ໄຟໄໝ້ປ່າຢູ່ລັດແຄລິຟໍເນຍຍັງວິກິດ ທຣຳ ປະກາດພາວະໄພພິບັດຄັ້ງໃຫຍ່

76

ປະທານາທິບໍດີ ໂດນັນ ທຣຳ ໄດ້ປະກາດໃຫ້ເຫດການໄຟໄໝ້ປ່າລັດແຄລິຟໍເນຍ ເປັນໄພພິບັດຄັ້ງໃຫຍ່ ຫຼັງຈາກໄຟໄໝ້ປ່າທີ່ເກີດຂຶ້ນມາຈາກເຫດການຟ້າຜ່າຫຼາຍເຖິງ 12 ພັນຄັ້ງ ເມື່ອບໍ່ດົນມານີ້ ສົ່ງຜົນໃຫ້ເກີດໄຟໄໝ້ປ່າ ແລະ ລາມໄປເຖິງ 585 ຈຸດແລ້ວ ໂດຍໄຟໄດ້ລຸກໄໝ້ປ່າຕາມແຄມທາງ ລວມທັງບ້ານເຮືອນຂອງປະຊາຊົນ ແລະ ບາງຈຸດຂອງປ່າສະຫງວນແຫ່ງຊາດໄດ້ກາຍເປັນຂີ້ເທົ່າ ເຊິ່ງກິນເນື້ອທີ່ປະມານ 4.000 ກິໂລຕາແມັດ, ຫຼ້າສຸດມີລາຍງານວ່າມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ ປະຊາຊົນອີກຫຼາຍພັນຄົນຕ້ອງອົບພະຍົບອອກຈາກທີ່ຢູ່ອາໄສໄປຢູ່ບ່ອນປອດໄພ.

ລາຍງານລະບຸວ່າ: ທາງການສະຫະລັດໄດ້ລະດົມເຈົ້າໜ້າທີ່ 14.000 ສົ່ງໄປປະຕິບັດໜ້າທີ່ມອດໄຟ ເຊິ່ງເຈົ້າໜ້າທີ່ຕ້ອງເຮັດວຽກໜັກຕະຫຼອດ 24 ຊົ່ວໂມງ ທ່າມກາງສະພາບອາກາດບໍ່ເອື້ອອຳນວຍ, ມີລາຍງານວ່າໄຟໄດ້ລຸກລາມໄໝ້ປ່າສະຫງວນແຫ່ງຊາດ ບິກເບຊິນ ເຊິ່ງເປັນປ່າທີ່ເກົ່າແກ່ທີ່ສຸດໃນລັດແຄລິຟໍເນຍ ໂດຍມີຕົ້ນໄມ້ໃຫຍ່ອາຍຸຫຼາຍກວ່າ 2.000 ປີກໍຖືກໄຟໄໝ້.

ລາຍງານລະບຸວ່າ: ໄຟໄໝ້ປ່າຄັ້ງນີ້ເກີດຂຶ້ນມາຈາກສະພາບອາກາດທີ່ແຫ້ງແລ້ງ ແລະ ຮ້ອນອົບເອົ້າ ບວກກັບເຫດການຟ້າຜ່າຫຼາຍເຖິງ 12.000 ຄັ້ງ ເມື່ອອາທິດກ່ອນ ໄດ້ກໍ່ໃຫ້ເກີດປະກາຍໄຟລຸກໄໝ້ຂຶ້ນ, ຂະນະທີ່ຜູ້ວ່າການລັດແຄລິຟໍເນຍເປີດເຜີຍວ່າໄຟໄໝ້ປ່າຄັ້ງນີ້ ຖືວ່າຮຸນແຮງທີ່ສຸດເທົ່າທີ່ເຄີຍເກີດຂຶ້ນໃນລັດແຄລີຟໍເນຍ.