ເຄັດລັບ 5 ຂໍ້ ການໃຊ້ງານ PowerPoint ທີ່ສະດວກສໍາລັບທຸກຄົນ

257

ຫາກຕ້ອງການນຳສະເໜີວຽກໃຫ້ຖືກໃຈລູກຄ້ານັ້ນ ການກະກຽມ PowerPoint ເປັນຫົວໃຈສຳຄັນ ຫາກສ້າງຂຶ້ນມາໄດ້ດີຈະສາມາດດຶງດູດໃຫ້ຜູ້ຮັບຟັງການນຳສະເໜີນັ້ນຄ້ອຍຕາມ ແລະ ສາມາດເຮັດໃຫ້ບັນລຸເປົ້າໝາຍທີ່ວາງໄວ້ນັ້ນງ່າຍຂຶ້ນ. ສະນັ້ນ, ມື້ນີ້ຈະພາໄປຮູ້ຈັກກັບເຕັກນິກເລັກໜ້ອຍທີ່ຈະເຮັດໃຫ້ການນຳສະເໜີວຽກຂອງທ່ານ ມີຄວາມໜ້າສົນໃຈຫຼາຍຂຶ້ນກວ່າເກົ່າ ດັ່ງລຸ່ມນີ້:

ການເລືອກ Font:

ບັນຫາດັ່ງກ່າວສາມາດແກ້ໄຂໄດ້ດ້ວຍການໃຊ້ຕົວເລືອກການຝັງຮູບແບບອັກສອນ ຫຼື Font ( Embed font ) ທີ່ມີມາກັບ Microsoft Office PowerPoint ຈາກນັ້ນກໍສາມາດເລືອກໃຊ້ຮູບແບບຕົວອັກສອນງາມໆໃຫ້ມີຄວາມດຶງດູດ ໂດຍບໍ່ຕ້ອງກັງວົນວ່າຈະສາມາດເປີດໄຟລ໌ນຳສະເໜີ ແລ້ວພົບກັບບັນຫາການສະແດງຜົນຕົວອັກສອນອີກຕໍ່ໄປ. ທ່ານສາມາດຕັ້ງຄ່າໄດ້ໂດຍໄປທີ່ File>Options>Save>Embed fonts in the file>OK. ກໍລະນີຫາກຕ້ອງການທີ່ຈະໃຫ້ຄົນອື່ນສາມາດແກ້ໄຂໄດ້ໃຫ້ກົດທີ່ Embed all characters ( best for editing by other people ) ແຕ່ຂະໜາດໄຟລ໌ຈະເພີ່ມຂຶ້ນເລັກໜ້ອຍ.

Guide Line:

ຫາກທ່ານຕ້ອງໄດ້ຈັດໜ້າ PowerPoint ເລື້ອຍໆ, ບາງຄັ້ງທີ່ເຮັດໃຫ້ມີຄວາມຫຍຸ້ງຍາກໃນການເລືອກບໍ່ຖືກ ຫຼື ບໍ່ກົງກັບຄວາມຕ້ອງການ. ສະນັ້ນ, ຢູ່ໃນ PowerPoint ຈະມີເຄື່ອງມືທີ່ສາມາດຊ່ວຍໃຫ້ທ່ານສາມາດຈັດໜ້າ Slide ໄດ້ຢ່າງງ່າຍດາຍດ້ວຍການລາກຮູບ, ກ່ອງຂໍ້ຄວາມ ຫຼື Object ອື່ນໆ ເພື່ອຈັດວາງໄດ້ຕາມໃຈ ເໝືອນກັນກັບມືອາຊີບທາງກຣາຟຟິກລົງມືເຮັດເອງ. ພ້ອມກັນນັ້ນ, ຍັງມີຕົວຊ່ວຍເສັ້ນນຳ ( Guides ) ໂດຍໄປທີ່ View> ໝາຍຖືກໃສ່ຊ່ອງ Guide ເສັ້ນດັ່ງກ່າວສາມາດເລື່ອນໄປ – ມາໄດ້ຕາມຈຸດທີ່ຕ້ອງການ ພຽງເທົ່ານີ້ກໍສາມາດຈັດໜ້າເອກະສານຕ່າງໆໄດ້ຢ່າງສະດວກ.

Motion paths:

ປັດຈຸບັນ PowerPoint ສາມາດເຮັດໃຫ້ການນຳສະເໜີໜ້າຕື່ນຕາຕື່ນໃຈຂຶ້ນ ດ້ວຍການສ້າງເອນິເມຊັນ ( Animation ) ຕາມໃຈຂອງຜູ້ໃຊ້ ເຮັດໃຫ້ການນຳສະເໜີບໍ່ຊ້ຳເກົ່າ ໂດຍໃຫ້ທ່ານເຂົ້າໄປທີ່ Animations>Motion paths ແລ້ວຈະມີຕົວເລືອກໃຫ້ທ່ານສາມາດເຄື່ອນຍ້າຍວັດຖຸໄປຕາມຮອຍເສັ້ນທີ່ວາງໄວ້.

Theme:

ອາການປວດຕາ – ແສບຕາ ເປັນສາເຫດທີ່ເກີດມາຈາກເຮົາຈ້ອງໜ້າຈໍຄອມພິວເຕີດົນເກີນໄປ ຫຼື ໃຊ້ໃນສະຖານທີ່ໆແສງສະຫວ່າງບໍ່ພຽງພໍ ຫຼື ໃຊ້ໂປຣແກຣມທີ່ມີໂທນສີແຈ້ງເກີນໄປ. ສະນັ້ນ, PowerPoint ຈະມີຄ່າເລີ່ມຕົ້ນໃຫ້ເຮົາເລືອກ, ຫຼັງຈາກນັ້ນກໍສາມາດຕິດຕັ້ງເປັນພື້ນຫຼັງສີຂາວ ຫຼື ຕັດກັບສີສັນຕ່າງໆໄດ້ ເພາະເມື່ອໃຊ້ໄປດົນຈະເຮັດໃຫ້ເຮົາລາຍຕາ, ແຕ່ PowerPoint ເອງກໍມີຕົວເລືອກທີ່ສາມາດປ່ຽນໂທນສີ ( Theme ) ຂອງໂປຣແກຣມໄດ້ ໂດຍການໄປທີ່ File>Options>Theme>Dark theme>OK.

Printing:

ເມື່ອປັບແຕ່ງສົມໃຈແລ້ວ ກ່ອນຈະນຳສະເໜີໃຫ້ຄົນອື່ນຮັບຮູ້ ເຮົາກໍຕ້ອງມີການພິມເປັນເອກະສານ ເພື່ອແຈກຢາຍ ຫຼື ແຈກຢາຍ Slide ໃຫ້ກັບຜູ້ທີ່ຮັບຟັງການນຳສະເໜີ. ແຕ່ການຈະສັ່ງພິມ ( Print ) ອອກມານັ້ນ ຄວນຄຳນຶງເຖິງຫຼາຍປັດໄຈ ເຊັ່ນ: ຮູບແບບຂອງ PowerPoint ທີ່ອອກແບບ ວ່າອອກແບບມາເພື່ອຫຍັງ? ຫາກເປັນການບັນຍາຍໃຫ້ຄວາມຮູ້ທີ່ຈຳເປັນຕ້ອງມີການຈົດກ່າຍກໍຕ້ອງເລືອກ Print ໃນຮູບແບບທີ່ມີຊ່ອງວ່າງໃຫ້ສາມາດບັນທຶກລາຍລະອຽດໄດ້.

ແຕ່ຖ້າຫາກເປັນ Slide ທີ່ເນັ້ນຮູບພາບຕົວໜັງສືໜ້ອຍ ກໍສາມາດພິມຫຼາຍໆໜ້າລົງໃນເຈ້ຍແຜ່ນດຽວ ເພື່ອເປັນການປະຢັດ ແລະ ຊ່ວຍຮັກສາສິ່ງແວດລ້ອມໄປໃນຕົວ; ແຕ່ຫາກເປັນ Slide ທີ່ມີຕົວໜັງສືຄວນເລືອກຈຳນວນ Slide ຕໍ່ໜ້າໃຫ້ເໝາະສົມ ໃຫ້ສາມາດອ່ານຕົວໜັງສືໄດ້ຢ່າງສະດວກ. ທັງໝົດນີ້ແມ່ນເຕັກນິກງ່າຍໆທີ່ຈະເຮັດໃຫ້ທ່ານມ່ວນກັບການໃຊ້ PowerPoint ເພື່ອນຳສະເໜີວຽກງານຕ່າງໆ.

( ທີ່ມາ: ICT.co.th ) [ ໂດຍ: ສົມສະຫວິນ ]