ຄໍາມ່ວນ ອະນຸຍາດໃຫ້ເອກະຊົັນສໍາປະທານທີ່ດິນ 100 ເຮັກຕາ ປູກໄມ້ໃຫ້ໝາກ

228

ພິທີເຊັນສັນຍາວ່າດ້ວຍການສໍາປະທານເນື້ອທີ່ດິນ 100 ເຮັກຕາ ເພື່ອພັດທະນາໂຄງການກະສິກຳປູກຝັງຢູ່ເຂດບ້ານໂພນເຍຍນ້ອຍ ເມືອງທ່າແຂກ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 21 ສິງຫາ 2020 ລະຫວ່າງ ອົງການປົກຄອງແຂວງຄໍາມ່ວນ ຕາງໜ້າລົງນາມໂດຍ ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ກັບ ທ່ານ ງໍ ໄຊຍະວົງ ຜູ້ອຳນວຍການ ບໍລິສັດ ງໍ ໄຊຍະວົງ ພັດທະນາກະສິກຳ ຈຳກັດຜູ້ດຽວ ພ້ອມພະຍານສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການດັ່ງກ່າວເປັນຮູບແບບການລົງທຶນເອກະຊົນພາຍໃນ 100% ຈໍານວນເນື້ອທີ່ 100 ເຮັກຕາ ໂດຍທາງບໍລິສັດໄດ້ຈັດສັນເຂົ້າໃນການພັດທະນາກະສິກຳປູກຝັງປະເພດໄມ້ໃຫ້ໝາກ ຄື: ນຳໃຊ້ເຂົ້າໃນການປູກໝາກມ່ວງ 95,5 ເຮັກຕາ, ໝາກກ້ຽງ 2 ເຮັກຕາ, ໜາກພ້າວ 2 ເຮັກຕາ ແລະ ອີກ 0,5 ເຮັກຕາ ແມ່ນນຳໃຊ້ເຂົ້າໃນການປຸກສ້າງທີ່ຢູ່ອາໄສ ໂດຍມີໄລຍະເວລາສຳປະທານ 30 ປີ.

ນອກຈາກນີ້, ທາງບໍລິສັດຍັງເຫັນດີປະຕິບັດພັນທະຕ່າງໆຕໍ່ລັດຕາມລະບຽບກົດໝາຍ ພ້ອມທັງປະກອບສ່ວນພັນທະພັດທະນາສັງຄົມ, ດ້ານສິ່ງແວດລ້ອມ.

ສ່ວນດ້ານນະໂຍບາຍທາງບໍລິສັດຈະໄດ້ຮັບການຍົກເວັ້ນເກັບຄ່າເຊົ່າທີ່ດິນ, ຍົກເວັ້ນອາກອນກຳໄລ ແລະ ຍົກເວັ້ນດ້ານອື່ນໆ ຕາມໄລຍະເວລາທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍສົ່ງເສີມການລົງທຶນ.