ອັດຕະປືປະກາດແຕ່ງຕັ້ງ ທ່ານ ທະນູໄຊ ບັນຊາລິດ ແລະ ທ່ານ ບຸນເສີດ ເສດທິລາດ ເປັນຮອງເຈົ້າແຂວງ

622

ວັນທີ 11 ທັນວາ 2020 ນີ້ແຂວງອັດຕະປື ໄດ້ຈັດພິທີປະກາດພະນັກງານການນໍາ ອອກພັກຜ່ອນຮັບອຸດຫນູນບຳນານ ແລະ ປະກາດການຍົກຍ້າຍແຕ່ງຕັ້ງພະນັກງານການນຳຂັ້ນສູງຂອງແຂວງຫຼາຍຕໍາແຫນ່ງ ຂຶ້ນຢ່າງເປັນທາງການ, ທີ່ຫໍປະຊຸມໃຫຍ່ຂອງແຂວງ .ໂດຍການເປັນປະທານຂອງທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປື,ມີຄະນະນໍາຂອງແຂວງ,ພ້ອມດ້ວຍບັນດາທ່ານພະແນກການອ້ອມຂ້າງແຂວງ ແລະ ເມືອງເຂົ້າຮ່ວມ.


ໃນພິທີທ່ານ ບຸນຮຽນ ແກ້ວບົວພາດ ຮອງເລຂາພັກແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດພະນັກງານພັກຜ່ອນຮັບອຸດຫນູນບຳນານ ເຊິ່ງໄດ້ຕົກລົງໃຫ້ທ່ານ ອຸ່ນຫລ້າ ໄຊຍະສິດ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ອອກພັກຜ່ອນຮັບອຸດຫນູນບຳນານ, ຜ່ານຂໍ້ຕົກລົງແຕ່ງຕັ້ງ ທ່ານ ທະນູໄຊ ບັນຊາລິດ ຄະນະປະຈໍາພັກ,ເປັນຮອງເຈົ້າແຂວງ, ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານເຊິ່ງໄດ້ຕົກລົງຍົກຍ້າຍ ທ່ານ ບຸນເສີດ ເສດທິລາດ ຄະນະປະຈໍາພັກ,ຫົວໜ້າພະແນກກະສິກຳ ແລະປ່າໄມ້ ແຂວງ ມາຮັບຫນ້າທີ່ໃຫມ່ ເປັນຮອງເຈົ້າແຂວງ.

ທ່ານ ເພັດມີໄຊ ຄຳພັກດີ ຄະນະປະຈໍາພັກ, ຫົວໜ້າພະແນກພາຍໃນແຂວງຜູ້ເກົ່າ ມາຮັບຫນ້າທີ່ໃຫມ່ເປັນເຈົ້າເມືອງສາມັກຄີໄຊ, ທ່ານ ບຸນທະມາລີ ຫມັ້ນອານົງ ກໍາມະການພັກ, ເລຂາພັກເມືອງ,ເຈົ້າເມືອງສາມັກຄີໄຊ ຜູ້ເກົ່າມາຮັບຫນ້າທີ່ໃຫມ່ເປັນຫົວຫນ້າພະແນກພາຍໃນແຂວງ ທ່ານ ສຸລິຈັນ ພອນແກ້ວ ກໍາມະການພັກ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຜູ້ເກົ່າມາຮັບຫນ້າທີ່ເປັນຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ສູນນະຄອນ ແກ້ວວຽງຄຳ ກໍາມະການພັກ, ຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ມະນາຄົມ ແລະ ການສື່ສານຜູ້ເກົ່າ ມາເປັນ ຫົວໜ້າພະແນກແຜນການແລະການລົງທຶນແຂວງ,ຜູ້ໄໝ່.

ຜ່ານຂໍ້ຕົກລົງວ່າດ້ວຍການ ອະນຸມັດ ທ່ານ ຄຳພູນ ແກ້ວມາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ອອກພັກຜ່ອນບຳນານ, ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ພະນັກງານ ເຊິ່ງໄດ້ຕົກລົງແຕ່ງຕັ້ງທ່ານ ອຸດົມສິນ ສີຊານົນ ເປັນຫົວໜ້າພະແນກສຶກສາທິການແລະກິລາແຂວງ, ທ່ານ ຂັນທອງ ຍີ້ນດາວົງ ຮອງຄະນະຈັດຕັ້ງແຂວງ ເປັນຫົວໜ້າພະແນກໄປສະນີໂທລະຄົມມະນາຄົມ ແລະການສື່ສານ, ທ່ານ ພອນປະເສີດ ທອງສີທາວົງ ຮອງພະແນກກະສິກໍາ ແລະ ປ່າໄມ້ແຂວງ ເປັນຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ.


ໃນພິທີກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບ ໜ້າທີ່ກັນ ຢ່າງເປັນທາງການໂດຍຊ່ອງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ,ພ້ອມທັງໄດ້ຮັບຟັງການໂອລົມຂອງສະຫາຍ ເລຂາພັກແຂວງ ເຈົ້າແຂວງອັດຕະປື ເພື່ອເປັນທິດໃຫ້ຜູ້ທີ່ໄດ້ຮັບການຊັບຊ້ອນໜ້າທີ່ໄໝ່ຄັ້ງນີ້ໄດ້ ນໍາໄປຈັດຕັ້ງປະຕິບັດໃຫ້ເຂົ້າໃນໜ້າທີ່ຄວາມຮັບຜິດຊອບໃຫ້ ເກີດດອກອອກຜົນ.

.

ຂ່າວ: ສິດຕິພອນ ສຸວັນນະວົງ