ຈະພັດທະນາໂປຣແກຣມ ຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນ ແຂວງຫຼວງພະບາງ

181

ພິທີເຊັນສັນຍາການຂຽນໂປຣແກຣມລະບົບຄົບຊຸດ ຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນ ແຂວງຫຼວງພະບາງ ກັບ ບໍລິສັດ ເອພີໄອເອັສ ຈຳກັດ ຜູ້ຂຽນໂປຣແກຣມ ໄດ້ຈັດຂຶ້ນເມື່ອມໍ່ໆມານີ້ທີ່ຫ້ອງປະຊຸມພະແນກການເງິນແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄິນຄຳ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ, ທ່ານ ນາງ ສິລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີຕາງໜ້າພະແນກການກ່ຽວຂ້ອງອ້ອມຂ້າງແຂວງ ຫ້ອງການສ່ວຍສາອາກອນແຂວງ ຫຼວງພະບາງ ພ້ອມດ້ວຍວິຊາການຂອງບໍລິສັດເຂົ້າຮ່ວມ.

ຈຸດປະສົງຫຼັກໃນການໃຊ້   ໂປຣແກຣມທີ່ທັນສະໄໝ ກໍເພື່ອເປັນການພັດທະນາລະບົບຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນມີຄວາມສະດວກວ່ອງໄວ ແລະ ຊ່ວຍໃຫ້ການປະຕິບັດໜ້າທີ່ວຽກງານວິຊາສະເພາະທາງດ້ານວິຊາການສະດວກສະບາຍຫຼາຍຂຶ້ນ, ຮັບປະກັນຄວາມປອດໄພ, ຊັດເຈນ, ປ້ອງກັນການຮົ່ວໄຫຼຂອງງົບປະມານໄດ້ເປັນຢ່າງດີ, ການເປັນຄູ່ຮ່ວມພັດທະນາລະບົບຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນທັງສອງຝ່າຍນີ້ ເຊິ່ງ ບໍລິສັດ ເອພີໄອເອັສ ຈຳກັດ ຈະເປັນຜູ້ຂຽນໂປຣແກຣມບັນຊີແບບຄົບຊຸດ ເປັນຕົ້ນແມ່ນບັນຊີວິສາຫະກິດ, ການອອກໃບບິນຕ່າງໆກ່ຽວກັບເຮືອນພັກ, ໂຮງແຮມ, ການບໍລິການທ່ອງທ່ຽວ ແລະ ບໍລິສັດຂາເຂົ້າ – ຂາອອກ ໃຫ້ເຂົ້າສູ່ລະບົບທີ່ທັນສະໄໝ.

Image may contain: 12 people, people standing and suit

ຈາກນັ້ນ, ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນແຂວງ, ທ່ານ ຄຳມົນ ຈັນທະວົງ ຫົວໜ້າຫ້ອງການສ່ວຍສາອາກອນແຂວງ ແລະ ທ່ານ ຄຳຫຼ້າ ສຸລິຍະສັກ ປະທານ ບໍລິສັດ ເອພີໄອເອັສ ຈຳກັດ ຜູ້ພັດທະນາລະບົບໂປຣແກຣມທີ່ທັນສະໄໝໃນ ສປປ ລາວ ໄດ້ພ້ອມກັນລົງນາມເຊັນສັນຍາການຂຽນໂປຣແກຣມລະບົບຄົບຊຸດ ຄຸ້ມຄອງການເກັບລາຍຮັບຂອງສ່ວຍສາອາກອນແຂວງຫຼວງ ພະບາງຢ່າງເປັນທາງການ ໂດຍຊ້ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ.