ຂ່າວດີອີກ! ມື້ນີ້ຜູ້ຕິດເຊື້ອໂຄວິດ-19 ໄດ້ອອກໂຮງໝໍອີກ 1ຄົນ ຫຼັງກວດຫາເຊື້ອ 2ຄັ້ງຕິດຕໍ່ກັນເປັນລົບ

222

ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ເຜີຍຜູ້ຕິດເຊື້ອໂຄວິດ-19 ກໍລະນີ 21 ໃນ ສປປ ລາວ ຈະໄດ້ອອກໂຮງໝໍໃນມື້ນີ້ ພາຍຫຼັງກວດວິເຄາະຫາເຊື້ອຄືນເປັນລົບ 2 ຄັ້ງຕິດຕໍ່ກັນ, ຕໍ່ຈາກນີ້ໃຫ້ໄປຈຳກັດບໍລິເວນຕໍ່ອີກ 14 ວັນ ແລ້ວກັບມາກວດຫາເຊື້ອຄືນອີກຄັ້ງ ຫາກເປັນລົບກໍ່ຈະສາມາດກັບໄປໃຊ້ຊີວິດປົກຕິໄດ້.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 25 ສິງຫາ 2020 ວ່າ: ສະພາບການເຝົ້າລະວັງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດ 17 ໂມງຂອງວັນທີ 24 ສິງຫາຜ່ານມາ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 1.869 ຄົນ. ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ (ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ) ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ ແລະ ປັດຈຸບັນທົ່ວປະເທດ ສູນຈໍາກັດບໍລິເວນທີ່ຍັງເປີດຢູ່ມີ ທັງໝົດ 54 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.274 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ກ່າວຕື່ມວ່າ: ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 24 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 513 ຄົນ, ໃນນັ້ນ ແຮງງານລາວມາແຕ່ໄທ 72 ຕົວຢ່າງ, ແຮງງານຈີນ 396 ຕົວຢ່າງ, ແຮງງານລາວມາແຕ່ຈີນ 3 ຕົວຢ່າງ, ບຸກຄົນທົ່ວໄປທີ່ມີອາການ 3 ຕົວຢ່າງ, ບຸກຄົນທົ່ວໄປບໍ່ມີອາການ 38 ຕົວຢ່າງ, ຜູ້ຕິດເຊື້ອກໍລະນີທີ 21 ມາກວດຄືນ 1 ຕົວຢ່າງ, ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ.

ສໍາລັບຜົນກວດຂອງຜູ້ຕິດເຊື້ອກໍລະນີ 21 ແມ່ນບໍ່ພົບເຊື້ອ 2 ຄັ້ງຕິດຕໍ່ກັນ. ສະນັ້ນ, ໃນມື້ນີ້ ຜູ້ກ່ຽວຈະໄດ້ອອກໂຮງໝໍ ແລະ ໄປຈຳກັດບໍລິເວນຢູ່ໂຮງແຮມທີ່ໄດ້ຖືກກຳນົດໄວ້ຈົນຄົບ 14 ວັນ. ສ່ວນຜູ້ຕິດເຊື້ອກໍລະນີ 22 ແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍມິດຕະພາບ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ ຮອດ ວັນທີ 24 ສິງຫາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ 37.151 ຕົວຢ່າງ, ກວດພົບເຊື້ອສະສົມ 22 ຄົນ.

ສ່ວນສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກມາຮອດວັນທີ 25 ສິງຫາ ທົ່ວໂລກມີການລາຍງານການລະບາດທັງໝົດ 213 ປະເທດ/ເຂດ; ມີການຢັ້ງຢືນຜູ້ຕິດເຊື້ອ 23.795.052 ຄົນ; ເສຍຊິວິດ 816.386 ຄົນ ກວມເອົາ 3% ຂອງຜູ້ຕິດເຊື້ອ ແລະ ປີ່ນປົວຫາຍດີ 16.336.628 ຄົນ ກວມເອົາ 68,6 % ຂອງຜູ້ຕິດເຊື້ອທັງໝົດ.