ເອດີບີ ອະນຸມັດເງິນ 24,9 ລ້ານໂດລາ ເພື່ອຊ່ວຍການເຂົ້າເຖິງການບໍລິການສາທາລະນະສຸກຢູ່ບາງແຂວງຊາຍແດນ

40

ຕາມຂ່າວ ADB ລາຍງານວ່າ ທະນາຄານພັດທະນາອາຊີ (ADB) ໄດ້ອະນຸມັດວົງເງິນມູນຄ່າ 24,9 ລ້ານໂດລາສະຫະລັດ ໃນນີ້ລວມມີທຶນຊ່ວຍເຫຼືອລ້າມູນຄ່າ 4,95 ລ້ານໂດລາສະຫະລັດ ຈາກກອງທຶນພັດທະນາອາຊີ ເພື່ອຊ່ວຍປັບປຸງການເຂົ້າເຖິງການບໍລິການດ້ານສາທາລະນະສຸກຢູ່ບັນດາແຂວງຊາຍແດນຂອງ ສປປ ລາວ ເຊັ່ນ: ແຂວງຈໍາປາສັກ ຜົ້ງສາລີ ແລະ ແຂວງສະຫວັນນະເຂດ.

ໂຄງການຮັກສາສຸຂະພາບເຂດຊາຍແດນໃນອະນຸພາກພື້ນແມ່ນໍ້າຂອງຈະຊ່ວຍໃຫ້ ກະຊວງສາທາລະນະສຸກສາມາດຕອບສະໜອງຄວາມຕ້ອງການດ້ານສຸຂະພາບຂອງແຮງງານເຄື່ອນຍ້າຍ ແລະ ປະຊາກອນທີ່ອາໄສຢູ່ເຂດຊາຍແດນໄດ້ດີຂຶ້ນ ການເພີ່ມທະວີການຮ່ວມມືໃນພາກພື້ນ ແລະ ການເຊື່ອມໂຍງໃນອະນຸພາກພື້ນແມ່ນ້ຳຂອງ ໄດ້ອຳນວຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍ ແລະ ຊຸກຍູ້ການ ເຕີບໂຕຂອງເສດຖະກິດ ເຖິງຢ່າງໃດກໍຕາມ ການເຄື່ອນຍ້າຍຂອງປະຊາກອນຍັງໄດ້ສ້າງຄວາມທ້າທາຍ ດ້ານສຸຂະພາບທີ່ມີລັກສະນະຈຳເພາະເຊິ່ງເຫັນໄດ້ຊັດເຈນຢູ່ຕາມເຂດຊາຍ ແດນ.

อาจเป็นรูปภาพของ 7 คน, ผู้คนกำลังอ่านหนังสือ และ ข้อความ

ທ່ານ ຣິກາດ ແອຟວິງ ຊ່ຽວຊານອາວຸໂສຂະແໜງສັງຄົມຂອງທະນາຄານພັດທະ ນາອາຊີ ກ່າວວ່າ: “ການໄຫຼເຂົ້າຂອງແຮງງານເຄື່ອນຍ້າຍ ໄປຍັງບັນດາແຂວງຊາຍແດນ ເພື່ອສະແຫວງຫາໂອກາດໃນການມີວຽກເຮັດງານທຳຢູ່ເຂດເສດຖະກິດພິເສດ ຫຼື ປະເທດເພື່ອນບ້ານ ຍິ່ງເພີ່ມແຮງກົດດັນຕໍ່ໂຮງໝໍ ແລະ ການບໍລິການດ້ານສາທາ ລະນະສຸກໃນເຂດດັ່ງກ່າວ ການບໍລິການສຸຂະພາບທົ່ວໝ້າ ສຳລັບຜູ້ຍ້າຍຖິ່ນຖານແມ່ນແນວທາງຍຸດທະສາດເຊິ່ງສ້າງຜົນປະໂຫຍດໃຫ້ແກ່ຜູ້ທີ່ຍ້າຍຖິ່ນຖານ ແລະ ຜູ້ໃຫ້ພັກພິງໂດຍສົ່ງເສີມສັງຄົມທີ່ມີສຸຂະພາບດີ ຄອບຄຸມ ແລະ ພ້ອມຮັບກັບສະພາບປ່ຽນແປງໄດ້ດີຂຶ້ນ.”

ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: “ໂຄງການນີ້ຍັງຈະຊ່ວຍປັບປຸງໃຫ້ແຮງງານເຄື່ອນຍ້າຍ ແລະ ຜູ້ຢູ່ອາໄສຕາມເຂດຊາຍແດນເຂົ້າເຖິງການຮັກສາ ແລະ ເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ຮັບປະກັນຊີວິດການເປັນຢູ່ ແລະ ຜົນຜະລິດທີ່ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດຂອງ ສປປ ລາວ” ຍົກລະດັບສິ່ງອໍານວຍຄວາມສະດວກ ອຸປະກອນ ແລະ ຊັບພະຍາກອນມະນຸດຢູ່ໂຮງໝໍແຂວງຈໍາປາສັກ ໂຮງໝໍແຂວງສະ ຫວັນນະເຂດ ແລະ ໂຮງໝໍແຂວງຜົ້ງສາລີ ພ້ອມທັງໂຮງໝໍເມືອງອີກສອງແຫ່ງຂອງແຂວງຜົ້ງສາລີ ພ້ອມກັນ ນັ້ນ ຈະຈັດໃຫ້ ມີການບໍລິການດ້ານສາທາລະນະສຸກເຄື່ອນທີ່ແບບຄົບຊຸດ ສຳລັບແຮງງານເຄື່ອນຍ້າຍທັງຍິງ ແລະ ຊາຍທີ່ອາໄສຢູ່ໃນ ແລະ ຜ່ານແຕ່ລະແຂວງ ສິ່ງສຸດທ້າຍແມ່ນຈະເລີ່ມການບັນທຶກທາງການແພດທາງອີເລັກໂຕຼນິກ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ການຮັກສາ ແລະ ເບີ່ງແຍງສຸຂະພາບຢ່າງຕໍ່ເນື່ອງ ລະຫວ່າງໂຮງໝໍເຂດຊາຍແດນ ແລະ ສະຖານທີ່ບໍລິການສາທາ ລະນະສຸກໃນເຂດພື້ນທີ່ອື່ນໆຂອງປະເທດ.

No photo description available.

ໂຄງການດັ່ງກ່າວ, ກະກຽມໂດຍການຮ່ວມມືກັບອົງການຈັດຕັ້ງສາກົນເພື່ອການຍົກຍ້າຍຖິ່ນຖານ (IOM), ຈະສືບຕໍ່ສະຫນັບສະໜູນກະຊວງສາທາລະນະສຸກເພື່ອສະໜອງ ໂຄງການການປັບຕົວເຂົ້າກັບສະພາບອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງທີ່ຊຸມຊົນເປັນເຈົ້າການ ໃຫ້ແກ່ຊຸມຊົນທີ່ອາໄສຢູ່ເຂດຊາຍແດນ ແລະ ຊຸມຊົນຍ້າຍຖິ່ນຖານ. ປະຊາກອນເຫຼົ່ານີ້ ແມ່ນມີຄວາມສ່ຽງ ໂດຍສະເພາະຕໍ່ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ເຊິ່ງມັນເປັນປັດໃຈຊຸກຍູ້ແກ່ການຍ້າຍຖິ່ນຖານອອກນອກປະເທດ ແລະ ເຮັດໃຫ້ເພີ່ມຄວາມສ່ຽງຕໍ່ສຸຂະພາບດ້ານອາຊີບຂຶ້ນໃນບ່ອນເຮັດວຽກຂອງຜູ້ຍ້າຍຖິ່ນ.

ADB ມີຄວາມມຸ່ງ ໝັ້ນ ທີ່ ຈະເຮັດໃຫ້ພາກພື້ນອາຊີ ແລະ ປາຊີ ຟິກ ມີຄວາມຈະ ເລີ ນຮຸ່ງ ເຮືອງ, ມີການ ພັດທະນາຢ່າງທົ່ວເຖິງ ແລະ ຍືນຍົງ, ມີຄວາມພ້ອມໃນການຮັບມືກັບການປ່ຽນແປງຂອງດີນຟ້າອາກາດ, ພ້ອມທັງມີຄວາມພະຍາຍາມໃນການລົບລ້າງ ຄວາມທຸກຍາກ. ADB ສ້າງ ຕັ້ງ ຂຶ້ນ ໃນ ປີ 1966 , ມີ 68 ປະເທດສະມາຊິກ ຊຶ່ງໃນນັ້ນມີ 49 ປະເທດມາຈາກ ພາກ ພື້ນອາຊີ ແລະ ປາຊີິຟິກ .

ຂໍ້ມູນຈາກ: ADB