ຍອດການລົງທຶນຈາກຕ່າງປະເທດຢູ່ ສິງກະໂປ ເພີ່ມຂຶ້ນ 10%

22

ສຳນັກຂ່າວ ຊິນຮວາ ຂອງ ສປຈີນລາຍງານວ່າ:  ເມື່ອບໍ່ດົນມານີ້ ສຳນັກ ສະຖິຕິ ຂອງ ສິງກະໂປ ລາຍງານວ່າ ການລົງທຶນ ໂດຍກົງ ຈາກ ຕ່າງປະເທດ (FDI) ຂອງ ສິງກະໂປ ໃນປີ 2023 ລວມມີ 214 ຕື້ລ້ານໂດລາ ສິງກະໂປ ເພີ່ມຂື້ນ 10% ເມື່ອທຽບໃສ່ ປີຜ່ານມາ.

ເຈົ້າໜ້າທີ່ກ່ຽວຂ້ອງກ່າວວ່າ: ການລົງທຶນຈາກຕ່າງປະເທດຈະເລີນເຕີບໂຕ ເນື່ອງຈາກການເພີ່ມຂຶ້ນຂອງເງິນລົງທຶນໃນຮຸ້ນ ( Equity Capita l) ແລະ ຜົນກໍາໄລ ສະສົມ (retained earnings) .

ການລົງທຶນສ່ວນໃຫຍ່ມາຈາກປະເທດ ສະຫະລັດອາເມຣິກາ, ໂຮນລັງ, ຈີນ, ຍີ່ປຸ່ນ ກວມເອົາ 64% ຂອງ ກະແສ ການລົງທຶນໂດຍກົງ ຂາເຂົ້າທັງໝົດໃນປີ 2023.