້າຫົວໜ້າທີມຍິງປະຕູທໍາອິດໃນນັດສະເໝີກັບ VILASSA DE MAR 1-1 ແລະ ຍິງປະຕູທີ 2 ໃນນັດຍິງປະຕູໄຊພາທີມແຊງເອົາຊະນະ VIC RIUPRIMER REFO 2 ທີມຈາກປະເທດແອັດສະປາຍ, ສ່ວນອີກ 2 ປະຕູໄດ້ຈາກ ໄຊຍະສອນ ຄູນທະສອນ ແລະ ແຟ້ງ ແສງສຸລິນທາ ນີ້ເປັນ 3 ນັກເຕະລາວທີ່ຍິງປະຕູໃນລາຍການ TAR ຮອບສຸດທ້າຍ.
ສ່ວນແຊັມຕົກເປັນຂອງ ບາເຊໂລນາ ເຈົ້າພາບ ແລະ ແຊັມເກົ່າ ສາມາດບຽດເອົາຊະນະ ຣີລ ເບຕິາ 1-0 ຄວ້າແຊັມໄປຄອງ ແລະ ເປັນການປ້ອງກັນແຊັມໄດ້ອີກຄັ້ງ. ຂະນະທີ່ ອັນດັບ 3 ຕົກເປັນຂອງ US Villejuif Football ທີມຈາກຝຣັ່ງ ທີ່ເອົາຊະນະ ຣີລ ມາດຣິດ 3-0.
ທ່ານ ສອນວິໄລ ສີຫາວົງ ຄູຝຶກຂອງ W.I.G NAGA ຮຸ່ນອາຍຸບໍ່ເກີນ 11 ປີ ໃຫ້ສໍາພາດກ່ອນອອກເດີນທາງກັບ ສປປ ລາວ ວ່າ: ພູມໃຈກັບຜົນງານຂອງທີມເຍົາວະຊົນລາວ ກໍຄື W.I.G NAGA ທີ່ມາຫຼິ້ນໃນພາກພື້ນຂອງເອີຣົບ ໄດ້ເປັນຄັ້ງປະຫວັດສາດ ເຊິ່ງແນ່ນອນໄດ້ຫຼາຍໆຢ່າງໄດ້ຮຽນຮູ້ລະບົບ, ລະດັບ ແລະ ຄວາມແຂ່ງແກ່ນຂອງນັກເຕະເຍົາວະຊົນຂອງ ແອັດສະປາຍ ເພາະເກີດມາກໍບໍ່ເຄີຍເຫັນນັກກີລາເຍົາວະຊົນເກັ່ງປານນີ້ຈັກເທື່ອ ແນ່ນອນປະສົບການຄັ້ງນີ້ພວກເຮົາຈະນໍາໄປປັບປຸງ ແລະ ພັດທະນາຕໍ່ໄປ, ສ່ວນຄໍ່າຄືນຂອງວັນທີ 29 ເມສາ 2024 ພວກເຮົາຈະເດີນທາງກັບປະເທດຮອດ ສປປ ລາວ ປະມານວັນທີ 1 ພຶດສະພາ 2024.
ຮູບ-ຂ່າວ: Larh Creators