ປະທານປະເທດຊີ້ນຳ 7 ບັນຫາ ທີ່ທົ່ວຂະແໜງອຸດສາຫະກຳ ແລະການຄ້າຕ້ອງເອົາໃຈໃສ່ ແລະ ຫັນປ່ຽນ

351

ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນຂະແໜງອຸດສາຫະກຳ ແລະ ການຄ້າ ຄັ້ງວັນທີ 5 ເມສາ 2024 ຜ່ານມາ. ທ່ານໄດ້ເນັ້ນໃຫ້ທົ່ວຂະແໜງອຸດສາຫະກຳ ແລະການຄ້າ ພ້ອມຂະແໜງກ່ຽວຂ້ອງ ໃຫ້ເອົາໃຈໃສ່ບາງບັນຫາສຳຄັນ ເພື່ອເຮັດໃຫ້ມີການຫັນປ່ຽນທີ່ດີ, ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ທິດຊີ້ນຳບາງຕອນວ່າ: ບາງຈິດໃຈ ທີ່ກົມການເມືອງ ໄດ້ຕົກລົງໃຫ້ອອກມະຕິ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື “ສອຈ” ດັ່ງນີ້: ໃນກອງປະຊຸມວຽກງານການເງິນທົ່ວປະເທດ ປະຈຳປີ 2023, ກໍ່ໄດ້ສະເໜີແນວຄວາມຄິດ ເລື່ອງການສ້າງການບຸກທະລຸໃນການອອກນະໂຍບາຍ “ສອຈ” ໃນເບື້ອງຕົ້ນ ຕໍ່ມາໃນກອງປະຊຸມວິສາມັນຂອງກົມການເມືອງສູນກາງພັກ ໃນທ້າຍເດືອນມີນາ 2024 ຜ່ານມານີ້ ກົມການເມືອງສູນກາງພັກ ໄດ້ຄົ້ນຄວ້າ, ພິຈາລະນາ, ຜ່ານຮ່າງມະຕິດັ່ງກ່າວ ແລະ ຈະປະກາດໃຊ້ໃນໄວໆນີ້, ເນື້ອໃນສຳຄັນຂອງຮ່າງມະຕິແມ່ນແນໃສ່ສ້າງພື້ນຖານເສດຖະກິດ ຂອງປະເທດເຮົາໃຫ້ເປັນເສດຖະກິດ ທີ່ນັບມື້ນັບມີຄວາມເປັນເອກະລາດ ແລະ ເປັນເຈົ້າຕົນເອງ, ໂດຍເນັ້ນໃສ່ບັນຫາດັ່ງນີ້:

No description available.

1). ການຮູ້ຂຸດຄົ້ນ-ນຳໃຊ້ໃນສິ່ງທີ່ປະເທດຊາດ ແລະ ສັງຄົມລາວ ມີຢູ່, ໃນສິ່ງທີ່ເຮົາສາ ມາດເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນ ຂອງປະເທດ, ຮູ້ວາງແຜນ ໃນການຂຸດຄົ້ນ, ຄຸ້ມຄອງ, ນຳໃຊ້ຊັບພະຍາກອນ ຂອງຊາດ ໃຫ້ອອກມາເປັນທຶນຮອນຢ່າງຄຸ້ມຄ່າ; 2). ສ້າງໃຫ້ຄົນລາວມີສະຕິຄວາມເປັນເຈົ້າຫຼາຍຂຶ້ນໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນຳໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມໃໝ່ຂຶ້ນ ຢ່າງບໍ່ຢຸດຢັ້ງ; ພ້ອມກັນນັ້ນ ກໍ່ຕ້ອງສ້າງຄ້ານິຍົມໃຫ້ຄົນລາວ ຫັນມາຊົມໃຊ້ຜະລິດຕະພັນ ຂອງຄົນລາວຫຼາຍຂຶ້ນ ດັ່ງຄຳຂວັນ ທີ່ເຄີຍເວົ້າຜ່ານມາວ່າ: “ລາວເຮັດ ລາວໃຊ້ ລາວໄດ້ ລາວຈະເລີນ”, ເຊິ່ງເຫັນວ່າຖືກຕ້ອງທີ່ສຸດ, ຖ້າຄົນລາວຜະລິດສິນຄ້າອອກມາແລ້ວ ຄົນລາວເຮົາເອງ ບໍ່ສະໜັບສະໜູນ ກໍ່ບໍ່ສາມາດພັດທະນາຕໍ່ຍອດໄປໄດ້ ມັນກໍ່ບໍ່ສາມາດເຮັດໃຫ້ປະເທດເຮົາເປັນເຈົ້າຕົນເອງໄດ້ຈັກເທື່ອ ປະເທດເຮົາກໍ່ຈະສືບຕໍ່ເປັນປະເທດເພິ່ງພາຕະຫຼອດໄປ;

No description available.

3). ເຮັດໃຫ້ຄົນລາວ ຮູ້ຊອກຄົ້ນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດ ທັງຮູ້ໃຊ້ຈ່າຍ ຢ່າງກຸ້ມຄ່າ ແລະ ເກີດດອກອອກຜົນ;

4). ຮູ້ຈັກຂຸດຄົ້ນຕະຫຼາດພາຍໃນ, ການກ້າເຂົ້າເຖິງ ແລະ ແປງປັນຈາກຕະຫຼາດສາກົນ;

5). ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະໄໝ ຂອງຍຸກສະໄໝ ແລະ ນຳໃຊ້ສິ່ງທີ່ໂລກມີ ແຕ່ເຮົາຍັງຂາດ ໃຫ້ໄດ້ຢ່າງສົມສ່ວນ ແລະ ມີການເລືອກເຟັ້ນ…; 6). ເດັດດ່ຽວຫັນເອົາເສດຖະກິດ ຂອງປະເທດເຮົາອອກສູ່ໂລກ, ນຳໃຊ້ຊັບພະຍາກອນທີ່ມີຢູ່ຢ່າງຈຳກັດນີ້ໃຫ້ເພີ່ມມູນຄ່າ, ທັງພັດທະນາ, ທັງຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆຂອງໂລກ ມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີຈາກພາຍນອກ ກະທົບໃສ່ຊັບພະຍາກອນ ທີ່ເປັນທ່າແຮງຂອງປະເທດເຮົາໃຫ້ອອກເປັນຜະລິດຕະພັນ, ສ້າງຍີ່ຫໍ້ສິນຄ້າຂອງລາວເຮົາ ທີ່ມີຄຸນນະພາບອອກສູ່ຕະຫຼາດໂລກໃຫ້ຫຼາຍຂຶ້ນ;

No description available.

7). ເປັນເຈົ້າການ ຄິດໄລ່-ໄຕ່ຕອງ ການນຳເອົາຜະລິດຕະພັນຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ.

ທ່ານກ່າວຕື່ມວ່າ: ທັງໝົດນັ້ນ ແນໃສເຮັດໃຫ້ຄົນລາວ, ສັງຄົມລາວ: ຍົກລະດັບວິທີການທຳມາຫາກິນແບບໃໝ່ ທີ່ນັບມື້ ນັບທັນສະໄໝ, ປະຢັດຕົ້ນທຶນ ແລະ ສ້າງມູນຄ່າເພີ່ມສູງຂຶ້ນ; ຮູ້ສ້າງສາພັດທະນາ ດ້ວຍສະຕິປັນຍາ, ດ້ວຍຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າດ້ວຍລໍາຂາ ຂອງຕົນເອງ ຢ່າງເປັນເຈົ້າການ; ຮູ້ນຳໃຊ້ຊັບພະຍາກອນທີ່ພວກເຮົາມີຢູ່ ໃຫ້ເປັນທຶນຮອນ, ແຕ່ຊັບພະຍາກອນ ຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ພັດທະນາຂຶ້ນຕື່ມເພື່ອສາມາດນໍາໃຊ້ໄດ້ຢ່າງຍາວນານ; ເຮັດໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດ ຈາກການພັດທະນາຢ່າງຍຸຕິທຳ, ສ້າງຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນຍົງ ໄປຕາມໆກັນ ແລະ ອື່ນໆ.