ປະເທດທຸກຍາກ ອາດບໍ່ໄດ້ວັກແຊັງປ້ອງກັນໂຄວິດ – 19

121

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກຸ່ມພັນທະມິດວັກແຊັງເພື່ອປະຊາຊົນ ( PVA ) ໄດ້ອອກຖະແຫຼງການເຕືອນວ່າ: ປະເທດທີ່ທຸກຍາກມີໂອກາດສູງທີ່ຈະບໍ່ໄດ້ຮັບວັກແຊັງປ້ອງກັນໂຄວິດ – 19 ທີ່ມີຄວາມປອດໄພ ແລະ ມີປະສິດທິພາບ ເນື່ອງຈາກປະເທດຮັ່ງມີໄດ້ພາກັນສັ່ງຊື້ກັກຕຸນໄວ້ເກີນ ຄວາມຈຳເປັນ.

ທັງນີ້ ພີວີເອ ລະບຸວ່າ: ກຸ່ມປະເທດຮັ່ງມີໄດ້ພາກັນສັ່ງຊື້ວັກແຊັງຈຳນວນຫຼວງຫຼາຍ ເພື່ອເກັບໄວ້ສັກໃຫ້ປະຊາກອນຂອງຕົນເອງເກືອບ 3 ເທົ່າ ພາຍໃນທ້າຍປີ 2021, ພີວີເອ ເປີດເຜີຍວ່າ ການາດາເປັນປະເທດທີ່ສັ່ງຊື້ວັກແຊັງກັກຕຸນໄວ້ຫຼາຍທີ່ສຸດໃນໂລກ ໂດຍຄາດວ່າຈະໄດ້ວັກແຊັງປ້ອງກັນໂຄວິດ – 19 ເອົາໄວ້ສັກໃຫ້ປະຊາຊົນພາຍໃນປະເທດຫຼາຍກວ່າ 5 ເທົ່າ ຂອງປະຊາກອນ, ໃນຂະນະທີ່ບັນດາປະເທດທີ່ມີລາຍໄດ້ຕ່ຳປະມານ 70 ປະເທດ ມີຄວາມສາມາດຊື້ວັກແຊັງໄດ້ພຽງແຕ່ 1 ໃນ 10 ຂອງປະຊາກອນພາຍໃນປີໜ້າ.

ແນວໃດກໍດີ, ມີລາຍງານວ່າ ການາດາ ກຳລັງເຈລະຈາກັບລັດຖະບານບາງປະເທດ ກ່ຽວກັບແຜນການບໍລິຈາກວັກແຊັງປ້ອງກັນໂຄວິດ – 19 ບາງສ່ວນໃຫ້ແກ່ກຸ່ມປະເທດທີ່ທຸກຍາກ.

ພີວີເອ ຍັງເປີດເຜີຍວ່າ: ຂະນະນີ້ວັກແຊັງປະມານ 96% ຂອງບໍລິສັດໄຟເຊີ – ໄບໂອເອັນເທັກ ແລະ ວັກແຊັງຂອງບໍລິສັດໂມເດີນາ 100% ( ທັງໝົດ ) ໄດ້ຖືກປະເທດທີ່ຮັ່ງມີສັ່ງຈອງໝົດແລ້ວ, ໃນຂະນະທີ່ບໍລິສັດແອັສຕຣາເຊເນກາ – ມະຫາວິທະຍາໄລອັອກຟອດ ໃຫ້ຄຳໝັ້ນສັນຍາວ່າຈະຈັດສັນວັກແຊັງປະມານ 64% ໃຫ້ແກ່ປະເທດທີ່ກຳລັງພັດທະນາ.