9 ວິທີ ໃຫ້ຊ່ວງເມົາຄ້າງ

103

ສໍາລັບສາຍມັນທັງຫຼາຍຄົງຈະມີການສັງສັນ ກິນດື່ມ ສະຫຼອງວັນສິ້ນປີ ແລະ ວັນປີໃໝ່ກັນຢ່າງເມົາມັນ ກໍຄົງມີການດື່ມກິນກັນຢ່າງມີຄວາມສຸກ ແຕ່ຫຼັງຈາກນັ້ນທີ່ມັກພົບພໍ້ເປັນປະຈໍາກໍຄົງເປັນອາການເມົາຄ້າງ, ເມື່ອຍລ້າຈາກການດື່ມໜັກ ແຕ່ບໍ່ເປັນຫຍັງມື້ນີ້ແອັດມິນຈະມາແນະນໍາ 9 ວິທີເຮັດໃຫ້ຊ່ວງເມົາ ກຽມພ້ອມປະຕິບັດໜ້າທີ່ໃນມື້ທັດໄປໄດ້ຢ່າງສົດຊື່ນເປັນແົກກະຕິມາຝາກກັນດັ່ງນີ້:

1 ຫາເຄື່ອງດື່ມທີ່ມີວິຕາມິນບີ ແລະ ຊີ ນໍ້າສົ້ມ ນໍ້າໝາກນາວ ຈະຊ່ວຍຫຼຸດອາການເມົາຄ້າງໄດ້ ແລະ ຫຼຸດອາການເຈັບ ມຶນຫົວໄດ້ ແລະ ກໍຄວນດື່ມນໍ້າລ້າໆຄວບຄູ່ກັນໄປພ້ອມ ເພາະຫຼັງຈາກທີ່ເຮົາກິນດື່ມໄປຮ່າງກາຍຂອງເຮົາເສຍນໍ້າຫຼາຍ.

2 ໄຂ່ຕົ້ມ ທີ່ມີໂປຕິນເຮັດໜ້າທີ່ຂັບສານຜິດອອກຈາກຮ່າງກາຍ ແລະ ເຂົ້າໜົມປັງຈະຊ່ວຍດູດຊັບສານຜິດ ປ້ອງກັນອາການປວດຮາກໄດ້.

3 ຢາແກ້ປວດ

4 ກາເຟ

5 ດື່ມນໍ້າເກືອແຮ່

6 ອອກກໍາລັງກາຍກໍຊ່ວຍໃຫ້ເຊົາເມົາໄດ້

7 ດື່ມນໍ້າຂີງ

8 ໝາກກ້ວຍຫອມ

9 ກິນອາຫານທີ່ມີລົດຈັດ ຫຼື ອາຫານທີ່ອຸ່ນໆເຊັ່ນ: ເຂົ້າປຽກເຂົ້າ, ຕໍາສົ້ມ…

ແຕ່ລະຂໍ້ບໍ່ຍາກເລີຍແມ່ນບໍ ລອງຫາມາກິນແກ້ເມົາໄດ້ເລີຍ ແຕ່ທາງທີ່ດີການດື່ມສິ່ງມຶນເມົາຫຼາຍເກີນໄປອາດສົ່ງຜົນເສຍຕໍ່ຮ່າງກາຍທ່ານໄດ້ ແລະ ອາດເປັນອັນຕະລາຍຕໍ່ຊີວິທ່ານ ແລະ ຄົນອື່ນໄດ້ໂດຍສະເພາະໃນການຂັບຂີ່ ແນວໃດກໍເປັນຫ່ວງແຟນຂ່າວທຸກຄົນເດີ້ ສະບາຍດີປີໃໝ່ 2020.