ຢູນີເທວ ສືບຕໍ່ອຸປະຖໍາມູນຄ່າ 2,4 ຕື້ ກີບ ເພື່ອຕ້ານລະບາດຂອງພະຍາດໂຄວິດ-19 ຢູ່ລາວ

171

ບໍລິສັດ ສະຕາ ໂທລະຄົມ ຫລື ຢູນີເທວ ໄດ້ສືບຕໍ່ປະກອບສ່ວນຊ່ວຍເຫລືອ ໃຫ້ແກ່ກະຊວງ ສາທາລະນະສຸກ ໃນວຽກງານຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໂດຍການອຸປະຖຳ ໂທລະສັບເບີວິນໂຟນພ້ອມຊິມ ຈຳນວນ 1.234 ໜ່ວຍ ພ້ອມມູນຄ່າໂທ 200.000 ກີບ/ເບີ/ເດືອນ, ຊິມໂທລະສັບມືຖືຈຳນວນ 300 ຊິມ ພ້ອມມູນຄ່າໂທ 300.000 ກີບ/ເບີ/ເດືອນ ແລະ ດາຕ້າອິນເຕີເນັດ 30 GB ເປັນເວລາ 6 ເດືອນ, ລວມມູນຄ່າ 2,4 ຕື້ກີບ.


ພິທີມອບ – ຮັບການຊ່ວຍເຫລືອຄັ້ງນີ້ ໄດ້ຈັດຂຶ້ນ ໃນວັນທີ 17 ສິງຫາ 2020 ທີ່ກະຊວງສາທາລະນະສຸກ ໂດຍການກ່າວຮັບຂອງ ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (ໂຄວິດ-19) ແລະ ກ່າວມອບໂດຍ ທ່ານ ລີວ ແມ໋ງ ຮ່າ ຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ (ຢູນີເທວ); ມີພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ລີວ ແມ໋ງ ຮ່າ ກ່າວວ່າ: ວຽກງານການສືບຕໍ່ສະກັດກັ້ນປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເປັນວຽກທີ່ສໍາຄັນ ແລະ ຈະຕ້ອງໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອເພື່ອສົ່ງເສີມໃຫ້ແກ່ທຸກພາກສ່ວນໃນການປະຕິບັດວຽກງານດັ່ງກ່າວ. ການສືບຕໍ່ໃຫ້ການອຸປະຖໍາຄັ້ງນີ້ ເປັນການປະກອບສ່ວນໃຫ້ແກ່ລັດຖະບານລາວ ເພື່ອຮັບປະກັນໃນການຕິດຕໍ່ສື່ສານໄດ້ຢ່າງສະດວກ, ວ່ອງໄວ, ເກັບກຳຂໍ້ມູນໄດ້ລະອຽດຈະແຈ້ງ ແລະ ລາຍງານສະພາບການໄດ້ທັນເວລາ. ທັງນີ້ ກໍຍັງເປັນການປະກອບສ່ວນໃຫ້ແກ່ກະຊວງສາທາລະນະສຸກ ໃຫ້ມີຄວາມສະດວກໃນການສື່ສານຊີ້ນໍາ-ນຳພາ ການປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂອງທຸກພາກສ່ວນກ່ຽວຂ້ອງ ໃຫ້ໄດ້ຈັດຕັ້ງປະຕິບັດຢ່າງຖືກຕ້ອງ ແລະ ທັນການ. ນອກຈາກນີ້ ຍັງເປັນການຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍດ້ານງົບປະມານຕ່າງໆ ທີ່ລັດຖະບານສະໜອງໃຫ້.


ໃນໂອກາດນີ້ ຮສ.ດຣ. ບຸນກອງ ສີຫາວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບໍລິສັດ ສະຕາ ໂທລະຄົມ ກໍຄື ຢູນີເທວ ທີ່ເຫັນຄວາມສຳຄັນ ແລະ ໄດ້ໃຫ້ການສະໜັບສະໜູນ ລັດຖະບານລາວ ໃນການຕ້ານການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວ, ພ້ອມທັງຢືນຢັນວ່າ ຈະນໍາໃຊ້ເຄື່ອງອຸປະຖໍາດັ່ງກ່າວນີ້ ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໃຫ້ເກີດຜົນປະໂຫຍດສູງສຸດ.


ນອກຈາກການສະໜັບສະໜູນຄັ້ງນີ້ແລ້ວ, ຢູນີເທວ ຍັງຈະໄດ້ສືບຕໍ່ປະສານສົມທົບຮ່ວມມືກັບກະຊວງສາທາລະນະສຸກ ເພື່ອສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາ ໂຄງການຫັນເປັນດິຈິຕອນ ດ້ານການຄຸ້ມຄອງລະບົບຂະແໜງສາທາລະນະສຸກ ເພື່ອຫັນເປັນທັນສະໄໝ ຂອງ ສປປ ລາວ. (Digital Transformation in Lao PDR), ເປັນຕົ້ນ: ລະບົບການຄຸ້ມຄອງ ແລະ ເຊື່ອມຕໍ່ໂຮງໝໍ, ລະບົບການຄຸ້ມຄອງບັນທຶກການແພດທາງອີເລັກໂທຣນິກ, ລະບົບບັດຄົນເຈັບອັດສະລິຍະ, ລະບົບສາທາລະນະສຸກຮາກຖານ, ລະບົບປະຕູຂໍ້ມູນຂອງຂະແໜງສາທາລະນະສຸກທັງໝົດ, ລະບົບສາທາລະນະສຸກສຸຂະພາບທົ່ວປວງຊົນ, ລະບົບການກວດສຸຂະພາບ ແລະ ປິ່ນປົວທາງໄກ ເປັນຕົ້ນ.