ມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງ ແຕ່ 4 ແຍກຕານມີໄຊ ຫາ 3 ແຍກສີເກີດ

259

Vientiane mai, ພິທີມອບ-ຮັບໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ເມືອງໄຊທານີ ຫາ 3 ແຍກສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 10 ທັນວາ 2020 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນະຄອນ ຫລວງວຽງຈັນ, ທ່ານ ບຸນຈັນ ສິນທະວົງ ລັດຖະ ມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍແຂກຮັບເຊີນ.

ກ່າວມອບໂຄງການໃນຄັ້ງນີ້ແມ່ນ ທ່ານ ຮົວ ແສງອາລຸນ ປະທານກຸ່ມບໍລິສັດ ຕັງຈະເລີນ ຈໍາກັດຜູ້ດຽວ ແລະ ກ່າວຮັບແມ່ນ ທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະ ແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ.

ໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກ ແຕ່ 4 ແຍກໄຟອໍານາດຕານມີໄຊ ຫາ 3 ແຍກສີເກີດ ເປັນເສັ້ນທາງໜຶ່ງທີ່ເຂົ້າແຜນບູລິມະສິດທຶນເປົ້າໝາຍຂອງລັດຖະ ບານ ເລີ່ມແຕ່ປີ 2017 ເປັນຕົ້ນມາ ມີຄວາມຍາວ 9,3 ກິໂລແມັດ, ກວ້າງ 28 ແມັດ.

ໜ້າທາງປູດ້ວຍເບຕົງເສີມເຫຼັກ ໜາ 23 ຊັງຕີ ແມັດ ມີ 6 ເລນລົດແລ່ນ ພ້ອມທັງດອນກາງທາງ ທາງຄົນຍ່າງສອງເບື້ອງ ໄຟເຍືອງທາງ ຍົກຍ້າຍ-ຕິດຕັ້ງຕາຂ່າຍໄຟ ຟ້າ 22 Kv ຄືນໃໝ່ ຍົກ ຍ້າຍ-ຕິດຕັ້ງສາຍເຄເບິນໃໝ່ ຍົກຍ້າຍ-ຕິດຕັ້ງລະບົບນ້ໍາປະປາໃໝ່ ແລະ ລະບົບລະບາຍນໍ້າສອງຂ້າງທາງ ລວມມູນຄ່າ 45.110.661,61 ໂດລາສະຫະລັດ.

.