ທົ່ວໂລກມີຜູ້ອົບພະຍົບລີ້ໄພຫຼາຍກວ່າ 80 ລ້ານຄົນ

110

ສຳນັກງານຂ້າຫຼວງໃຫຍ່ຜູ້ລີ້ໄພແຫ່ງສະຫະປະຊາຊາດ ( UNHCR ) ເປີດເຜີຍເມື່ອວັນທີ 9 ທັນວາຜ່ານມາວ່າ: ໃນປີ 2020 ນີ້ ທົ່ວໂລກມີຜູ້ອົບພະຍົບລີ້ໄພ  ( ພັດຖິ່ນ ) ປະມານ 79,5 ລ້ານຄົນ ( ລວມທັງຜູ້ລີ້ໄພເກືອບ 30 ລ້ານຄົນ ) ເຊິ່ງເພີ່ມຂຶ້ນຈາກປີຜ່ານມາ ເຖິງແມ່ນວ່າພື້ນທີ່ຂັດແຍ່ງຕ່າງໆໄດ້ມີຄຳສັ່ງຢຸດຍິງຕັ້ງແຕ່ເດືອນມີນາຜ່ານມາແລ້ວກໍຕາມ.

ທ່ານ ຟີລິບໂປ ກຣານດີ ຂ້າຫຼວງ ຢູເອັນເອັຈຊີອາ ກ່າວວ່າ: ປັດຈຸບັນມີຍອດຜູ້ອົບພະຍົບລີ້ໄພເພີ່ມຂຶ້ນທຳລາຍສະຖິຕິເດີມ ແລະ ອາດຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕາບໃດຍັງມີສົງຄາມ ແລະ ຄວາມຂັດແຍ່ງ ໂດຍຕົວເລກໃນເຄິ່ງປີທຳອິດຂອງປີນີ້ ສ່ວນຫຼາຍມາຈາກຄວາມຂັດແຍ່ງໃນຊີເຣຍ, ສາທາລະນະລັດປະຊາທິປະໄຕກົງໂກ, ໂມຊຳບິກ, ໂຊມາເລຍ ແລະ ເຢເມນ. ຍິ່ງໄປກວ່ານັ້ນ ການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ຜູ້ລີ້ໄພບໍ່ສາມາດເດີນທາງໄປສູນຜູ້ລີ້ໄພ ( ສູນອົບພະຍົບ ) ໄດ້ເນື່ອງຈາກ 168 ທົ່ວໂລກ ໄດ້ປິດດ່ານ ເພື່ອສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ. ນອກຈາກນີ້, ຄ້າຍຜູ້ລີ້ໄພໃນເຄິ່ງປີທຳອິດຍັງຫຼຸດລົງ 1/3 ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.