ສະຫວັນນະເຂດ ກຽມພ້ອມແຕ່ງວິຊາການປະຈໍາພາກສະໜາມ ຮ່ວມກັບບໍລິສັດຊັນເປເປີ້ໂຮນດິ້ງລາວ ເພື່ອປະຕິບັດໂຄງການສວນກະສິກຳແບບເປັນມິດ ຕໍ່ລະບົບນິເວດ

227

ໃນຕອນບ່າຍວັນທີ 9 ທັນວາ 2020 ຢູ່ທີ່ຫ້ອງປະຊຸມບໍລິສັດຊັນເປເປີ້ ໂຮນດິ້ງລາວຈຳກັດ ເມືອງເຊໂປນ ແຂວງສະຫວັນະເຂດ ໄດ້ມີກອງປະຊຸມຮ່ວມລະຫວ່າງພະແນກການທີ່ກ່ຽວຂ້ອງ ແລະ ພາກສ່ວນບໍລິສັດ ເພື່ອປຶກສາຫາລືກະກຽມການຈັດຕັ້ງປະຕິບັດໂຄງການສວນກະສິກຳແບບເປັນມິດ ຕໍ່ລະບົບນິເວດທີ່ມີປະສິດທິຜົນສູງ ໃນເນື້ອທີ່ 800 ເຮັກຕາ, ໂດຍການເຂົ້າຮ່ວມຂອງທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ.


ທ່ານ ເສິນ ເຫວິນ ຈຸ້ນ ຜູ້ອໍານວຍການບໍລິສັດ ຊັນເປເປີ້ ໂຮນດິ້ງລາວ ຈໍາກັດ ກໍ່ໄດ້ລາຍງານໃຫ້ຮູ້ສະພາບການຜະລິດຕ່າງໆຂອງບໍລິສັດ, ແຜນພັດທະນາການຜະລິດ ແລະ ສົ່ງອອກ, ພ້ອມນັ້ນ ວິຊາການຂອງບໍລິສັດ ກໍ່ໄດ້ສະເໜີໃຫ້ຮູ້ກ່ຽວກັບຜົນການສຶກສາຄວາມເປັນໄປໄດ້ຂອງໂຄງການສວນກະສິກຳແບບເປັນມິດ ຕໍ່ລະບົບນິເວດທີ່ມີປະສິດທິຜົນສູງ, ເຊິ່ງປະກອບມີສະພາບໂຄງການ, ເນື້ອໃນການອອກແບບໂຄງການ ແລະ ປະເມີນການລົງທຶນໂຄງການ, ໂຄງການສວນກະສິກໍາແບບເປັນມິດ ຕໍ່ລະບົບນິເວດທີ່ມີປະສິດທິຜົນສູງ ນອນຢູ່ໃນຂອບເຂດ 3 ບ້ານຂອງເມືອງເຊໂປນຄື: ບ້ານແກ້ງກວີ, ມັນຈີ ແລະ ບ້ານຫົວປາ ໃນເນື້ອທີ່ 800 ເຮັກຕາ, ຈະນຳໃຊ້ງົບປະມານທັງມົດ 137 ລ້ານຢວນ ຫຼື ປະມານ 20 ລ້ານໂດລາສະຫະລັດ, ສວນດັ່ງກ່າວຈະປະກອບມີ ສູນກາງບໍລິການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ານວິທະຍາສາດກະສິກຳທັນສະໄໝ, ເຂດທົດລອງປູກເຂົ້າ, ເຂດສາທິດກະສິກຳທັນສະໄໝ, ເຂດວັດທະນະທຳດ້ານການກະສິກຳ, ເຂດທ່ອງທ່ຽວສວນທຳມະຊາດ ແລະ ເຂດສະຫງວນປ່າທຳມະຊາດ; ເຊິ່ງການກໍ່ສ້າງຈະແບ່ງເປັນ 2 ໄລຍະຄື: ໄລຍະທີ1 ຈະກໍ່ສ້າງເບື້ອງຕາເວັນຕົກ ແລະ ໄລຍະທີ 2 ສືບຕໍ່ກໍ່ສ້າງເບື້ອງຕາເວັນອອກ.


ໂອກາດນີ້ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວວ່າ: ໂຄງການສວນກະສິກຳແບບເປັນມິດ ຕໍ່ລະບົບນິເວດທີ່ມີປະສິດທິຜົນສູງ ເປັນໂຄງການທີ່ດີ ເປັນໂຄງການຕົວແບບພາຍໃຕ້ການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ສປ ຈີນ, ເປັນໂຄງການພັດທະນາກະສິກຳແບບທັນສະໄໝ, ເປັນເງື່ອນໄຂທີ່ດີໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວ ໃຫ້ດີຂຶ້ນເທື່ອລະກ້າວ. ການອອກແບບແມ່ນໃຫ້ເອົາໃຈໃສ່ຫຼີກເວັ້ນຕໍ່ຜົນກະທົບຕໍ່ຊັບສິນຂອງປະຊາຊົນ, ເປັນຕົ້ນທີ່ຢູ່ອາໄສ ເນື້ອທີ່ທຳການຜະລິດ, ທີ່ສຳຄັນແມ່ນໃຫ້ເນັ້ນໃສ່ການຍົກສະມັດຕະພາບຜົນຜະລິດໃຫ້ສູງຂຶ້ນກ່ວາເກົ່າ.


ພ້ອມນັ້ນ ທ່ານ ວາລິຍະ ສີຈັນທອງທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ທ່ານ ສູນທະລາ ຕົ້ນພານິດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍ່ໄດ້ຍົກໃຫ້ເຫັນວ່າ: ທາງພາກສ່ວນທີ່ກ່ຽວຂ້ອງຂອງແຂວງແມ່ນມີຄວາມພ້ອມໃນການຈັດຕັ້ງປະຕິບັດ ເຊິ່ງກະກຽມເອົາພະນັກງານວິຊາການແຂວງ ແລະ ເມືອງ ເພື່ອສົມທົບກັບບໍລິສັດ ປະຈຳເຮັດວຽກຕົວຈິງຢູ່ພາກສະໜາມ, ເຊິ່ງຈະໄດ້ມີການໂຄສະນາໃຫ້ນາຍບ້ານທີ່ຂຶ້ນກັບໂຄງການ ມີຄວາມເຂົ້າໃຈຈະແຈ້ງກ່ຽວກັບຈຸດປະສົງ ເປົ້າໝາຍ ແລະ ເນື້ອໃນລະອຽດຂອງໂຄງການ ແລະ ຜົນປະໂຫຍດທີ່ຈະເກີດຂຶ້ນໃນຕໍ່ໜ້າ, ຫຼັງຈາກນັ້ນກໍ່ຈະສືບຕໍ່ອະທິບາຍໃຫ້ປະຊາຊົນມີຄວາມເຂົ້າໃຈຕື່ມ ແລະ ຈະມີການເກັບກຳເນື້ອທີ່ດິນໃຫ້ລະອຽດຄືນໃໝ່, ທັງນີ້ກໍ່ເພື່ອໃຫ້ມີຄວາມສອດຄ່ອງ, ເໝາະສົມ ແລະ ເກີດປະໂຫຍດສູງສຸດແກ່ປະຊາຊົນໃນຂອບເຂດຂອງໂຄງການ.

ແຫຼ່ງທີ່ມາ:ວິທະຍຸກະຈາຍສຽງ ສະຫວັນນະເຂດ