172 ປະເທດ ເຂົ້າຮ່ວມໂຄງການ COVAX ລະດົມທຶນຊື້ວັກແຊັງຕ້ານໂຄວິດ

163

ທ່ານ ດຣ. ທີໂດຣສ ອັດຮານອມ ກິບຣີເຢຊຸດ ຜູ້ອຳນວຍການອົງການອະນາໄມໂລກ ( WHO ) ເປີດເຜີຍວ່າ: ປັດຈຸບັນມີ 172 ປະເທດທົ່ວໂລກທີ່ເຂົ້າຮ່ວມໂຄງການ COVAX ຂອງອົງການອະນາໄມໂລກ ໃນການລະດົມເງິນທຶນ ເພື່ອຈັດຊື້ວັກແຊັງຕ້ານໂຄວິດ – 19 ເພື່ອຮັບປະກັນວ່າປະເທດສະມາຊິກຈະສາມາດເຂົ້າເຖິງວັກແຊັງທີ່ມີປະສິດທິພາບ ແລະ ປອດໄພໄດ້.

ຜູ້ອຳນວຍການອົງການອະນາໄມໂລກ ກ່າວອີກວ່າ: ປັດຈຸບັນມີວັກແຊັງທີ່ຢູ່ໃນຂັ້ນຕອນການທົດລອງທາງຄລີນິກເຖິງ 9 ຊະນິດຈະເຂົ້າຮ່ວມໂຄງການ COVAX ແລະ ອົງການອະນາໄມໂລກກຳລັງປະເມີນວ່າອາດມີວັກແຊັງເຂົ້າຮ່ວມໂຄງການເພີ່ມອີກ 9 ຊະນິດ, ພ້ອມກ່າວເສີມວ່າ ໂຄງການ COVAX ຍັງຈຳເປັນຕ້ອງໄດ້ຮັບເງິນສະໜັບສະໜູນຈາກບັນດາປະເທດສະມາຊິກ ແລະ ໂຄງການດັ່ງກ່າວຈະເປັນແນວທາງທີ່ສາມາດຢຸດຕິການແຜ່ລະບາດຂອງພະຍາດໂຄວິດ – 19 ໄດ້ໄວທີ່ສຸດ.