ເສັ້ນທາງແຕ່ ສອງຄອນ ຫາ ຕຸ້ມລານ ຄືບໜ້າແລ້ວ 95% ຄາດໃຫ້ສໍາເລັດປີນີ້

144

ການກໍ່ສ້າງເສັ້ນທາງເຂົ້າເມືອງທ່າປາງທອງ ແຂວງ ສະຫວັນນະເຂດ ຫາເມືອງຕຸ້ມລານ ແຂວງສາລະວັນ ຫຼັງລົງມືກໍ່ສ້າງນັບແຕ່ປີ 2017 ຈົນຮອດປັດຈຸບັນ ປະຕິບັດໄດ້ແລ້ວ 95% ຄາດວ່າຈະໃຫ້ສຳເລັດໃນປີ 2020ນີ້.

ໃນວັນທີ 25 ສິງຫາ 2020 ທີ່ຜ່ານມາ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນະເຂດ ພ້ອມຄະນະພະແນກການອ້ອມຂ້າງທີ່ກ່ຽວຂ້ອງ ໄດ້ໄປຢ້ຽມຢາມເບິ່ງຄວາມຄືບໜ້າຂອງການກໍ່ສ້າງເສັ້ນທາງ ແຕ່ເຊບັ້ງນວນ ເມືອງສອງຄອນ ຫາ ເມືອງທ່າປາງທອງ ແຂວງສະຫວັນະເຂດ ຫາ ເມືອງຕຸ້ມລານ ແຂວງສາລະວັນ ມາຮອດປະຈຸບັນສາມາດປະຕິບັດໄດ້ແລ້ວ 95%, ຄາດວ່າຈະໃຫ້ສຳເລັດຕາມແຜນການໃນທ້າຍປີ 2020 ນີ້.

ຕາມການລາຍງານຂອງຄະນະຮັບຜິດຊອບໂຄງການກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ຮູ້ວ່າ: ທາງແຕ່ເຊບັ້ງນວນ ເມືອງສອງຄອນ ຫາ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຫາ ເມືອງຕຸ້ມລານ ແຂວງສາລະວັນ ໄດ້ຮັບການປັບປຸງຍົກລະດັບໃໝ່ ຈາກເສັ້ນທາງດິນ ເປັນເສັ້ນທາງປູຢາງ 2 ຊັ້ນ ພາຍຫຼັງເສັ້ນທາງດັ່ງກ່າວ ໄດ້ຊຸດໂຊມ ແລະ ເປ່ເພໜັກແກ່ຍາວມາເປັນເວລາຫຼາຍປີ; ຄາດຈະໃຫ້ສຳເລັດໃນທ້າຍປີ 2020, ຖ້າຫາກເສັ້ນທາງດັ່ງກ່າວກໍ່ສ້າງສຳເລັດ ຈະກາຍເປັນເງື່ອນໄຂສຳຄັນໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ 2ເມືອງ ຄື: ເມືອງທ່າປາງທອງ-ຕຸ້ມລານ.

ໂຄງການດັ່ງກ່າວໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍແມ່ນບໍລິສັດອາກຄີເນຍ ອາສໂຊຊີເອສ ເປັນທີ່ປຶກສາໂຄງການ, ບໍລິສັດນໍລິນໂກ ສປ.ຈີນ ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງໜ້າວຽກທີ່ກໍ່ສ້າງປະກອບມີ: ກໍ່ສ້າງເສັ້ນທາງທີ່ມີລວງຍາວທັງໝົດ 90 ກິໂລແມັດ, ສາມາດແລ່ນດ້ວຍຄວາມໄວ 80 ກິໂລແມັດຕໍ່ຊົ່ວໂມງ, ຮັບນ້ຳໜັກ 9,1 ໂຕນຕໍ່ເພົາ, ໂດຍທົ່ວໄປໜ້າທາງຢາງມີຄວາມກວ້າງ 7 ແມັດ, ສະເພາະທາງໃນເຂດເທສະບານເມືອງທ່າປາງທອງ 3 ກິໂລແມັດ ແມ່ນມີໜ້າທາງປູຢາງກວ້າງ 9 ແມັດ ຊຶ່ງປະກອບດ້ວຍທາງຄົນຍ່າງ ແລະໄຟເຍືອງທາງ.

ກໍ່ສ້າງຂົວເບຕົງ 19 ແຫ່ງ, ມີລວງຍາວ 470 ແມັດ, ກໍ່ສ້າງທໍ່ລະບາຍນ້ຳລອດທາງ, ກໍ່ສ້າງພື້ນຖານໂຄງລ່າງເມືອງທ່່າປາງທອງ (ສ້າງສູນຝຶກອົບຮົມເຕັກນິກກະສິກຳເຊສາລະລອງ), ລວມມີມູນຄ່າການກໍ່ສ້າງທັງໝົດ 60 ລ້ານໂດລາສະຫະລັດ ທີ່ໄດ້ຮັບການສະໜັບສະໜູນກູ້ຍືມທຶນຈາກບໍລິສັດນໍລິນໂກ ສປ.ຈີນ, ເຊິ່ງໄດ້ເຊັນສັນຍາຮັບເໝົາກໍ່ສ້າງກັນໃນວັນທີ 3 ພຶດສະພາ 2017 ແລະໄດ້ເລີ່ມລົງມືການກໍ່ສ້າງຕົວຈິງໃນວັນທີ 1 ຕຸລາ 2017, ຄາດວ່າຈະໃຫ້ສຳເລັດໃນວັນທີ 1 ຕຸລາ 2020.

ເຊິ່ງມາຮອດປະຈຸບັນ, ການຈັດຕັ້ງປະຕິບັດໂຄງການແມ່ນມີຄວາມຄືບໜ້າແລ້ວ 95 % ໃນນີ້ບັນດາໜ້າວຽກຕ່າງໆກໍໄດ້ສຳເລັດໄປແລ້ວເຊັ່ນ: ວຽກກໍ່ສ້າງຊັ້ນທາງໃນແຕ່ລະຊັ້ນ, ການກໍ່ສ້າງຂົວເບຕົງ 19ແຫ່ງ, ກໍ່ສ້າງກັນເຈື່ອນຫົວຂົວ ສຳເລັດ 13ແຫ່ງ, ກໍ່ສ້າງແລະຕິດຕັ້ງຫຼັກປ້ອງກັນໄພ 302 ຕົ້ນ, ກໍ່ສ້າງແລະຕິດຕັ້ງຫຼັກກິໂລແມັດ ໄດ້ 20 ຕົ້ນ, ຕິດປ້າຍຈາລະຈອນ 128 ຕົ້ນ ແລະຕິດຕັ້ງເສົາໄຟເຍື່ອງທາງໃນເທດສະບານເມືອງທ່າປາງທອງ ສຳເລັດ 100%.

ສຳລັບວຽກທີ່ຍັງຄ້າງແມ່ນການກໍ່ສ້າງທາງປູຢາງຍາວ 5 ກິໂລແມັດກ່ວາ, ປູຢາງຊັ້ນ 2 ຍາວ 9ກິໂລແມັດ, ກໍ່ສ້າງຮ່ອງລະບາຍນ້ຳຂ້າງທາງຈຸດທີ່ມີຄວາມສ່ຽງຕໍ່ການເຊາະເຈື່ອນ, ສ້າງກັນເຈື່ອນປາກທໍ່ລະບາຍນ້ຳ ແລະ ຫົວຂົວ, ຕິດຕັ້ງປ້າຍຈໍລະຈອນ, ຮາວປ້ອງກັນໄພ ແລະ ຂີດເສັ້ນແບ່ງຊ່ອງຈໍລະຈອນ.

ໂອກາດນີ້ ທ່ານຮອງເຈົ້າແຂວງສະຫວັນະເຂດກໍ່ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງສົມທົບກັບໂຄງການ ຈົ່ງໄດ້ເອົາໃຈໃສ່ກໍ່ສ້າງໃຫ້ໄດ້ຕາມມາດຕະຖານຂອງການຄິດໄລ່ ແລະ ເຮັດໃຫ້ສຳເລັດ ຕາມແຜນການ ພ້ອມມີການຈັດພິທີມອບ-ຮັບ ກ່ອນກອງປະຊຸມໃຫຍ່ອົງຄະນະພັກແຂວງສະຫວັນະເຂດ ທີ່ຈະມີຂຶ້ນໃນມໍ່ໆນີ້, ທັງນີ້ກໍ່ເພື່ອເປັນຜົນງານອັນໜຶ່ງເພື່ອປະກອບສ່ວນແກ່ການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນ ແລະວັນສຳຄັນຕ່າງໆ, ອຳນາດການປົກຄອງເມືອງກໍ່ຕ້ອງແນະນຳອຳນາດການປົກຄອງບ້ານ ກໍ່ຄືປະຊາຊົນ ໃຫ້ນຳໃຊ້ເສັ້ນທາງຢ່າງມີຜົນປະໂຫຍດ ແລະ ມີການປົກປັກຮັກສາຄຽງຄູ່ກັນໄປ ເພື່ອນຳໃຊ້ໃຫ້ຍາວນານ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງສະຫວັນນະເຂດ