ພູຢາງສຳເລັດການແບ່ງດິນແບ່ງປ່າ ແລະມອບໃບຢັ້ງຢືນການນຳໃຊ້ທີດິນກະສີກຳໃຫ້ປະຊາຊົນ

46
ໃນວັນທີ 2 ພຶດສະພາ 2024 ນີ້ ຫ້ອງການກະສີກຳ ແລະ ປ່າໄມ້ເມືອງພູຄູນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນການນຳໃຊ້ທີ່ດິນກະສີກຳໃຫ້ແກ່ປະຊາຊົນຢູ່ບ້ານພູຢາງ ຢູ່ທີ່ສະໂມສອນຂອງບ້ານ ໂດຍການເຂົ້າຮ່ວມຂອງທ່ານ ສົມມາລີ ຄຳເກັ່ງ ເຈົ້າເມືອງພູຄູນ, ມີທ່ານ ສິມ ໄຊຍະແພງ ນາຍບ້ານພູຢາງ, ພາກສວນທີກ່ຽວຂ້ອງຂອງເມືອງ ຕະຫຼອດຮອດແຂກທີຖືກເຊີນຈາກບ້ານອອ້ມຂ້າງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
May be an image of 10 people and people studying
ໃນພິທີ ທ່ານ ອຸ່ນຄຳ ປັນຍາໄລ ຫົວໜ້າໜ່ວຍງານກວດກາປ່າໄມ້ ຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ໄດ້ຜ່ານບົດລາຍງານການລົງຈັດສັນທີ່ດິນກະສີກໍາ, ແບ່ງດິນ – ແບ່ງປ່າ ແລະ ສໍາຫຼວດວັດແທກ ອອກໃບຢັ້ງຢືນ ການນໍາໃຊ້ທີ່ດິນກະສິກໍາ ແລະ ປ່າໄມ້ບ້ານ ພູຢາງ ເຊິ່ງທີມງານໄດ້ລົງເຄືອນໄຫວຈັດສັນທີ່ດິນກະສີກໍາ, ແບ່ງດິນ – ແບ່ງປ່າ ແລະ ສໍາຫຼວດວັດແທກ ມາແຕ່ທ້າຍປີ 2023 ຜ່ານມາ ໃນການລົງຈັດສັນທີ່ດິນກະສີກໍາ, ແບ່ງດິນ – ແບ່ງປ່າ ແລະ ສໍາຫຼວດວັດແທກ ອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ແລະ ປ່າໄມ້ ໃນຄັ້ງນີ້ ແມ່ນໄດ້ນໍາໃຊ້ແຜນທີ່ ພາບຖ່າຍດາວທຽມ ແລະ ນໍາໃຊ້ເຄື່ອງມື GIS ເຂົ້າໃນການຈັດຕັ້ງປະຕິບັດ ພ້ອມດຽວກັນນັ້ນກໍ່ເກັບກໍາຂໍ້ມູນທາງດ້ານເສດຖະກິດສັງຄົມ ແລະ ລົງສໍາຫຼວດວັດແທກດິນກະສິກໍາ ແລະ ປ່າໄມ້ ຕົວຈີງຢູ່ພາກສະໜາມໂດຍນໍາໃຊ້ເຄື່ອງມື GPS ເພື່ອລົງຈັບຈຸດພິກັດຂອງ ດີນແຕ່ລະຕອນ, ແຕ່ລະປະເພດ, ເພື່ອກໍານົດ ແລະ ວັດແທກທີດິນແຕ່ລະປະເພດ ໃນນັ້ນປະກອບມີ: ຂອບເຂດການຄຸ້ມຄອງຂອງບ້ານ, ຂອບເນື້ອທີ່ດິນກະສິກໍາ, ເນື້ອທີ່ດິນປ່າໄມ້ ຕິດພັນກັບການຈັດສັນທີດິນ 5 ປະເພດ.
May be an image of 7 people, people studying and text
ທົ່ວບ້ານພູຢາງ ມີຈໍານວນຄອບຄົວທັງໝົດ 102 ຄອບຄົວ, ມີພົນລະເມືອງ 594 ຄົນ, ຍິງ 310 ຄົນ,ບ້ານພູຢາງ ມີເນື້ອທີ່ດິນລວມທັງໝົດ: 4.265,82 ເຮັກຕາ ໃນນັ້ນເນື້ອທີ່ດິນກະສິກໍາທັງໝົດ 1.712, 53 ເຮັກຕາ ໃນນີ້ ໄດ້ສຳເລັດການສໍາຫຼວດວັດແທກ ອອກໃບຢັ້ງຢືນການນໍາໃຊ້ທີ່ດິນກະສິກໍາ ທັງໝົດ300 ຕອນ, ມີ ເນື້ອທີ່ 624,27 ເຮັກຕາ, ພິທີໃນຄັ້ງນີ້ ໄດ້ມອບໃບຢັ້ງຢືນການນຳໃຊ້ທີດິນກະສີກຳ ແລະ ປ່າໄມ້ໃຫ້ການຈັດຕັ້ງ ພໍ່ແມ່ປະຊາຊົນ ເພື່ອນຳໃຊ້ ແລະ ປັກປັກຮັກສາປ່າໄມ້ ໃຫ້ຖືກຕ້ອງຕາມການຈັດສັນ ເພື່ອແນ່ໃສ່ເຮັດໃຫ້ການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ແລະ ຍາວນານ.
May be an image of 10 people and people studying
ຂ່າວ: ຂ່າວສານເມືອງພູຄູນ