ເປີດສົກຮຽນໃໝ່ນີ້ ເນັ້ນປັບການດຳລົງຊີວິດປົກກະຕິແບບໃໝ່ ເອົາຄວາມປອດໄພຂອງລູກຫຼານ

234

ປີນີ້ບັນດາໂຮງຮຽນຕ້ອງເຮັດວຽກໜັກ ຂັດຂ້ອງຫຼາຍຂອດ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການຮຽນ-ການສອນບໍ່ເປັນໄປຕາມປົກກຕິ ສຳລັບຊັ້ນມັດທະຍົມຫາກໍ່ເສັງແລ້ວກໍ່ຕ້ອງໄດ້ຮຽນຕໍ່ອີກແລ້ວ ຕາມວັນເວລາປົກກະຕິຂອງແຕ່ລະປີທີ່ຮອດເດືອນກັນຍາກໍ່ໝາຍເຖິງຕ້ອງໄຂສົກຮຽນໃໝ່ແລ້ວ ແລະປີນີ້ກໍ່ເຊັ່ນດຽວກັນ ແຕ່ຈຸດທີ່ບໍ່ຄືທຸກປີຄືການປັບວິທີການໃຊ້ຊີວິດປົກກະຕິແບບໃໝ່ທີ່ມີຄວາມປອດໄພຫ່າງໄກພະຍາດຕິດຕໍ່ຈາກພະຍາດອັກເສບປອດສາຍພັນໃໝ່ນັ້ນເອງ ພໍ່ແມ່ຜູ້ປົກຄອງທີ່ຢູ່ຫ່າງໄກສອກຫຼີ້ກຫາຜ້າອັດປາກອັກດັງບໍ່ໄດ້ ບໍ່ມີເງື່ອນໄຂທາງເສດຖະກິດກໍ່ຂໍໃຫ້ຊອກຫາຜ້າເສດມາຫຍິບໃຫ້ລູກໃສ່ປ້ອງກັນໄວ້ດີກວ່າແກ້.


ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຖະແຫລງ ຂ່າວຕໍ່ສື່ມວນຊົນ ໃນວັນທີ 26 ສິງຫາ 2020 ນີ້ວ່າ: ປະຕິທິນການຈັດການຮຽນ-ການສອນ ສຳລັບສົກຮຽນ 2020-2021 ແມ່ນຈະໄດ້ດຳເນີນໄປເປັນປົກ ກະຕິຄ້າຍກັບທຸກປີ ຄືວັນທີ 1 ກັນຍາ 2020 ເປັນມື້ໄຂສົກຮຽນໃໝ່ໃນຂອບເຂດທົ່ວປະເທດ. ປີນີ້ພວກເຮົາໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ຂະແໜງການສຶກສາ ແລະ ກິລາ ກໍຄືກັບຂະແໜງການອື່ນແມ່ນໄດ້ຮັບຜົນກະທົບໃນຫລາຍດ້ານ ເຊັ່ນ: ການຮຽນບໍ່ປົກກະຕິ, ມີຄວາມຫຍຸ້ງຍາກ ໃນການປະ ຕິບັດມາດຕະການຮັກສາໄລຍະຫ່າງ, ຜ້າອັດປາກ-ອັດດັງ ບໍ່ພຽງພໍ, ນັກຮຽນທີ່ສຶກສາຢູ່ຕ່າງປະເທດບໍ່ໄດ້ກັບໄປສືບຕໍ່ຮຽນ, ທຶນການສຶກສາຂອງຫລາຍປະເທດຖືກໂຈະ, ມີຄວາມສ່ຽງສູງຂອງນັກສຶກສາຈົບໃໝ່ ທີ່ຈະບໍ່ໄດ້ເຂົ້າສູ່ພາກແຮງງານ ແລະ ບັນຫາອື່ນໆ. ເຖິງຢ່າງໃດກໍຕາມ ຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ມີການປຶກສາຫາລືກັບກົມວິຊາການທີ່ກ່ຽວ ຂ້ອງ ແລະ ປະເມີນສະພາບການເປັນປົກກະຕິ ເພື່ອສືບຕໍ່ເຮັດໃຫ້ການຈັດການຮຽນ-ການສອນ ສືບຕໍ່ດຳເນີນໄປ ທັງຮັບປະກັນຄຸນນະພາບການສຶກສາ ໃນສະພາບແວດລ້ອມໃໝ່.


ທ່ານ ລັດຖະມົນຕີຍັງກ່າວອີກວ່າ: ສຳລັບຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ຈະຕ້ອງໄດ້ທົບທວນຄືນ ກ່ຽວກັບຮູບແບບການຈັດການຮຽນ-ການສອນ ຈະປັບປ່ຽນຫຍັງແດ່ເພື່ອໃຫ້ກາຍເປັນຄວາມຊິນເຄີຍໃນການດຳລົງຊີວິດປົກກະຕິແບບໃໝ່ (New Normal) ຈະນຳໃຊ້ເຕັກໂນໂລຊີ ເຂົ້າມາຊ່ວຍ ໂດຍສະເພາະຕ້ອງນຳໃຊ້ຊ່ອງໂທລະພາບສຶກສາ ແລະ ກິລາ ໃຫ້ເກີດປະໂຫຍດສູງສຸດແກ່ການພັດທະນາວິຊາຊີບຄູ, ກຸ່ມໂຮງຮຽນ ແລະ ກຸ່ມເປົ້າໝາຍຜູ້ຮຽນ ທີ່ເຂົ້າບໍ່ເຖິງອິນເຕິເນັດກໍ່ຕ້ອງມີວິທີການແກ້ໄຂ ກໍ່ຄືມີທາງອອກທີ່ຊັດເຈນ, ພ້ອມດຽວກັນ ກະຊວງສຶກສາທິການ ແລະ ກິລາ ຈະໄດ້ຈັດພິມ ແລະ ແຈກຢາຍປຶ້ມແບບຮຽນໃຫ້ພຽງພໍ ກັບນັກຮຽນທີ່ຢູ່ເຂດຊົນນະບົດ-ຫ່າງໄກ ຮັບປະກັນວ່ານັກຮຽນການສຶກສາກ່ອນໄວຮຽນ, ປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນ ຈະໄດ້ຮັບພຽງພໍ ຖ້າຫາກມີເຫດການສຸກເສີນ ທີ່ບໍ່ຄາດຄິດເກີດຂຶ້ນໃນຕໍ່ໜ້າ.

ສ່ວນພໍ່ແມ່ຜູ້ປົກຄອງ ໃນເຂດທີ່ບໍ່ສາມາດເຂົ້າເຖິງຜ້າອັດປາກ-ອັດດັງ ຂໍໃຫ້ຊ່ວຍລູກຫລານຂອງທ່ານ ໃນການຫຍິບຜ້າອັດປາກ-ອັດດັງ ໂດຍນຳໃຊ້ຜ້າສະອາດ ແລະ ວັດຖຸທີ່ສາມາດຫາໄດ້ໃນທ້ອງຖິ່ນ ເພື່ອເປັນການຫລຸດຜ່ອນຄ່າໃຊ້ຈ່າຍຂອງຄອບຄົວ. ປັດຈຸບັນເຊິ່ງເປັນລະດູມໍລະສຸມ ມີຝົນຕົກໜັກເກືອບທຸກພາກຂອງປະເທດ ການເດີນທາງຂອງລູກຫລານ ແລະ ພໍ່ແມ່ຜູ້ປົກຄອງ ອາດພົບຄວາມບໍ່ສະດວກ ແລະ ມີຄວາມສ່ຽງທີ່ຈະເກີດໄພອັນຕະລາຍ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ ແລະ ພໍ່ແມ່ຜູ້ປົກຄອງຈົ່ງຕິດຕາມແຈ້ງການພະຍາກອນອາກາດຢ່າງໃກ້ຊິດ ແລະ ໃຫ້ການແຈ້ງເຕືອນສະຖານການສຶກສາໃນຂອບເຂດຄວາມຮັບຜິດຊອບຂອງທ່ານຢ່າງຕັ້ງໜ້າ.

ພ້ອມກັນນີ້, ສຳລັບນັກຮຽນ-ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງທີ່ມີລູກຫລານ ກຳລັງສຶກສາຢູ່ຕ່າງປະເທດ ຈົ່ງຕິດຕາມແຈ້ງການມາດຕະການ ແລະ ຂ່າວສານຈາກສະ ຖານເອກອັກຄະລັດຖະທູດ ສປປ ລາວ ເປັນປົກກະຕິ ພ້ອມກັນປະຕິບັດລະບຽບການຂອງປະເທດເຈົ້າ ພາບ ແລະ ມາດຕະການເຂົ້າ-ອອກ ສປປ ລາວ ດ້ວຍຄວາມຮັບຜິດຊອບສູງ. ທັງນີ້, ເພື່ອເປັນການເຊີດຊູຄຸນສົມບັດ, ປະເພນີອັນດີງາມຂອງຄົນລາວ ໃນເວທີພາກພື້ນ ແລະ ສາກົນ ຜ່ານການປະພຶດປະຕິບັດຂອງພວກເຮົາ.