ຄຳແນະນຳດີໆ ສຳລັບການຮຽນພາສາຕ່າງປະເທດໄດ້ຮັບຜົນໄວ

191

ສຳລັບນ້ອງໆຜູ້ທີ່ຕັ້ງໃຈຝຶກພາສາຕ່າງປະເທດ ເຊິ່ງເປັນພາສາທີສອງ ແລະ ທີສາມ ເພື່ອເປັນຄວາມຮູ້ຕິດຕົວ ສ່ວນຈະຮຽນພາສາຫຍັງດີ? ຂຶ້ນຊື່ວ່າເປັນພາສາຕ່າງປະເທດ ກໍມີປະໂຫຍດທັງນັ້ນຂຶ້ນກັບວ່າ ເມື່ອຮຽນມາແລ້ວຈະນຳໄປປະຍຸກໃຊ້ໄດ້ຫຼາຍໜ້ອຍສໍ່າໃດ. ສຳລັບຫົວໃຈຄວາມສຳຄັນຂອງການຮຽນພາສາຕ່າງປະເທດ ຄື:

ມີແຮງບັນດານໃຈ: ຈຸດເລີ່ມຕົ້ນທີ່ເຮັດໃຫ້ການຮຽນພາສາເປັນໄປຢ່າງຕໍ່ເນື່ອງ ແລະ ຍາວນານ ຄື: ແຮງບັນດານໃຈການຮຽນພາສາຕ່າງປະເທດບາງຄົນກໍມັກນັກຮ້ອງ, ນັກສະແດງ ແລະ ບາງຄົນກໍຢາກໄປທ່ຽວ ແລະ ຢາກເຮັດວຽກຢູ່ຕ່າງປະເທດ ເຊິ່ງມັນຈະເປັນແຮງຈູງໃຈທີ່ດີໃຫ້ຢາກຮຽນພາສາເພີ່ມຂຶ້ນ.

ສະສົມຄວາມຮູ້ໃຫ້ຫຼາຍ: ເມື່ອມີຄວາມສົນໃຈພາສາໃດພາສາໜຶ່ງແລ້ວ ເລີ່ມຕົ້ນຄືຕ້ອງຫາປຶ້ມມາອ່ານເພື່ອເກັບຄວາມຮູ້ພື້ນຖານໄປກ່ອນ ເຊັ່ນ: ພະຍັນຊະນະ, ໄວຍະກອນ, ຄຳສັບ ແລະ ອື່ນໆ ແຕ່ການຫາຄວາມຮູ້ຈາກປຶ້ມພຽງຢ່າງດຽວຍັງບໍ່ພຽງພໍ ຕ້ອງເກັບຄວາມຮູ້ເພີ່ມໂດຍໃຊ້ຕົວຊ່ວຍຈາກສື່ອື່ນໆ ເຊັ່ນ: ເບິ່ງຮູບເງົາ ຫຼື ຝຶກຟັງເພງພາສາທີ່ກຳລັງຮຽນຢູ່; ສ່ວນທັກສະການສົນທະນາ ແລະ ການອອກສຽງ ການເບິ່ງໂທລະພາບຂອງປະເທດນັ້ນໆແມ່ນຊ່ວຍໄດ້ຫຼາຍ.

ໃຊ້ທັກສະໃຫ້ຫຼາຍ: ເມື່ອມີ ຄວາມຮູ້ທັກສະພື້ນຖານດ້ານຕ່າງໆແລ້ວ ທີ່ຂາດບໍ່ໄດ້ຄື “ ຕ້ອງນຳໄປໃຊ້ໃຫ້ຫຼາຍໆ ” ໂດຍສະເພາະທັກສະການສື່ສານທີ່ເຮົາເປັນຜູ້ສົ່ງສານ ເຊັ່ນ: ການເວົ້າ ແລະ ການຂຽນ ເພາະການເວົ້າພາສາຕ່າງປະເທດໃຫ້ເປັນບໍ່ໄດ້ຢູ່ວ່າເຮົາມີຄວາມຮູ້ຫຼາຍ ຫຼື ໜ້ອຍ ແຕ່ມັນຕ້ອງອາໄສປະສົບການ ແລະ ການຝຶກຝົນ. ບາງຄົນເວລາຮຽນເກັ່ງເລື່ອງໄວຍາກອນ, ຮູ້ຄຳສັບ ແຕ່ເວລາໃຊ້ງານຈິງຊໍ້າຜັດເວົ້າບໍ່ເປັນ. ດັ່ງນັ້ນ, ຕ້ອງຝຶກໃຊ້ຕົວຈິງໃຫ້ຫຼາຍທີ່ສຸດແລ້ວຈະເກີດປະໂຫຍດ. ສ່ວນການຂຽນ ກໍຝຶກຂຽນເລື້ອຍໆ ເພາະການຂຽນແຕກຕ່າງຈາກການເວົ້າ.

ມີຄວາມກ້າ: ຫຼາຍຄົນເວລາຮຽນພາສາແລ້ວບໍ່ປະສົບຄວາມສຳເລັດ ສ່ວນໜຶ່ງມາຈາກການຂາດຄວາມກ້າ ໂດຍສະເພາະການຝຶກເວົ້າ ເນື່ອງຈາກຢ້ານເວົ້າຜິດ, ສຳນຽງບໍ່ຖືກ ແລະ ອື່ນໆ. ສຳລັບການຝຶກເວົ້າ, ຝຶກໃຊ້ພາສາບໍ່ແມ່ນເລື່ອງທີ່ຜິດກົດໝາຍ. ດັ່ງນັ້ນ, ຕ້ອງຕັດຄວາມກັງວົນອອກໄປແລ້ວທຸ່ມເທກັບການຝຶກໃຫ້ເຕັມທີ່.