Monthly Archives: August, 2020

ເສັ້ນທາງແຕ່ ສອງຄອນ ຫາ ຕຸ້ມລານ ຄືບໜ້າແລ້ວ 95% ຄາດໃຫ້ສໍາເລັດປີນີ້

ການກໍ່ສ້າງເສັ້ນທາງເຂົ້າເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ຫາເມືອງຕຸ້ມລານ ແຂວງສາລະວັນ ຫຼັງລົງມືກໍ່ສ້າງນັບແຕ່ປີ 2017 ຈົນຮອດປັດຈຸບັນ ປະຕິບັດໄດ້ແລ້ວ 95% ຄາດວ່າຈະໃຫ້ສຳເລັດໃນປີ 2020ນີ້. ໃນວັນທີ 25 ສິງຫາ 2020 ທີ່ຜ່ານມາ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນະເຂດ ພ້ອມຄະນະພະແນກການອ້ອມຂ້າງທີ່ກ່ຽວຂ້ອງ ໄດ້ໄປຢ້ຽມຢາມເບິ່ງຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງ ແຕ່ເຊບັ້ງນວນ ເມືອງສອງຄອນ...

ເຈັບຄໍຫຼັງຕື່ນນອນທຸກເຊົ້າ ໄຂຂໍ້ຂ້ອງໃຈໃຫ້ດີອາການນີ້ອັນຕະລາຍບໍ່?

ການຕື່ນນອນຂຶ້ນມາດ້ວຍຄວາມຮູ້ສຶກສົດຊື່ນ ສົດໃສ ລ້ວນແຕ່ເປັນສິ່ງທີ່ທຸກຄົນຢາກພົບເຫັນໃນຕອນເຊົ້າ ແຕ່ອາການເຈັບຄໍໂດຍບໍ່ຮູ້ສາເຫດ ອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນໄດ້ ມື້ນີ້ເຮົາຈະພາທຸກຄົນໄປຮຽນຮູ້ສາເຫດອາການເຈັບຄໍຫຼັງຕື່ນນອນກັນ ແລະ ມາເບິ່ງກັນວ່າຖ້າບໍ່ຢາກຕື່ນນອນແລ້ວມີອາການເຈັບຄໍແຕ່ເຊົ້າຈະມີວິທີປ້ອງກັນແບບໃດ. ພະຍາດພູມແພ້ອາກາດ ພະຍາດພູມແພ້ອາກາດ ບໍ່ໄດ້ເກີດຂຶ້ນແຕ່ຕອນທີ່ເຮົາຕື່ນນອນເທົ່ານັ້ນ ແຕ່ຍັງສາມາດເກີດໃນຂະນະທີ່ເຮົານອນລັບໄດ້ ເຊິ່ງອາການນີ້ນອກຈາກຈະເຮັດໃຫ້ເຈັບຄໍ ຫຼື ຄໍແຫ້ງ ຫຼັງຈາກຕື່ນນອນແລ້ວ ກໍຍັງເຮັດໃຫ້ຮູ້ສຶກວ່າເປັນໄຂ້ຫວັດ ເກີດອາການຈາມ ແລະ ມີນໍ້າມູກໃນຊ່ວງເຊົ້າ. ວິທີແກ້ໄຂ ພະຍາດພູມແພ້ອາກາດສາມາດປ້ອງກັນໄດ້ດ້ວຍການຮັບປະທານຢາແກ້ແພ້ກ່ອນເຂົ້ານອນ ເຊິ່ງວິທີການປ້ອງກັນບໍ່ໃຫ້ເກີດອາການພູມແພ້ອາກາດກໍມີຫຼາກຫຼາຍວິທີ ອາທິ ການຮັບປະທານອາຫານ ຫຼື ອາຫານເສີມທີ່ອຸດົມດ້ວຍວິຕາມິນຊີ ການໃຊ້ຢາແກ້ແພ້ເປັນຕົ້ນ. ພາວະຂາດນໍ້າ ການດື່ມນໍ້າໜ້ອຍຈົນບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ຈະສົ່ງຜົນໄປເຖິງໃນຊ່ວງເວລາກາງຄືນທີ່ເຮົານອນລັບ...

ຊົມເຊີຍ! ເມືອງໄຊພູທອງຮ່ວມໃຈ ອອກແຮງງານລວມທຸກວັນສຸກ

ແຫຼ່ງຂ່າວຈາກເມືອງໄຊພູທອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງວ່າການປົກຄອງເມືອງໄຊພູທອງ ແຂວງສະຫວັນນະເຂດ ສົມທົບກັບອໍານາດການປົກຄອງ ບ້ານພູມມະເຈດີ, ບ້ານນາຄໍາ ແລະ ຊາວໜຸ່ມເມືອງ ສ້າງຂະບວນການອອກແຮງງານ ໃນທຸກໆວັນສຸກຂອງອາທິດ ຢ່າງເປັນຂະບວນການຟົດຟື້ນ ໂດຍມີ ທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີບັນດາຄະນະປະຈໍາພັກ, ຮອງເຈົ້າເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນເຂດກຸ່ມບ້ານ ພູມມະເຈດີ...

ຈະສ້າງພະພຸດທະຮູບໃຫຍ່ສູງ 100ແມັດ ຢູ່ບຶງທາດຫຼວງ ຫວັງດຶງດູດນັກທ່ອງທ່ຽວ

ບໍລິສັດອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ້ ສປ ຈີນ ຈຳກັດ ເຊິ່ງເປັນຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫລວງ ມີແຜນຈະສ້າງຮູບປັ້ນພະພຸດທະຮູບໃຫຍ່, ເຊິ່ງມີຄວາມສູງປະມານ 100 ແມັດ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ທີ່ຕັ້ງຢູ່ຈຸດໃຈກາງນະຄອນ ຫລວງວຽງຈັນ. ທັງນີ້, ກໍ່ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວສະຖານທີ່ດັ່ງກ່າວ ໃຫ້ນັບມື້ຫລາຍຂຶ້ນ. ອີງຕາມຂໍ້ມູນຈາກຜູ້ພັດທະນາໂຄງການລະບຸວ່າ: ຈຸດປະສົງໃນການສ້າງພະພຸດທະຮູບດັ່ງກ່າວ ກໍເນື່ອງຈາກວ່າ ພະພຸດທະຮູບເປັນທີ່ນັບຖື/ເຊື່ອຖື ຂອງຊາວສາສະໜາພຸດທັງຫລາຍ...

ຢູນີເທວ ສືບຕໍ່ອຸປະຖໍາມູນຄ່າ 2,4 ຕື້ ກີບ ເພື່ອຕ້ານລະບາດຂອງພະຍາດໂຄວິດ-19 ຢູ່ລາວ

ບໍລິສັດ ສະຕາ ໂທລະຄົມ ຫລື ຢູນີເທວ ໄດ້ສືບຕໍ່ປະກອບສ່ວນຊ່ວຍເຫລືອ ໃຫ້ແກ່ກະຊວງ ສາທາລະນະສຸກ ໃນວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍການອຸປະຖຳ ໂທລະສັບເບີວິນໂຟນພ້ອມຊິມ ຈຳນວນ 1.234 ໜ່ວຍ ພ້ອມມູນຄ່າໂທ 200.000 ກີບ/ເບີ/ເດືອນ, ຊິມໂທລະສັບມືຖືຈຳນວນ 300 ຊິມ ພ້ອມມູນຄ່າໂທ...

ເປີດສົກຮຽນໃໝ່ນີ້ ເນັ້ນປັບການດຳລົງຊີວິດປົກກະຕິແບບໃໝ່ ເອົາຄວາມປອດໄພຂອງລູກຫຼານ

ປີນີ້ບັນດາໂຮງຮຽນຕ້ອງເຮັດວຽກໜັກ ຂັດຂ້ອງຫຼາຍຂອດ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຮຽນ-ການສອນບໍ່ເປັນໄປຕາມປົກກຕິ ສຳລັບຊັ້ນມັດທະຍົມຫາກໍ່ເສັງແລ້ວກໍ່ຕ້ອງໄດ້ຮຽນຕໍ່ອີກແລ້ວ ຕາມວັນເວລາປົກກະຕິຂອງແຕ່ລະປີທີ່ຮອດເດືອນກັນຍາກໍ່ໝາຍເຖິງຕ້ອງໄຂສົກຮຽນໃໝ່ແລ້ວ ແລະປີນີ້ກໍ່ເຊັ່ນດຽວກັນ ແຕ່ຈຸດທີ່ບໍ່ຄືທຸກປີຄືການປັບວິທີການໃຊ້ຊີວິດປົກກະຕິແບບໃໝ່ທີ່ມີຄວາມປອດໄພຫ່າງໄກພະຍາດຕິດຕໍ່ຈາກພະຍາດອັກເສບປອດສາຍພັນໃໝ່ນັ້ນເອງ ພໍ່ແມ່ຜູ້ປົກຄອງທີ່ຢູ່ຫ່າງໄກສອກຫຼີ້ກຫາຜ້າອັດປາກອັກດັງບໍ່ໄດ້ ບໍ່ມີເງື່ອນໄຂທາງເສດຖະກິດກໍ່ຂໍໃຫ້ຊອກຫາຜ້າເສດມາຫຍິບໃຫ້ລູກໃສ່ປ້ອງກັນໄວ້ດີກວ່າແກ້. ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ:...

ເຄັດລັບ 5 ຂໍ້ ການໃຊ້ງານ PowerPoint ທີ່ສະດວກສໍາລັບທຸກຄົນ

ຫາກຕ້ອງການນຳສະເໜີວຽກໃຫ້ຖືກໃຈລູກຄ້ານັ້ນ ການກະກຽມ PowerPoint ເປັນຫົວໃຈສຳຄັນ ຫາກສ້າງຂຶ້ນມາໄດ້ດີຈະສາມາດດຶງດູດໃຫ້ຜູ້ຮັບຟັງການນຳສະເໜີນັ້ນຄ້ອຍຕາມ ແລະ ສາມາດເຮັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ນັ້ນງ່າຍຂຶ້ນ. ສະນັ້ນ, ມື້ນີ້ຈະພາໄປຮູ້ຈັກກັບເຕັກນິກເລັກໜ້ອຍທີ່ຈະເຮັດໃຫ້ການນຳສະເໜີວຽກຂອງທ່ານ ມີຄວາມໜ້າສົນໃຈຫຼາຍຂຶ້ນກວ່າເກົ່າ ດັ່ງລຸ່ມນີ້: ການເລືອກ Font: ບັນຫາດັ່ງກ່າວສາມາດແກ້ໄຂໄດ້ດ້ວຍການໃຊ້ຕົວເລືອກການຝັງຮູບແບບອັກສອນ ຫຼື Font ( Embed font ) ທີ່ມີມາກັບ Microsoft Office PowerPoint ຈາກນັ້ນກໍສາມາດເລືອກໃຊ້ຮູບແບບຕົວອັກສອນງາມໆໃຫ້ມີຄວາມດຶງດູດ ໂດຍບໍ່ຕ້ອງກັງວົນວ່າຈະສາມາດເປີດໄຟລ໌ນຳສະເໜີ...

ບໍລິສັດໄບແດນ ຍື່ນຟ້ອງ ທຣຳ ກໍລະນີສັ່ງຫ້າມໃຊ້ແອັບຕິກຕ໊ອກ

ບໍລິສັດໄບແດນ ( Byte Dance ) ຂອງ ສປ ຈີນ ເຊິ່ງເປັນເຈົ້າຂອງແອັບພລິເຄຊັນຕິກຕ໊ອກ ( TikTok ) ກຽມຍື່ນຟ້ອງຮ້ອງຕໍ່ສານ ກໍລະນີທີ່ປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດອາເມຣິກາ ອອກຄຳສັ່ງຫ້າມປະຊາຊົນຕະຫຼອດຮອດໜ່ວຍງານອົງການຕ່າງໆຂອງອາເມຣິກາໃຊ້ແອັບຕິກຕ໊ອກ ເຊິ່ງຈະມີຜົນຕັ້ງແຕ່ກາງເດືອນກັນຍາເປັນຕົ້ນໄປ ຍົກເວັ້ນແຕ່ບໍລິສັດໄບແດນຈະຍອມຂາຍແອັບດັ່ງກ່າວໃຫ້ແກ່ບໍລິສັດຂອງອາເມຣິກາ. ບໍລິສັດໄບແດນ ລະບຸວ່າລັດຖະບານສະຫະລັດອາເມຣິກາ ພາຍໃຕ້ການນຳຂອງປະທານາທິບໍດີ ທຣຳ ບໍ່ຍອມຮັບຟັງຄວາມເປັນຈິງ....

172 ປະເທດ ເຂົ້າຮ່ວມໂຄງການ COVAX ລະດົມທຶນຊື້ວັກແຊັງຕ້ານໂຄວິດ

ທ່ານ ດຣ. ທີໂດຣສ ອັດຮານອມ ກິບຣີເຢຊຸດ ຜູ້ອຳນວຍການອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ປັດຈຸບັນມີ 172 ປະເທດທົ່ວໂລກທີ່ເຂົ້າຮ່ວມໂຄງການ COVAX ຂອງອົງການອະນາໄມໂລກ ໃນການລະດົມເງິນທຶນ ເພື່ອຈັດຊື້ວັກແຊັງຕ້ານໂຄວິດ - 19 ເພື່ອຮັບປະກັນວ່າປະເທດສະມາຊິກຈະສາມາດເຂົ້າເຖິງວັກແຊັງທີ່ມີປະສິດທິພາບ ແລະ ປອດໄພໄດ້. ຜູ້ອຳນວຍການອົງການອະນາໄມໂລກ ກ່າວອີກວ່າ: ປັດຈຸບັນມີວັກແຊັງທີ່ຢູ່ໃນຂັ້ນຕອນການທົດລອງທາງຄລີນິກເຖິງ...

ຈີນ ປະກາດຈະຈັດສົ່ງວັກແຊັງຕ້ານໂຄວິດໃຫ້ປະເທດລຸ່ມແມ່ນ້ຳຂອງ ກ່ອນປະເທດອື່ນ

ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກ່າວໃນກອງປະຊຸມສຸດຍອດຜູ້ນຳຂອບການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ຜ່ານລະບົບທາງໄກ ເມື່ອວັນທີ 24 ສິງຫາຜ່ານມາວ່າ: ຈີນຈະໃຫ້ ຄວາມສຳຄັນໃນການຈັດສັນວັກແຊັງຕ້ານໂຄວິດ - 19 ໃຫ້ແກ່ກຸ່ມປະເທດລຸ່ມແມ່ນ້ຳຂອງກ່ອນ ເມື່ອວັກແຊັງໄດ້ຮັບການພັດທະນາສຳເລັດ...
- Advertisment -
Slide
Slide

Most Read

error: Content is protected !!