ທູດລາວ ຍື່ນສານຕາຕັ້ງຕໍ່ ອົງການເກືອດຫ້າມອາວຸດເຄມີ

46

ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ.

May be an image of 7 people and text that says 'ORGANISATION FOR THE PROHIBITION OF CHEMICAL WEAPONS'
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ກິ່ງໂພແກ້ວ ພົມມະຫາໄຊ ກໍໄດ້ສະແດງ ຄວາມຂອບໃຈຕໍ່ ທ່ານ Fernando Arias, ຜູ້ອຳນວຍການໃຫຍ່ອົງການເກືອດຫ້າມອາວຸດເຄມີ ກໍຄື ອົງການ OPCW ທີ່ໄດ້ໃຫ້ການຮ່ວມມືແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານວິຊາການ ແລະ ທຶນຮອນ ເຊິ່ງເຮັດໃຫ້ເຈົ້າໜ້າທີ່ຈາກພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ໄດ້ມີໂອກາດ ເຂົ້າຮ່ວມເຄື່ອນໄຫວ ໃນວຽກງານຕ່າງໆ ຂອງອົງການ OPCW ຢ່າງເປັນປົກກະຕິ.

May be an image of 2 people and text

ພ້ອມດຽວກັນກໍໄດ້ສະເໜີໃຫ້ອົງການເກືອດຫ້າມອາວຸດເຄມີ ເພີ່ມທະວີການສະໜັບສະໜູນດ້ານເຕັກນິກວິຊາການ ເພື່ອສ້າງຂີດຄວາມອາດສາມາດໃຫ້ພະນັກງານ ໃນພາກສ່ວນກ່ຽວຂ້ອງຂອງ ສປປ ລາວ ໂດຍຜ່ານບັນດາທຶນຝຶກອົບຮົມ ແລະ ສຳມະນາ ໃຫ້ຫລາຍຂຶ້ນກວ່າເກົ່າ ເຊິ່ງອົງການ OPCW ກໍຍິນດີຈະໃຫ້ການຮ່ວມມື ແລະ ການສະໜັບສະໜູນແບບເປີດກວ້າງ.

ໂອກາດນິ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ອົງການ OPCW ກໍໄດ້ສະແດງຄວາມປິຕິຍິນດີ ແລະ ໃຫ້ຄຳໝັ້ນສັນຍາເພື່ອຮ່ວມມືໃນຕໍ່ໜ້າ.

ຂ່າວ: ຂປລ