
ສຳນັກຂ່າວຊິນຮວາ ລາຍງານວ່າ: ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກ່າວໃນກອງປະຊຸມສຸດຍອດຜູ້ນຳຂອບການຮ່ວມມືແມ່ນ້ຳຂອງ – ແມ່ນ້ຳລ້ານຊ້າງ ຄັ້ງທີ 3 ຜ່ານລະບົບທາງໄກ ເມື່ອວັນທີ 24 ສິງຫາຜ່ານມາວ່າ: ຈີນຈະໃຫ້ ຄວາມສຳຄັນໃນການຈັດສັນວັກແຊັງຕ້ານໂຄວິດ – 19 ໃຫ້ແກ່ກຸ່ມປະເທດລຸ່ມແມ່ນ້ຳຂອງກ່ອນ ເມື່ອວັກແຊັງໄດ້ຮັບການພັດທະນາສຳເລັດ ແລະ ນຳໄປໃຊ້ໄດ້.
ທ່ານ ຫຼີ ເຄີ້ສຽງ ກ່າວອີກວ່າ: ຈີນຈະຕັ້ງກອງທຶນພິເສດຂຶ້ນມາ ເພື່ອສົ່ງເສີມຂະແໜງສາທາລະນະສຸກ ພາຍໃຕ້ຂອບການຮ່ວມມືແມ່ນ້ຳລ້ານຊ້າງ – ແມ່ນ້ຳຂອງ ( LMC Special Fund ) ແລະ ຈະເດີນໜ້າຈັດສັນອຸປະກອນປ້ອງກັນພະຍາດລະບາດ ແລະ ສະໜັບສະໜູນດ້ານເຕັກນິກຕ່າງໆໃຫ້ແກ່ບັນດາປະເທດລຸ່ມແມ່ນ້ຳຂອງຕໍ່ໄປ. ນອກຈາກນີ້, ຍັງເນັ້ນຢ້ຳເຖິງຄວາມສຳຄັນຂອງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ເພື່ອຮ່ວມກັນຕໍ່ສູ້ກັບພະຍາດລະບາດຄັ້ງຍິ່ງ ໃຫຍ່ທີ່ແຜ່ລາມໄປທົ່ວໂລກໃນຂະນະນີ້ ໂດຍຢ້ຳວ່າ ຈີນ ຍິນດີຮ່ວມມືກັບບັນດາປະເທດໃນໂລກ ໂດຍສະເພາະປະເທດລຸ່ມແມ່ນ້ຳຂອງ ເພື່ອສະໜັບສະໜູນການປະຕິບັດວຽກງານຂອງອົງການອະນາໄມໂລກ.