ກຸ່ມບໍລິສັດ Pandora ຈາກດານມາກ ຈະລົງທຶນ 150 ລ້ານໂດລາ ສ້າງໂຮງງານໃນຫວຽດນາມ

28

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ຕາມແຈ້ງການຂອງສະຖານທູດ ດານມາກ ປະຈຳຫວຽດນາມ, ກຸ່ມບໍລິສັດPandora ຜູ້ຜະລິດເຄື່ອງເອ້ຢ້ອງ ໃຫຍ່ທີ່ສຸດໃນໂລກ ຈະເລີ່ມລົງມືກໍ່ສ້າງໂຮງງານ Pandora Production ຫວຽດນາມ ຢູ່ເຂດອຸດສາຫະກຳ VSIP 3 ແຂວງບິ່ງເຢືອງ ໃນວັນທີ 16 ພຶດສະພາ ຈະມາເຖິງ. ໂຄງການແມ່ນຮາກຖານຜະລິດອັນດັບທີ 3 ແລະ ແມ່ນໂຮງງານແຫ່ງທຳອິດຂອງ Pandora ທີ່ໄດ້ຮັບການກໍ່ສ້າງນອກປະເທດໄທ.

ຄາດວ່າໂຮງງານທີ່ມີຍອດເງິນລົງທຶນ 150 ລ້ານໂດລາ ຂອງ Pandora ຈະສ້າງວຽກເຮັດງານທຳໃຫ້ແກ່ແຮງງານນາຍຊ່າງເງິນ ກວ່າ 7.000 ຄົນ ແລະ ຜະລິດຜະລິດຕະພັນເອ້ຢ້ອງ 60 ລ້ານຢ່າງຕໍ່ປີ. ເຄື່ອງເອ້ຢ້ອງຊະນິດຕ່າງໆທີ່ໄດ້ຜະລິດຢູ່ໂຮງງານ ຫວຽດນາມ ຈະກວມເອົາຂຶ້ນເຖິງ 1/3 ສະມັດຕະພາບໃນທົ່ວໂລກ ຂອງ Pandora.