ເຈັບຄໍຫຼັງຕື່ນນອນທຸກເຊົ້າ ໄຂຂໍ້ຂ້ອງໃຈໃຫ້ດີອາການນີ້ອັນຕະລາຍບໍ່?

158

ການຕື່ນນອນຂຶ້ນມາດ້ວຍຄວາມຮູ້ສຶກສົດຊື່ນ ສົດໃສ ລ້ວນແຕ່ເປັນສິ່ງທີ່ທຸກຄົນຢາກພົບເຫັນໃນຕອນເຊົ້າ ແຕ່ອາການເຈັບຄໍໂດຍບໍ່ຮູ້ສາເຫດ ອາດຈະເຮັດໃຫ້ຮູ້ສຶກບໍ່ສົດຊື່ນໄດ້ ມື້ນີ້ເຮົາຈະພາທຸກຄົນໄປຮຽນຮູ້ສາເຫດອາການເຈັບຄໍຫຼັງຕື່ນນອນກັນ ແລະ ມາເບິ່ງກັນວ່າຖ້າບໍ່ຢາກຕື່ນນອນແລ້ວມີອາການເຈັບຄໍແຕ່ເຊົ້າຈະມີວິທີປ້ອງກັນແບບໃດ.

ພະຍາດພູມແພ້ອາກາດ

ພະຍາດພູມແພ້ອາກາດ ບໍ່ໄດ້ເກີດຂຶ້ນແຕ່ຕອນທີ່ເຮົາຕື່ນນອນເທົ່ານັ້ນ ແຕ່ຍັງສາມາດເກີດໃນຂະນະທີ່ເຮົານອນລັບໄດ້ ເຊິ່ງອາການນີ້ນອກຈາກຈະເຮັດໃຫ້ເຈັບຄໍ ຫຼື ຄໍແຫ້ງ ຫຼັງຈາກຕື່ນນອນແລ້ວ ກໍຍັງເຮັດໃຫ້ຮູ້ສຶກວ່າເປັນໄຂ້ຫວັດ ເກີດອາການຈາມ ແລະ ມີນໍ້າມູກໃນຊ່ວງເຊົ້າ.

ວິທີແກ້ໄຂ

ພະຍາດພູມແພ້ອາກາດສາມາດປ້ອງກັນໄດ້ດ້ວຍການຮັບປະທານຢາແກ້ແພ້ກ່ອນເຂົ້ານອນ ເຊິ່ງວິທີການປ້ອງກັນບໍ່ໃຫ້ເກີດອາການພູມແພ້ອາກາດກໍມີຫຼາກຫຼາຍວິທີ ອາທິ ການຮັບປະທານອາຫານ ຫຼື ອາຫານເສີມທີ່ອຸດົມດ້ວຍວິຕາມິນຊີ ການໃຊ້ຢາແກ້ແພ້ເປັນຕົ້ນ.

ພາວະຂາດນໍ້າ

ການດື່ມນໍ້າໜ້ອຍຈົນບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ຈະສົ່ງຜົນໄປເຖິງໃນຊ່ວງເວລາກາງຄືນທີ່ເຮົານອນລັບ ເພາະຕອນທີ່ນອນລັບ ຮ່າງກາຍຈະບໍ່ໄດ້ຮັບນໍ້າ ເຮັດໃຫ້ຮ່າງກາຍດຶງນໍ້າໄປໃຊ້ຈົນເຮັດໃຫ້ຮ່າງກາຍເກີດພາວະຂາດນໍ້າ ແລະ ຈະຮູ້ສຶກເຈັບຄໍ ຫຼັງຈາກຕື່ນນອນນັ້ນເອງ.

ວິທີແກ້ໄຂ

ພາວະຂາດນໍ້າຂະນະນອນລັບສາມາດປ້ອງກັນໄດ້ດ້ວຍການດື່ມນໍ້າໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍໃນແຕ່ລະມື້ ນັ້ນກໍຄືມື້ລະ 8 ຈອກ ແລະ ຄວນດື່ມນໍ້າຢ່າງໜ້ອຍ 1 ຈອກກ່ອນນອນທີ່ຈະເຂົ້ານອນນອກຈາກນີ້ ຫຼັງຈາກຕື່ນນອນຍັງຄວນດື່ມນໍ້າເລີຍທັນທີ 1-2 ຈອກ ເພື່ອໃຫ້ຮ່າງກາຍໄດ້ຮັບນໍ້າຢ່າງພຽງພໍ ຫຼັງຈາກການນອນຫຼັບມາຕະຫຼອດເບີດຄືນ.