ອິນແປງ ກຣຸບ ລົງທຶນ 126 ລ້ານໂດລາ ພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດ

182

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັບມື ບໍລິສັດ ອິນແປງ ກຣຸບ ຈຳກັດ ລົງນາມຮ່ວມກັນພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດ ທີ່ເມືອງປາກຊັນ ແຂວງບໍລິຄຳໄຊ ມີເນື້ອທີ່ທັງໝົດ 966,6 ເຮັກຕາ ເພື່ອສ້າງສວນໃຫ້ໄດ້ມາດຕະຖານສາກົນ ແລະ ມີ ຄວາມຍືນຍົງ ແນໃສ່ພັດທະນາໃຫ້ເປັນສູນກາງການຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ, ສົ່ງເສີມນະວັດຕະກຳ ໂດຍການມີສ່ວນຮ່ວມຂອງປະຊາຊົນບັນດາເຜົ່າໃຫ້ຫຼາຍຂຶ້ນ ເຊິ່ງໂຄງການດັ່ງກ່າວ ບໍລິສັດ ອິນແປງ ກຣຸບ ຈຳກັດ ເປັນຜູ້ລົງທຶນດ້ວຍງົບປະມານ 126 ລ້ານໂດລາ.

ໂຄງການພັດທະນາສວນອຸທິຍານວິທະຍາສາດແຫ່ງຊາດດັ່ງກ່າວ ຕັ້ງຢູ່ເຂດບ້ານກ້ວຍ – ຫີນລາດ ແລະ ບ້ານພອນຈະເລີນ ເມືອງປາກຊັນ ແຂວງບໍລິຄຳໄຊ ມີເນື້ອທີ່ທັງໝົດ 966,6 ເຮັກຕາ ປະກອບມີ: ເຂດສວນອຸທິຍານ, ເຂດສຶກສາ, ຄົ້ນ ຄວ້າ ແລະ ສາທິດວິທະຍາສາດ, ເຂດເຕັກໂນໂລຊີຊັ້ນສູງ, ເຂດການຄ້າ ແລະ ບໍລິການ, ເຂດສວນສາທາລະນະ, ບ່ອນຈອດລົດ ແລະ ອື່ນໆ ແນໃສ່ເພື່ອພັດທະນາເຂດດັ່ງກ່າວໃຫ້ເປັນພື້ນຖານໂຄງລ່າງໃນການພັດທະນາຊັບພະຍາກອນມະນຸດ, ເປັນສູນຖ່າຍທອດການຮຽນຮູ້ – ການສົ່ງເສີມນະວັດຕະກຳການພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໂດຍສອດຄ່ອງກັບນະໂຍບາຍຂອງພັກ ແລະ ລັດຖະບານ ເຊິ່ງການພັດທະນາໂຄງການດັ່ງກ່າວ ຈະໃຊ້ງົບປະມານຫຼາຍກວ່າ 126 ລ້ານໂດລາ ຫຼື ປະມານ 1 ພັນກວ່າຕື້ກີບ ໂດຍ ບໍລິສັດ ອິນແປງ ກຣຸບ ຈຳກັດເປັນຜູ້ລົງທຶນ.

ພິທິລົງນາມເຊັນສັນຍາດັ່ງກ່າວຈັດຂຶ້ນໃນວັນທີ 30 ທັນວາ 2019 ຢູ່ທີ່ສວນນໍ້າອິນແປງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍແມ່ນ ທ່ານ ພຸດທະສັກ ວິຈິດຕຣາ ຫົວໜ້າຫ້ອງການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ທ່ານ ແອັດ ພັນນີວົງ ປະທານ ບໍລິສັດ ອິນແປງກຣຸບ ຈຳກັດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ບັນດາທ່ານຮອງລັດຖະມົນຕີ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.