ຊົມເຊີຍ! ເມືອງໄຊພູທອງຮ່ວມໃຈ ອອກແຮງງານລວມທຸກວັນສຸກ

96

ແຫຼ່ງຂ່າວຈາກເມືອງໄຊພູທອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງວ່າການປົກຄອງເມືອງໄຊພູທອງ ແຂວງສະຫວັນນະເຂດ ສົມທົບກັບອໍານາດການປົກຄອງ ບ້ານພູມມະເຈດີ, ບ້ານນາຄໍາ ແລະ ຊາວໜຸ່ມເມືອງ ສ້າງຂະບວນການອອກແຮງງານ ໃນທຸກໆວັນສຸກຂອງອາທິດ ຢ່າງເປັນຂະບວນການຟົດຟື້ນ ໂດຍມີ ທ່ານ ຫ່ວນ ຮັງບົວສອນ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີບັນດາຄະນະປະຈໍາພັກ, ຮອງເຈົ້າເມືອງ ແລະ ພໍ່ແມ່ປະຊາຊົນພາຍໃນເຂດກຸ່ມບ້ານ ພູມມະເຈດີ ແລະ ບ້ານໂພນທາດ, ພ້ອມດ້ວຍບັນຊາຊາວໝຸ່ມແຕ່ລະຫ້ອງການພາຍໃນເມືອງເຂົ້າຮ່ວມ.

ການອອກແຮງງານຄັ້ງນີ້, ໄດ້ແບ່ງອອກເປັນ 2 ຈຸດຄື: ຈຸດກຸ່ມບ້ານທີ 3 ພູມມະເຈດີ ແລະ ຈຸດກຸ່ມບ້ານນາຄໍາ ທີ່ຂຶ້ນກັບກຸ່ມບ້ານ ທີ 6 ຂອງເມືອງໄຊພູທອງ, ສໍາລັບໜ້າວຽກຂອງການອອກແຮງງານຢູ່ຈຸດກຸ່ມບ້ານທີ 3 ແມ່ນໄດ້ສາມັກຄີກັນສັກຫລັກຮົ້ວ ແລະ ມັດຮາວຮົ້ວສອງສົ້ນຫົວຂົວ ເພື່ອກັນນໍ້າເຊາະເຈື່ອນຫົວຂົວຫ້ວຍໂດນ ເຊິ່ງເປັນໄລຍະທີ 2 ທີ່ໄດ້ລົງມືປະຕິບັດກັນມາ.

ສ່ວນການອອກແຮງງານສ້ອມແປງຂົວ ບ້ານນາຄໍາ ແມ່ນໄດ້ພ້ອມກັນຄໍ້າຂົວຊຸດໂຊມທີ່ຖືກນໍ້າໄຫລເຊາະ ໃນຍາມຝົນຕົກແຮງຈົນເຮັດໃຫ້ຂົວໄດ້ຮັບຄວາມເສຍຫາຍສົມຄວນ ໃຫ້ສາມາດທຽວໄປມາໄດ້ສະດວກດີ, ທັງນີ້ກໍເພື່ອເຮັດໃຫ້ນັກທ່ອງທ່ຽວທີ່ເຂົ້າມາສັກກາລະບູຊາ ພະທາດໂຜ່ນ ໃຫ້ສາມາດທຽວໄປໄດ້ມາໄດ້ສະດວກສະບາຍຫລາຍຂຶ້ນ.

ຂໍ້ມູນຈາກ: ຂ່າວສານປະເທດລາວ