ລັດຖະບານປະດັບຫຼຽນກາມິດຕະພາບໃຫ້ແກ່ຮອງຜູ້ຕາງໜ້າຂອງອົງການ ສປຊ ເພື່ອການພັດທະນາ

133

ໃນຕອນບ່າຍຂອງ ວັນທີ 25 ສິງຫາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີການຈັດພິທີປະດັບຫຼຽນກາ ມິດຕະພາບໃຫ້ແກ່ ທ່ານ ບາລາສຸບຣາມານຽນ ມູລາລີ (Balasubramaniam Murali), ຮອງຜູ້ຕາງໜ້າຂອງ ອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານຂອງຜູ້ກ່ຽວໃນໄລຍະການປະຕິບັດໜ້າທີ່ ຢູ່ ສປປ ລາວ.

ເຊິ່ງຕາງໜ້າໃຫ້ລັດຖະບານ ສປປ ລາວ ປະດັບຫຼຽນກາມິດຕະພາບໃນຄັ້ງນີ້ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີການເຂົ້າຮ່ວມຂອງພະນັກງານຂັ້ນສູງຈາກບັນດາກະຊວງຂະແໜງການກ່ຽວຂ້ອງ, ຜູ້ຕາງໜ້າຫ້ອງການຜູ້ປະສານງານອົງການ ສປຊ ແລະ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ຂອງທ່ານ ບາລາສຸບຣາມານຽນ ມູລາລີ, ທີ່ໄດ້ປະກອບສ່ວນເສີມຂະຫຍາຍການພົວພັນຮ່ວມມື ແລະ ການຊ່ວຍເຫຼືອ ສປປ ລາວ ໃນດ້ານຕ່າງໆຂອງອົງການ UNDP ເປັນຕົ້ນແມ່ນວຽກງານທາງດ້ານການພັດທະນາຢູ່ ສປປ ລາວ.

ດັ່ງນັ້ນ, ລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຍ້ອງຍໍປະດັບຫຼຽນການມິດຕະພາບ ເພື່ອເປັນການ ຈາລຶກຜົນງານການປະກອບສ່ວນໃນການສ້າງສາພັດທະນາ ຢູ່ ສປປ ລາວ ຂອງຜູ້ກ່ຽວ. ພ້ອມດຽວກັນ, ທ່ານ ບາລາສຸບຣາມານຽນ ມູລາລີ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮ່ວມມື ແລະ ສະໜັບສະໜູນຕໍ່ລັດ ຖະບານລາວ ຕະຫຼອດໄລຍະການປະຕິບັດໜ້າທີ່ຂອງທ່ານ ໃນໄລຍະເວລາ 4 ປີ ທີ່ຜ່ານມາ, ພ້ອມທັງ ຢືນຢັນຈະສືບຕໍ່ປະກອບສ່ວນຊຸກຍູ້ໃຫ້ມີການຊ່ວຍເຫຼືອ ແລະ ສະໜັບສະໜູນຮ່ວມມືຂອງອົງການ UNDP ໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ.


ອົງການ UNDP ປະຈຳ ສປປ ລາວ ແມ່ນອົງການເຄືອຂ່າຍຂອງອົງການ ສປຊ ໜຶ່ງທີ່ມີບົດບາດອັນສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາຢູ່ ສປປ ລາວ ໃນດ້ານຕ່າງໆຕະຫຼອດມາ ໂດຍສະເພາະແມ່ນການສຸມໃສ່ຊຸກຍູ້ການພັດທະນາ ແລະ ລົບລ້າງຄວາມທຸກຍາກຢູ່ຂັ້ນທ້ອງຖິ່ນ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍທາງດ້ານທຶນຮອນ ແລະ ວິຊາການໃຫ້ແກ່ການຊ່ວຍເຫຼືອຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະແມ່ນການໃຫ້ການຊ່ວຍເຫຼືອທີ່ຕິດພັນເຖິງການລົບລ້າງຄວາມທຸກຍາກ, ສຶກສາ, ສາທາລະນະສຸກ, ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (UXO) ແລະ ອື່ນໆ.

ຂ່າວຈາກ: ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ