ເກີດເຫດໄຟໄໝ້ສວນສັດ ໃນປະເທດເຢຍລະມັນ ເນື່ອງຈາກຈູດໂຄມສະຫຼອງປີໃໝ່

74

ໄຟໄໝ້ສວນສັດ ໃນເມືອງທາງພາກຕາເວັນຕົກຂອງເຢຍລະມັນ ໄລຍະທ່ຽງຄືນ ພຽງບໍ່ເທົ່າໃດນາທີຫຼັງກ້າວເຂົ້າສູ່ປີໃໝ່ ເຮັດໃຫ້ສັດທີ່ຂັງໃນຄອກຖືກໄຟໄໝ້ຈົນຕາຍຢ່າງທາລຸນກວ່າ 30 ໂຕ ລວມທັງລີງນ້ອຍໃຫຍ່ ເຈົ້າໜ້າທີ່ຕຳຫຼວດເປີດເຜີຍ ສາເຫດຂອງໄຟໄໝ້ອາດຈະເກີດຈາກໂຄມໄຟທີ່ປະຊາຊົນຈູດສະຫຼອງປີໃໝ່ ຕົກລົງໃນສວນສັດ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເບີລິນ ປະເທດເຢຍລະມັນ ເມື່ອວັນທີ 1 ມັງກອນ  ວ່າ ປະຊາຊົນທີ່ເຫັນເຫດການໄດ້ເປີດເຜີຍກັບເຈົ້າໜ້າທີ່ວ່າ ມີໂຄມໄຟເຈ້ຍທີ່ມີໄຟຢູ່ພາຍໃນ ເຊິ່ງປະຊາຊົນປ່ອຍຂຶ້ນສູ່ທ້ອງຟ້າ ເພື່ອສະຫຼອງຕ້ອນຮັບວັນປີໃໝ່ ເມື່ອເວລາປະມານທ່ຽງຄືນຂອງວັນທີ 31 ທັນວາ ໃນເມືອງເຄຣເຟລ ໂຄມໄຟລອຍລົງຕໍ່າເຂົ້າໄປໃກ້ສວນສັດຂອງເມືອງ ກ່ອນທີ່ຈະເກີດໄຟຈະລຸກໄໝ້ ຢ່າງໄວວາ ເຈົ້າໜ້າທີ່ຕຳຫຼວດ ແລະ ໜ່ວຍດັບເພີງເຄຣເຟລ ທີ່ຢູ່ໃກ້ຊາຍແດນປະເທດເນເທີແລນ ໄດ້ຮັບແຈ້ງເຫດ ເມື່ອເວລາ 00.38 ໂມງ ຂອງວັນພຸດ.

ເຈົ້າໜ້າທີ່ສວນສັດເຄຣເຟລ ກ່າວວ່າ ມີສັດທີ່ຖືກໄຟໄໝ້ຕາຍຫຼາຍກວ່າ 30 ໂຕ ຢູ່ໃນກົງ ມີລີງອຸລາອຸຕັງ 5 ໂຕ, ຊິມແປນຊີ 1 ໂຕ, ກໍຣິລາ 2 ໂຕ, ລີງນ້ອຍຫຼາຍໂຕ. ນອກຈາກນີ້, ຍັງມີເຈຍ ແລະ ນົກຫຼາຍຊະນິດ. ເຈົ້າໜ້າທີ່ດັບເພີງສາມາດຊ່ວຍຊີວິດລີງໄດ້ພຽງ 2 ໂຕ ເປັນລີງຊິມແປນຊີ ຊື່ ບອລລີ ເພດແມ່ ອາຍຸ 40 ປີ ແລະ ລິມໂບ ລີງໄວໜຸ່ມ ໂດຍລີງທັງສອງໂຕມີຮອຍບາດຖືກໄຟໄໝ້ ແຕ່ອາການບໍ່ຮ້າຍແຮງ.

ທ່ານເກີດ ຮອບມານ ຫົວໜ້າຫ້ອງການຕຳຫຼວດປາບປາມອາຊະຍາກຳ ເມືອງເຄຣເຟລ ກ່າວວ່າ ການໃຊ້ໂຄມໄຟເຈ້ຍລອຍຟ້າເປັນສິ່ງທີ່ຜິດກົດໝາຍໃນເມືອງເຄຣເຟລ ແລະ ເມືອງອື່ນໆ ເກືອບທົ່ວປະເທດເຢຍລະມັນ ພ້ອມກັບຮຽກຮ້ອງໃຫ້ປະຊາຊົນທີ່ປ່ອຍໂຄມໄຟ ຫຼື ປະຊາຊົນຜູ້ທີ່ເຫັນເຫດການ ຍອມ ເຂົ້າມອບຕົວ ຫຼື ເຂົ້າໃຫ້ປາກຄຳແກ່ເຈົ້າໜ້າທີ່ຕຳຫຼວດ.