ຈະສ້າງພະພຸດທະຮູບໃຫຍ່ສູງ 100ແມັດ ຢູ່ບຶງທາດຫຼວງ ຫວັງດຶງດູດນັກທ່ອງທ່ຽວ

212

ບໍລິສັດອະສັງຫາລິມະຊັບ ຫວ່ານເຟີງ ຊຽງໄຮ້ ສປ ຈີນ ຈຳກັດ ເຊິ່ງເປັນຜູ້ພັດທະນາໂຄງການເຂດເສດຖະກິດພິເສດ ບຶງທາດຫລວງ ມີແຜນຈະສ້າງຮູບປັ້ນພະພຸດທະຮູບໃຫຍ່, ເຊິ່ງມີຄວາມສູງປະມານ 100 ແມັດ ຢູ່ເຂດເສດຖະກິດພິເສດບຶງທາດຫລວງ ທີ່ຕັ້ງຢູ່ຈຸດໃຈກາງນະຄອນ ຫລວງວຽງຈັນ. ທັງນີ້, ກໍ່ເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວສະຖານທີ່ດັ່ງກ່າວ ໃຫ້ນັບມື້ຫລາຍຂຶ້ນ.

ອີງຕາມຂໍ້ມູນຈາກຜູ້ພັດທະນາໂຄງການລະບຸວ່າ: ຈຸດປະສົງໃນການສ້າງພະພຸດທະຮູບດັ່ງກ່າວ ກໍເນື່ອງຈາກວ່າ ພະພຸດທະຮູບເປັນທີ່ນັບຖື/ເຊື່ອຖື ຂອງຊາວສາສະໜາພຸດທັງຫລາຍ ນັບທັງ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ ເຊັ່ນ: ໄທ, ກຳປູເຈຍ, ມຽນມາ ແລະ ຫວຽດນາມ ກໍຄືທົ່ວໂລກ.

ພາຍຫລັງສ້າງສຳເລັດແລ້ວ ຈະສາມາດດຶງດູດຜູ້ທີ່ນັບຖືສາສະໜາພຸດ ກໍຄື ນັກທ່ອງທ່ຽວຈາກປະເທດອ້ອມຂ້າງ ແລະ ຈາກທົ່ວທຸກມຸມໂລກ ເຂົ້າມາກາບໄຫວ້ບູຊາ ເປັນຈຳນວນຫລວງຫລາຍໃນແຕ່ລະປີ, ເຊິ່ງເປັນການດຶງດູດນັກທ່ອງທ່ຽວ ໃຫ້ເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງຈະສ້າງລາຍຮັບໃຫ້ກັບປະເທດ ແລະ ປະຊາຊົນລາວ ເປັນຈຳນວນຫລວງຫລາຍ.

ການພັດທະນາເຂດເສດຖະກິດພິເສດບຶງທາດຫລວງ ກວມເອົາເນື້ອທີ່ທັງໝົດ 365 ເຮັກຕາ, ໂດຍມີອາຍຸສຳປະທານ 99 ປີ, ເຊິ່ງຈະພັດທະນາໃຫ້ກາຍເປັນຕົວເມືອງໃໝ່ທັນສະໄໝ ດ້ວຍງົບປະ ມານເຖິງ 5 ຕື້ໂດລາສະຫະລັດ, ໃນນັ້ນປະກອບ ມີ: ອາຄານຫ້ອງການ, ຮ້ານຊັບພະສິນຄ້າ, ໂຮງ ແຮມ, ສະຖານທີ່ບັນເທີງ, ທີ່ພັກອາໃສ, ໂຮງໝໍ, ໂຮງຮຽນ, ວັດວາອາຮາມ, ສະຖາບັນການເງິນ ແລະ ອື່ນໆ ຕາມອົງປະກອບຂອງຕົວເມືອງໃໝ່ສາກົນທັນສະໃໝ ທີ່ກົມກືນກັບວັດທະນະທຳທ້ອງຖິ່ນ.

ນັບຕັ້ງແຕ່ເລີ່ມລົງມືພັດທະນະເຂດດັ່ງກ່າວ, ໃນຕົ້ນປີ 2012 ເປັນຕົ້ນມາ, ໄດ້ສຳເລັດການກໍ່ ສ້າງຫລາຍຢ່າງ ເຊັ່ນ: ການປັບໜ້າດິນພື້ນທີ່ໂຄງການທັງໝົດ, ການກໍ່ສ້າງເສັ້ນທາງ 30 ກິໂລແມັດພາຍໃນເຂດ, ການກໍ່ສ້າງພື້ນຖານໂຄງລ່າງໃຕ້ດິນທັງໝົດ, ສໍາເລັດການກໍ່ສ້າງອາພາດເມັ້ນບຶງທາດ ຫລວງ, ຕະຫລາດກະສິກໍາ, ຖະໜົນການຄ້າ ແລະ ອື່ນໆ. ໃນແຕ່ລະປີ, ເຂດເສດຖະກິດພິເສດບຶງທາດຫລວງ ສາມາດດຶງດູດນັກທ່ອງທ່ຽວນັບທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມສະຖານ ທີ່ດັ່ງກ່າວ ຫລາຍກວ່າ 1 ລ້ານເທື່ອຄົນ.

ທີ່ມາ: ຂ່າວສານປະເທດລາວ