Monthly Archives: August, 2020

ມອບ – ຮັບການສ້ອມແປງເສັ້ນທາງປູຢາງຢູ່ເມືອງເຟືອງ

ພາຍຫຼັງການສ້ອມແປງເສັ້ນທາງເລກທີ 4533 ລະຫວ່າງບ້ານຕໍ່ບ້ານ ຢູ່ກຸ່ມເທສະບານເມືອງເຟືອງ ແຂວງວຽງຈັນ ຂອງບໍລິສັດໄດ້ສຳເລັດຕາມລະດັບຄາດໝາຍ. ໃນຕອນເຊົ້າວັນທີ 24 ສິງຫາ 2020 ທີ່ຫ້ອງການກຸ່ມເທສະບານເມືອງເຟືອງ ໄດ້ຈັດພິທີມອບ - ຮັບໂຄງການການສ້ອມແປງເສັ້ນທາງປູຢາງ 2 ຊັ້ນ ທາງເລກທີ 4533 ລະຫວ່າງບໍລິສັດຜູ້ຮັບເໝົາສ້ອມແປງ ແລະ ຄະນະຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງເຟືອງ. ໂດຍການເຂົ້າຮ່ວມຂອງ ທ່ານ...

ມອບກາໝາຍໂອດ໊ອບໃຫ້ 2 ຜະລິດຕະພັນ ເມືອງຈອມເພັດ

ວັນທີ 21 ສິງຫາ 2020 ທີ່ບ້ານຈ່ານເໜືອ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີມອບ - ຮັບປ້າຍ ແລະ ຮັບຮອງຈົດເຂົ້າເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ( ODOP ) ໃຫ້ສອງຫົວໜ່ວຍທຸລະກິດໃນເມືອງຈອມເພັດ ໂດຍມີ ທ່ານ ສໍານານ ສົນທະນີ ຫົວ ໜ້າພະແນກອຸດສາຫະກໍາ...

ຄໍາມ່ວນ ອະນຸຍາດໃຫ້ເອກະຊົັນສໍາປະທານທີ່ດິນ 100 ເຮັກຕາ ປູກໄມ້ໃຫ້ໝາກ

ພິທີເຊັນສັນຍາວ່າດ້ວຍການສໍາປະທານເນື້ອທີ່ດິນ 100 ເຮັກຕາ ເພື່ອພັດທະນາໂຄງການກະສິກຳປູກຝັງຢູ່ເຂດບ້ານໂພນເຍຍນ້ອຍ ເມືອງທ່າແຂກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ສິງຫາ 2020 ລະຫວ່າງ ອົງການປົກຄອງແຂວງຄໍາມ່ວນ ຕາງໜ້າລົງນາມໂດຍ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ກັບ ທ່ານ ງໍ ໄຊຍະວົງ ຜູ້ອຳນວຍການ...

ອານຸສອນ ຄືຄວາມຫວັງຂອງ ເອັສຣາ ເອັຟຊີ ໃນລາວລີກ 1 ແລະ ຢູ 19 ລາວ

ອານຸສອນ ໄຊປັນຍາ ກອງໜ້າດາວເດັ່ນຂອງ ເອັສຣາ ເອັຟຊີ ກາຍເປັນນັກເຕະຄວາມຫວັງຂອງທີມຢ່າງເຫັນໄດ້ຊັດເຈນ ຫຼັງພົ້ນໂທດຈາກໃບແດງກັບມາລະເບີດຟອມ ເຮັດແຮັດທຣິກ ( ຍິງ 3 ປະຕູນັດດຽວ ) ພາທີມເອົາຊະນະ ປກສ ເອັຟຊີ ໄປຂາດລອຍ 5-1 ໃນການແຂ່ງຂັນ ເປບຊີ ລາວລີກ 1 ເມື່ອວັນທີ 23...

ຮອງລັດຖະມົນຕີກະຊວງການເງິນລົງຊຸກຍູ້ການເກັບລາຍຮັບຢູ່ພາກໃຕ້

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ໄດ້ເຄື່ອນໄຫວຊຸກຍູ້ຕິດຕາມກວດກາການຈັດຕັ້ງປະຕິບັດລາຍ ຮັບ - ລາຍຈ່າຍງົບປະມານ 7 ເດືອນ ແລະ ວາງມາດຕະການໃນ 5 ເດືອນທ້າຍປີ 2020 ຢູ່ບັນດາແຂວງພາກໃຕ້ ( ແຂວງຈຳປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ) ໂດຍການຕ້ອນຮັບຂອງ...

27 ຫາ 30 ສິງຫາ ຝົນຍັງຈະມາອີກ ເຕືອນທົ່ວທຸກພາກເຝົ້າລະວັງ

ໃນລະຫວ່າງວັນທີ 27 ຫາ 30 ສິງຫາ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ຈະເພີ່ມກຳລັງແຮງຂຶ້ນພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍເປັນບໍລິເວນກວ້າງ ໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ ພ້ອມຈະມີລົມພັດແຮງເປັນບາງໂອກາດ. ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດ ເລກທີ 1111/ກອຕທ ລົງວັນທີ 24...

ນິຄົມອຸດສາຫະກຳການຄ້າວຽງຈັນໂນນທອງ ຜະລິດສິນຄ້າສົ່ງອອກໄດ້ 200 ລ້ານກວ່າໂດລາ

ນິຄົມອຸດສາຫະກຳການຄ້າວຽງຈັນໂນນທອງ ຫຼື ວີຕ້າປາກ ໄດ້ສໍາເລັດການພັດທະນາໄລຍະທີ 1 ໃນເນື້ອທີ່ 110 ເຮັກຕາ ມີຫົວໜ່ວຍທຸລະກິດມາຈົດທະບຽນທັງໝົດ 67 ບໍລິສັດ, ໃນນັ້ນທໍາການຜະລິດແລ້ວ 32 ບໍລິສັດ ມູນຄ່າການສົ່ງອອກ 200 ກວ່າລ້ານໂດລາ, ສ້າງວຽກເຮັດງານທໍາແລ້ວ 3,5 ພັນກວ່າຄົນ ມອບພັນທະໃຫ້ລັດຖະບານ 2,3 ຕື້ກວ່າກີບ. ໃນວັນທີ 22...

ເລືອກໃຊ້ u-money ແທນເງິນສົດສະດວກ ແລະ ງ່າຍກວ່າ

ໄລຍະຕົ້ນປີ 2020 ເປັນຕົ້ນມາ ທົ່ວໂລກໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ສົ່ງຜົນເຮັດໃຫ້ຫຼາຍໆຢ່າງທົ່ວສັງຄົມມີການປັບປ່ຽນໂດຍສະເພາະແບບແຜນການດໍາລົງຊີວິດໄດ້ຫັນສູ່ຮູບແບບໃໝ່ທີ່ເນັ້ນໃສ່ການປ້ອງກັນໃຫ້ຕົນເອງປອດໄພຈາກການຕິດເຊື້ອພະຍາດດັ່ງກ່າວ. ໃນນັ້ນ, ການຫຼີກລຽງຈັບຈ່າຍໂດຍໃຊ້ເງິນສົດກໍແມ່ນປາກົດການໜຶ່ງທີ່ຫຼາຍໆປະເທດໃນໂລກໃຫ້ຄວາມສໍາຄັນ ແລະ ຫັນສູ່ການຊໍາລະໃຊ້ຈ່າຍຜ່ານແອັບ, ຜ່ານຄີວອາໂຄດ (QR CODE) ຫຼື ຜ່ານການໂອນຕ່າງໆ. ໃນ ສປປ ລາວ ກໍ່ເຊັ່ນກັນຫຼາຍຄົນກໍ່ຮູ້ຈັກກ່ຽວກັບການຊໍາລະໃນຮູບແບບດັ່ງກ່າວ ແລະ ບັນດາຫົວໜ່ວຍທຸລະກິດ, ທະນາຄານ ກໍ່ມີການສົ່ງເສີມການຊໍາລະຜ່ານແອັບ ຫຼື ຜ່ານຄີວອາໂຄດ...

“ເຂົ້າໜົມຕົ້ມ” ເມນູເຂົ້າໜົມບູຮານ ໜຽວນຸ້ມ ແຊບ

ມື້ນີ້ເຮົາກໍມີສູດເຮັດເຂົ້າໜົມແຊບໆ ມາຝາກທຸກທ່ານໄດ້ເອົາໄປລອງເຮັດກິນເບິ່ງ ວິທີເຮັດກໍງ່າຍແສນງ່າຍຮັບຮອງວ່າແຊບຖືກໃຈ ຄົນມັກກິນເຂົ້າໜົມຫວານກັນແນ່ນອນ ເຮົາມາເບິ່ງວິທີເຮັດໄປພ້ອມກັນເລີຍ. ສ່ວນປະສົມແປ້ງ ແປ້ງເຂົ້າໜຽວ 2 ຖ້ວຍ ງາດຳປະສົມນ້ຳບົດລະອຽດ 6 ບ່ວງແກງ ນົມສົດ 10-12 ບ່ວງແກງ ໝາກພ້າວກະຈາຂູດເສັ້ນນຶ້ງສຸກ 300 ກຣາມ ເກືອເລັກນ້ອຍ ນ້ຳສະອາດສຳລັບຕົ້ມ ສ່ວນປະສົມໃສ້ເຂົ້າໜົມຕົ້ມ ໝາກພ້າວກະຈາຂູດ 250 ກຣາມ ນ້ຳຕານປີບ 250 ກຣາມ ນ້ຳດື່ມສະອາດ ¾ ຖ້ວຍ ວິທີເຮັດໃສ້ ໃສ່ໝາກພ້າວກະຈາ ນ້ຳຕານປີບ ນ້ຳດື່ມສະອາດ ລົງໃນໝໍ້ ກວນຈົນສ່ວນປະສົມແຫ້ງ ສາມາດປັ້ນເປັນກ້ອນໄດ້...

ວິຕາມິນ B ລວມ ມີປະໂຫຍດໃນການປ້ອງກັນພະຍາດຫຍັງໄດ້ແນ່?

ກຸ່ມຂອງວິຕາມິນບີ ຫຼື ທີ່ຮູ້ຈັກກັນດີໃນຊື່ວ່າ ວິຕາມິນບີລວມ (vitamin B complex) ປະກອບດ້ວຍວິຕາມິນບີ 8 ຊະນິດຄື: ບີ1 (thiamine), ບີ2 (riboflavin), ບີ3 (niacin), ບີ5 (pantothenic acid), ບີ6, ບີ7 (biotin), ບີ12 ແລະ...
- Advertisment -
Slide
Slide

Most Read

error: Content is protected !!