ລາຄາຄຳ ປັບຂຶ້ນ 22 ໂດລາ

22

ລາຄາຄຳຟິວເຈີ ປັບຂຶ້ນ22,60ໂດລາ ທ່າມກາງຄວາມຫວັງການປັບຫຼຸດອັດຕາດອກເບ້ຍຂອງເຟດ

ສັນຍາລາຄາຄຳຕະຫຼາດ COMEX (Commodity Exchange)ງວດສົ່ງມອບເດືອນມິຖຸນາ  ປັບຂຶ້ນ22,60ໂດລາ ມາຢູ່ທີ່ 2.331,20 ໂດລາສະຫະລັດຕໍ່ອອນ.

ການປັບຂຶ້ນຂອງລາຄາມີຂຶ້ນຫຼັງຈາກກະຊວງແຮງງານສະຫະລັດອາເມຣິກາ ເປີດເຜີຍໃນວັນສຸກຜ່ານມາວ່າຕົວເລກການຈ້າງງານນອກພາກກະສິກຳ ເພີ່ມຂຶ້ນພຽງ175.000 ຕໍາແໜ່ງໃນເດືອນເມສາ ຕໍ່າກວ່າທີ່ນັກວິເຄາະຄາດການທີ່ລະດັບ 238.000ຕຳແໜ່ງ; ສ່ວນອັດຕາວ່າງງານປັບຂຶ້ນສູ່ລະດັບ3,9%ສູງກວ່າທີ່ນັກວິ້ຄາະຄາດຄະເນໄວ້ທີ່ລະດັບ3,8%

ທັງນີ້ຕົວເລກຄ່າຈ້າງລາຍຊົ່ວໂມງເຊິ່ງເປັນຂໍ້ມູນທີ່ເຟດໃຫ້ຄວາມສຳຄັນເພື່ອຫາສັນຍານບົງບອກພາວະເງິນເຟີ້ ໂດຍສະເລ່ຍຄ່າຈ້າງເພີ່ມຂຶ້ນ3,9%ໃນເດືອນເມສາ ແຕ່ເມື່ອທຽບລາຍປີຕໍ່າກວ່າໂຕເລກຄາດຄະເນທີ່ລະດັບ4,0% ແລະທຽບລາຍເດືອນຄ່າຈ້າງລາຍຊົ່ວໂມງໂດຍສະເລ່ຍຂອງແຮງງານເພີ່ມຂຶ້ນ0,2%ຕໍ່າກວ່າຕົວເລຄາດຄະເນໄວ້0,3%.