ຈີ 7 ຕົກລົງເປັນເອກະພາບປິດປະຕູໂຮງງານໄຟຟ້າຖ່ານຫີນ ກ່ອນປີ 2035

42

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 29 ເມສາ ບັນດາສື່ມວນຊົນຂອງ ອີຕາລີ ໄດ້ໃຫ້ຂ່າວກ່ຽວກັບເລື່ອງ ລັດຖະມົນຕີກະຊວງພະລັງງານບັນດາປະເທດສະມາຊິກກຸ່ມບັນດາປະເທດອຸດສາຫະກຳພັດທະນາ ຫລື ຈີ7(G7) ໄດ້ໃຫ້ຄຳໝັ້ນສັນຍາປິດປະຕູໂຮງງານໄຟຟ້າຖ່ານຫີນແຫ່ງຕ່າງໆ ຊ້າສຸດແມ່ນໃນປີ 2035.

อาจเป็นรูปภาพของ 2 คน และ โรงกลั่นน้ำมัน

ທ່ານ Andrew Bowie ລັດຖະມົນຕີກະຊວງຄວາມໝັ້ນຄົງດ້ານພະລັງງານ ອັງກິດ ກ່າວຕໍ່ນັກຂ່າວຊ່ອງໂທລະພາບ Class CNBC ຂອງ ອີຕາລີ ຢູ່ນະຄອນ Turin ເຊິ່ງເປັນບ່ອນທີ່ບັນດາເຈົ້າໜ້າທີ່ປະຊຸມວ່າ: G7 ບັນລຸໄດ້ຂໍ້ຕົກລົງຄ່ອຍໆລົບລ້າງໄຟຟ້າຖ່ານຫີນເທື່ອລະກ້າວໃນໄລຍະຕົ້ນຂອງຊຸມປີ 2030. ນີ້ແມ່ນຂໍ້ຕົກລົງປະຫວັດສາດ ເຊິ່ງ G7 ບໍ່ສາມາດບັນລຸໄດ້ໃນກອງປະຊຸມ COP28 ທີ່ຈັດຂຶ້ນຢູ່ ດູໄບ ໃນປີ 2023.