ເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ຢູ່ຫຼວງພະບາງ ແລະອຸດົມໄຊ

31

ໃນວັນທີ 20 ທັນວາ 2023 ຜ່ານມານີ້ໄດ້ເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນທາງການແພດ ເຄື່ອງທີ 3 ແລະ ທີ 4 ທີ່ໂຮງໝໍແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ໂດຍໄດ້ຮັບການສະໜັບສະໜຸນຈາກອົງການອະນາໄມໂລກ (WHO), ພາຍຫຼັງການນຳໃຊ້ເຄື່ອງທີ 2 ຢູ່ແຂວງສະຫວັນນະເຂດ ໃນເດືອນກັນຍາ 2023 ເຊິ່ງຖືວ່າເປັນບາດກ້າວອັນສໍາຄັນສໍາລັບການຍົກລະດັບຄວາມອາດສາມາດຂອງປະເທດໃນການສະໜອງການບຳບັດດ້ວຍອົກຊີແຊນ.

May be an image of 7 people and dais
ໃນຂະນະລົງຢ້ຽມຢາມເບິ່ງເຄື່ອງຜະລິດອົກຊີແຊນ ທີ່ໂຮງໝໍແຂວງຫຼວງພະບາງ, ທ່ານ ດຣ ບຸນແຝງ ພູມມະໄລສິດ, ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຊ່ວຍເຫຼືອຂອງອົງການອະນາໄມໂລກໃນການຕິດຕັ້ງ ແລະ ເປີດການນຳໃຊ້ເຄື່ອງຜະລິດອົກຊີແຊນຢູ່ທີ່ໂຮງໝໍແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ ມີຄວາມສຳຄັນຫຼາຍໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານໂຄງລ່າງສຳລັບການປິ່ນປົວຮັກສາສຸຂະພາບ, ການປັບປຸງຄວາມອາດສາມາດໃນການໂຕ້ຕອບໃນສະຖານະການສຸກເສີນ, ການຍົກລະດັບຄຸນນະພາບໂດຍລວມຂອງການປິ່ນປົວຮັກສາສຸຂະພາບ ຢູ່ໃນ 2 ແຂວງ ແລະ ການຫຼຸດຜ່ອນຄ່າໃຊ້ຈ່າຍສຳລັບການປິ່ນປົວ. ພວກເຮົາຂໍສະແດງຄວາມຂອບໃຈຕໍ່ກັບການຊ່ວຍເຫຼືອຢ່າງຕໍ່ເນື່ອງຈາກອົງການອະນາໄມໂລກ ເພື່ອຊ່ວຍຮັບປະກັນໃຫ້ທຸກຄົນມີສຸຂະພາບທີ່ດີ ໃນ ສປປ ລາວ.”

May be an image of 9 people, dais and text
ເຄື່ອງຜະລິດອົກຊີແຊນດັ່ງກ່າວຈະສະໜອງຄວາມສາມາດຂອງແຂວງໃນການຜະລິດອົກຊີແຊນເປັນຄັ້ງທຳອິດ. ເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ແມ່ນ 2 ໃນ 3 ເຄື່ອງ ທີ່ສະໜອງໂດຍອົງການອະນາໄມໂລກ ເຊິ່ງແມ່ນສ່ວນໜຶ່ງຂອງການຊ່ວຍເຫຼືອ ທີ່ມີມູນຄ່າ 33,5 ຕື້ ກີບ (1,7 ລ້ານ ໂດລາສະຫະລັດ) ເຊິ່ງເຄື່ອງຜະລິດອົກຊີແຊນເຫຼົ່ານີ້ ຈະສາມາດສະໜອງອົກຊີແຊນໄດ້ສູງເຖິງ 75 000 ບັ້ງຕໍ່ປີ ເພື່ອຊ່ວຍເຫຼືອຄົນເຈັບຫຼາຍສິບພັນຄົນ.

May be an image of water heater and text
ອົກຊີແຊນດັ່ງກ່າວ ຈະສາມາດຊ່ວຍເຫຼືອຄົນເຈັບຫຼາຍພັນຄົນ ແລະ ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍຂອງໂຮງໝໍ. ນອກຈາກນີ້, ຍັງຈະຊ່ວຍທັງຄົນເຈັບທີ່ເຂົ້າຮັບການຜ່າຕັດ, ແມ່ ແລະ ເດັກເກີດໃໝ່, ຄົນເຈັບທີ່ເປັນພະຍາດຫົວໃຈວາຍ, ພະຍາດຫອບຫືດ ຫຼື ອັກເສບປອດ.

May be an image of 15 people, hospital and text