4 ເດືອນຕົ້ນປີ ແຂວງເຊກອງ ສົ່ງອອກບັນລຸໄດ້ 59,16 ລ້ານໂດລາ ເທົ່າກັບ 23,11% ຂອງແຜນການ ສ່ວນການນຳເຂົ້າມີມູນຄ່າ 5 ແສນກວ່າໂດລາສະຫະລັດ.
ຕາມການລາຍງານຂອງ ທ່ານ ສີສຸພັນ ມະຫາວົງ ຫົວໜ້າຫ້ອງວ່າການແຂວງເຊກອງ ເມື່ອບໍ່ດົນນີ້ໃຫ້ຮູ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2024 ການປັກດໍາເຂົ້ານາແຊງບັນລຸໄດ້ 3.976 ໂຕນ, ພືດສະບຽງອາຫານ 6.021 ໂຕນ ແລະ ພືດເປັນສິນຄ້າ 10.248 ໂຕນ. ພ້ອມນີ້, ກໍໄດ້ເອົາໃຈໃສ່ສົ່ງເສີມຜູ້ປະກອບການສ້າງຜະລິດຕະພັນສິນຄ້າໂອດ໊ອບ ( ODOP ) ທີ່ມີມາດຕະຖານ ມີທ່າອ່ຽງເພີ່ມຂຶ້ນ ສາມາດຮັບຮອງໄດ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນທັງໝົດ 11 ຫົວໜ່ວຍ 14 ລາຍການ, ສ້າງສະພາບແວດລ້ອມທີ່ອໍານວຍຄວາມສະດວກໃຫ້ພາກທຸລະກິດ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SME ) ໄປສູ່ຄຸນນະພາບໃໝ່ໃຫ້ເຂັ້ມແຂງ.
ປະຕິບັດການນໍາເຂົ້າສິນຄ້າໄດ້ທັງໝົດ 5 ແສນກວ່າໂດລາ ເທົ່າກັບ 2,78% ຂອງແຜນການແລະ ສົ່ງອອກບັນລຸໄດ້ 59,16 ລ້ານໂດລາ ເທົ່າກັບ 23,11% ຂອງແຜນການເຮັດໃຫ້ເກີນດຸ່ນການຄ້າ 58 ລ້ານກວ່າໂດລາ.
ທ່ານ ສີສຸພັນ ມະຫາວົງ ໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ເສດຖະ ກິດ – ສັງຄົມຂະຫຍາຍຕົວ, ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ມີປະສິດທິພາບ, ປະສິດທິຜົນ, ແຂວງຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດ, ໃຫ້ພຽງພໍກັບ ຄວາມຕ້ອງການບໍລິໂພກພາຍໃນ ແລະ ສົ່ງອອກເປັນສິນຄ້າ ຕາມເງື່ອນໄຂຕົວຈິງຂອງ ແຂວງ, ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ – ສົ່ງອອກສິນຄ້າ, ສະໜອງສະບຽງອາຫານໃຫ້ແກ່ໂຄງການໃຫຍ່ທີ່ດໍາເນີນຢູ່ທ້ອງຖິ່ນໃຫ້ເປັນຮູບປະທໍາ ເພື່ອຊ່ວຍໜູນການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.