ເອົາຈິງ! ກະຊວງການເງິນ ຈະລົງວິໄນພະນັກງານ ຫາກພົບເຫັນລະເມີດລະບຽບກົດໝາຍ

147

ລັດຖະບານພະຍາຍາມແກ້ໄຂບັນຫາການສໍ້ລາດບັງຫຼວງ ຫຼື ການລະເມີດລະບຽບກົດໝາຍຂອງເຈົ້າໜ້າທີ່ພະນັກງານໃນກົງຈັກລັດໃຫ້ປະຕິບັດໜ້າທີ່ຢ່າງໂປ່ງໃສ, ຊອບທຳ ແລະ ກວດສອບໄດ້; ຫາກພົບເຫັນການກະທຳຝ່າຝືນຕໍ່ລະບຽບກົດໝາຍຈະຖືກລົງໂທດ ໂດຍສະເພາະແມ່ນພະນັກງານໃນຂະແໜງການເງິນທີ່ເປັນຜູ້ເຮັດວຽກໂດຍກົງ ຕໍ່ການເກັບລາຍຮັບເຂົ້າງົບປະມານທັງຢູ່ສູນກາງ ແລະ ທ້ອງຖິ່ນ; ດ້ານຮອງນາຍົກຊີ້ຜ່ານມາມີພະນັກງານບາງຄົນຖືກເອີ້ນມາກ່າວເຕືອນ ແລະ ປະຕິບັດວິໄນຕາມລະບຽບລັດຖະກອນແລ້ວ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໃຫ້ສໍາພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ 2 ປະຈໍາປີ 2019 ຜ່ານມາວ່າ: ໃນໄລຍະຜ່ານມາ ກະຊວງການເງິນ ໄດ້ເອົາໃຈໃສ່ກວດກາ ແລະ ຕ້ານບັນດາປາກົດການຫຍໍ້ທໍ້ໃນຖັນແຖວພະນັກງານຂະແໜງການຂອງຕົນຢ່າງຈິງຈັງຕະຫຼອດມາ ເປັນຕົ້ນແມ່ນ: ດຳເນີນການແຈ້ງຊັບສິນຂອງພະນັກງານ, ເປີດບັ້ນດຳເນີນຊີວິດການເມືອງ, ກວດກາການປະຕິບັດໜ້າທີ່ຂອງພະນັກງານຢູ່ບັນດາດ່ານພາສີ ເພື່ອໃຫ້ການເກັບລາຍຮັບໄດ້ຕາມແຜນ.

ຂະນະດຽວກັນ, ຂະແໜງການເງິນກໍໄດ້ມີການປະຕິບັດວິໄນຢ່າງເຂັ້ມງວດຕໍ່ພະນັກງານຜູ້ທີ່ກະທຳຜິດໃນຫຼາຍກໍລະນີຕາມລະບຽບກົດໝາຍກຳນົດໄວ້ ເພື່ອເຮັດໃຫ້ພາບຫຼັກ ແລະ ການປະຕິບັດໜ້າທີ່ຂອງພະນັກງານໃນຂະແໜງການເງິນມີຄວາມເຂັ້ມແຂງ, ບໍລິສຸດ – ໂປ່ງໃສ. ຄຽງຄູ່ກັນນັ້ນ, ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມຈົ່ງຊ່ວຍກັນຕິດຕາມກວດກາ ແລະ ປະກອບສ່ວນຢ່າງຈິງໃຈໃນການແຈ້ງຜູ້ມີພຶດຕິກຳທີ່ບໍ່ດີຈາກການກະທຳຂອງພະນັກງານທີ່ເຫັນວ່າເປັນການກະທຳທີ່ຜິດຕໍ່ລະບຽບກົດໝາຍ ເພື່ອຈະໄດ້ພ້ອມກັນກວດກາ ແລະ ແກ້ໄຂປາກົດການຫຍໍ້ທໍ້ດັ່ງກ່າວໄດ້ຖ່ວງທັນ.

ທ່ານຮອງນາຍົກ ຍັງອະທິບາຍຕື່ມວ່າ: ໃນກໍລະນີພະນັກງານພາສີ – ອາກອນທີ່ມີການຕໍ່ລອງກັບຜູ້ປະກອບການນັ້ນ ສ່ວນໃຫຍ່ແມ່ນລັກສະນະມອບເໝົາ ເພາະຜູ້ປະກອບການເອງກໍຢາກຫັນໄປນໍາໃຊ້ເຄື່ອງມືທັນສະໄໝທີ່ມີຢູ່ ເພື່ອສະດວກໃນການມອບພັນທະເຂົ້າງົບປະມານ, ແຕ່ພະນັກງານຈໍານວນໜຶ່ງພັດບໍ່ຢາກເຮັດ ເພາະມັນເປັນ ຄວາມຊິນເຄີຍ ເຊິ່ງພວກເຮົາກໍພະຍາຍາມແກ້ໄຂຢ່າງຕັ້ງໜ້າ ເພື່ອເຮັດແນວໃດບໍ່ໃຫ້ມີຫາງສຽງຕໍ່ວ່າຈາກສັງຄົມ ຖ້າຫາກກວດເຫັນກໍຈະຖືກວິໄນ ເພາະພວກເຮົາມີ 10 ຂໍ້ຫ້າມ ຂອງກະຊວງການເງິນວາງອອກ ແລະ ຜ່ານມາກໍມີຫຼາຍຄົນຖືກດໍາເນີນຄະດີຢູ່ຂັ້ນສານ, ແຕ່ຖ້າຫາກມີຄວາມຜິດຮ້າຍແຮງກໍ ຖືກໄລ່ອອກຈາກລັດຖະກອນຕາມລະບຽບ – ຫຼັກການ. ມາຮອດປັດຈຸບັນ ເຫັນວ່າສະຕິໃນການຕື່ນຕົວປະຕິບັດລະບຽບວິໄນເຫັນວ່າດີຂຶ້ນກວ່າແຕ່ກ່ອນຫຼາຍ, ຂະນະດຽວກັນຜູ້ປະກອບການຫຼາຍຄົນກໍມີຄວາມຈິງໃຈຢາກປະຕິບັດພັນທະຕາມລະບຽບກົດໝາຍ ຖ້າຫາກວ່າຂັດຂວາງຜົນປະໂຫຍດ ຫຼື ບໍ່ເອື້ອອໍານວຍຄວາມສະດວກຕ່າງໆ ໃຫ້ແຈ້ງມາຍັງກະຊວງການເງິນ ເພື່ອຈະໄດ້ນໍາໄປພິຈາລະນາຮີບດ່ວນ.

[ ຂ່າວ: ສົມສະຫວິນ; ຮູບ: ສອນໄຊ ]