ຊົນລະປະທານ ຫ້ວຍວັງເຫ ຈະເປັນແຮງຍູ້ການຜະລິດເປັນສິນຄ້າຂອງເມືອງໂພນທອງ

474

ໂຄງການກໍ່ສ້າງຊົນລະປະທານ ຫ້ວຍວັງເຫ ເມືອງໂພນທອງ ແຂວງຈຳປາສັກ ເປັນໂຄງການບຸລິມະສິດໜຶ່ງຂອງແຂວງຈຳປາສັກ ເພື່ອຄໍ້າປະກັນສະບຽງອາຫານ ແລະ ແຜນງານຜະລິດກະສິກໍາເປັນສິນຄ້າ ແຂວງຈຳປາສັກ; ໂຄງການນີ້ຈະສາມາດສະໜອງນໍ້າໃຫ້ເນື້ອທີ່ປູກເຂົ້ານາປີ 2.500 ເຮັກຕາ, ນາແຊງ 1.500 ເຮັກຕາ ແລະ ພືດລະດູແລ້ງ 1.000 ເຮັກຕາ.

ທ່ານ ໄກສອນ ຈັນທະສອນ ຮອງອຳນວຍການ ບໍລິສັດ ສາມັກຄີໄຊ ກໍ່ສ້າງຈຳກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງໂຄງການຊົນລະປະທານອ່າງເກັບນໍ້າຫ້ວຍວັງເຫ ໃຫ້ສຳພາດວ່າ: ໂຄງການຊົນລະປະທານອ່າງເກັບນໍ້າຫ້ວຍວັງເຫ ຕັ້ງຢູ່ເມືອງໂພນທອງ ແຂວງ ຈໍາປາສັກ ຫ່າງຈາກເທສະບານ ແຂວງຈໍາປາສັກ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 38 ກິໂລແມັດ ເຊິ່ງແມ່ນໂຄງການໜຶ່ງທີ່ນອນໃນແຜນງານຄໍ້າປະກັນສະບຽງອາຫານ ແລະ ແຜນງານຜະລິດກະສິກໍາເປັນສິນຄ້າ.

ໂຄງການໄດ້ຖືກບັນຈຸເຂົ້າໃນແຜນການລົງທຶນຂອງລັດ ເລີ່ມແຕ່ສົກປີ 2012 – 2013 ເປັນຕົ້ນມາ ໃນມູນຄ່າການກໍ່ສ້າງທັງໝົດ 387,38 ຕື້ກີບ; ໃນນີ້ອະນຸມັດໃຫ້ຈັດຕັ້ງປະຕິບັດໄລຍະທີ 1 ຈໍານວນ 120 ຕື້ກີບ; ເປັນໂຄງການແບບໄຫຼເອງ, ຫົວງານອ່າງເກັບນໍ້າສາມາດເກັບກັກນໍ້າໄດ້ 37 ລ້ານແມັດກ້ອນ ເພື່ອສະຫນອງນໍ້າແກ່ການປູກເຂົ້ານາປີ 2.500 ເຮັກຕາ, ນາແຊງ 1.500 ເຮັກຕາ ແລະ ພືດລະດູແລ້ງ 1.000 ເຮັກຕາ, ມີ 3 ບ້ານ  ໃຫຍ່ ໄດ້ຮັບຜົນປະໂຫຍດ ໃນຈໍານວນ 1.760 ຄອບຄົວ, ມີ 10.638 ຄົນ. ນອກນີ້, ຍັງມີເນື້ອທີ່ອ່າງເກັບນໍ້າ 880 ເຮັກຕາ ເຊິ່ງສາມາດລ້ຽງສັດນໍ້າ ແລະ ພັດທະນາເປັນເຂດທ່ອງທ່ຽວໄດ້ໃນອະນາຄົດ.

No description available.

ໂຄງການດັ່ງກ່າວໄດ້ເຊັນສັນຍາກໍ່ສ້າງ ໃນວັນທີ 13/6/2012 ລະຫວ່າງ ກົມຊົນລະປະທານ ກັບ ບໍລິສັດ ສົມພອນໄຊກໍ່ສ້າງ ຈໍາກັດຜູ້ດຽວ ເຊິ່ງມີກໍານົດການປະຕິບັດໂຄງການທັງໝົດ 48 ເດືອນ ( ແຕ່ວັນ   ທີ 13/06/2012 – 13/6/2016 ), ຜ່ານການຈັດຕັ້ງປະຕິບັດຕົວຈິງ ມາຮອດເດືອນ 6/2016 ໂຄງການປະຕິບັດສໍາເລັດພຽງແຕ່ 15%.

ເພື່ອໃຫ້ໂຄງການໄດ້ສືບຕໍ່ປະຕິບັດໃຫ້ສໍາເລັດນັ້ນ ກົມຊົນລະປະທານຈຶ່ງໄດ້ຕົກລົງຕໍ່ສັນຍາການກໍ່ສ້າງຕື່ມອີກ 36 ເດືອນ ( ວັນທີ 29/05/2017 ຫາ 29/5/2020 ) ເຊິ່ງບໍລິສັດ ສົມພອນໄຊ ໄດ້ມອບໃຫ້ບໍລິສັດສາມັກຄີໄຊກໍ່ສ້າງເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດ ແຕ່ທ້າຍປີ 2017 ເປັນຕົ້ນມາ, ຮອດວັນທີ 20/3/2020 ຕາມການກວດກາຂອງຄະນະກໍາມະການທີ່ກ່ຽວຂ້ອງ ເຫັນວ່າການກໍ່ສ້າງຕົວຈິງທຽບໃສ່ສັນຍາໄລຍະທີ 1 ( ມູນຄ່າ 120 ຕື້ກີບ ) ແມ່ນສໍາເລັດ 129,8%.

No description available.

ສຳລັບໜ້າວຽກລວມຂອງໂຄງການ:

1). ລະບົບຫົວງານ: ເຂື່ອນດິນ, ທາງລະບາຍນໍ້າລົ້ນ, ຂົວຂ້າມທາງລະບາຍ, ບໍ່ເອົານໍ້າເຂົ້າຄອງເໝືອງ, ເຂື່ອນສໍາຮອງ ແລະ ຄູກັນນໍ້າເບີ 1, 2, 3, 4 ( ລວມເຂື່ອນ + ຄູກັນນໍ້າ ຍາວ 7, ກິໂລແມັດ ) ລວມມູນຄ່າ 190,3 ຕື້ກວ່າກີບ.

2). ລະບົບຄອງສົ່ງນໍ້າ: ຄອງເໝືອງແມ່ ( MC ) ຈໍານວນ 1 ເສັ້ນ ຍາວ 7.340 ແມັດ; ຄອງເໝືອງຊອຍ ( SC ) ຈໍານວນ 6 ເສັ້ນ ຍາວ 14.577 ແມັດ ແລະ ຄອງເໝືອງແຍກຊອຍ ( TC ) ຈໍານວນ 64 ເສັ້ນ ຍາວ 43.830 ແມັດ ລວມ ຄວາມຍາວຄອງເໝືອງທັງໝົດ 65.747 ແມັດ ລວມມູນຄ່າ 115 ຕື້ກວ່າກີບ.

3). ສິ່ງອໍານວຍຄວາມສະດວກ: ເຮືອນຄຸ້ມຄອງໂຄງການ 1 ຫຼັງ, ທາງເຂົ້າໂຄງການ 1 ເສັ້ນ ຍາວ 5.700 ແມັດ, ຕາຂ່າຍໄຟຟ້າເຂົ້າໂຄງການ ຍາວ 5.700 ແມັດ ລວມມູນຄ່າ 20 ຕື້ກວ່າກີບ.

ນອກນີ້, ຍັງມີຄ່າສໍາຫຼວດ – ອອກແບບ 1,5%, ຄ່າວ່າຈ້າງທີ່ປຶກສາຄຸມງານກໍ່ສ້າງ 1,5%, ຄ່າຄຸ້ມຄອງໂຄງການ 0,7% ຈໍານວນ 28 ຕື້ກວ່າກີບ ແລະ ຄ່າອາກອນ 10% ຈໍານວນ 32 ຕື້ກວ່າກີບ.

No description available.

ຜ່ານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ສາມາດປະຕິບັດບາງໜ້າວຽກສຳເລັດ ຄື: ຜ່ານການຈັດຕັ້ງປະຕິບັດຕົວຈິງ ເລີ່ມແຕ່ປີ 2012 ຫາ ວັນທີ 20 ມີນາ 2020 ເຫັນວ່າການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ນອນໃນສັນຍາໄລຍະທີ 1 ( ບ້ວງ 120 ຕື້ກີບ ) ແມ່ນສໍາເລັດ 100% ໂດຍໄດ້ຜ່ານການກວດກາຢັ້ງຢືນຈາກຄະນະກໍາມະການທີ່ກ່ຽວຂ້ອງ ທັງໝົດ 4 ຄັ້ງ ( ຄັ້ງທີ 4 ແມ່ນວັນທີ 20 ມີນາ 2020 ).

ແຕ່ເນື່ອງຈາກມີບາງໜ້າວຽກມີລັກສະນະຕໍ່ເນື່ອງ ດ້ານເຕັກນິກມີຄວາມຈໍາເປັນຕ້ອງໄດ້ປະຕິບັດໃຫ້ສໍາເລັດ. ສະນັ້ນ, ເຈົ້າຂອງໂຄງການຈຶ່ງໄດ້ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ແລະເຫັນດີໃຫ້ຜູ້ຮັບເໝົາປະຕິບັດບາງໜ້າວຽກທີ່ບໍ່ນອນໃນສັນຍາໄລຍະ 1. ຍ້ອນແນວນັ້ນ, ຈຶ່ງເຮັດໃຫ້ການປະຕິບັດວຽກຕົວຈິງມາຮອດປັດຈຸບັນສໍາເລັດ 129,8% ຫຼື ເທົ່າກັບ 155,8 ຕື້ກີບ.

ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດໃຫ້ສໍາເລັດນັ້ນ, ຄະນະຮັບຜິດຊອບໂຄງການໄດ້ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າ ແລະ ສະເໜີແບ່ງໜ້າວຽກທີ່ຍັງຄ້າງປະຕິບັດອອກເປັນ 2 ໄລຍະ ( ໄລຍະທີ່ 2 ແລະ ໄລຍະທີ່ 3).