ເປີດງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ຍູ້ໜູນດ້ານການຄ້າ ການລົງທຶນ ແລະ ການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ

96

ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ຕ້ອນຮັບກອງປະຊຸມຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ແລວທາງເສດຖະກິດ ຕາເວັນອອກ – ຕາເວັນຕົກ ແລະ ເຂດສາມຫຼ່ຽມພັດທະນາ 4 ປະເທດ ຄື: ກໍາປູເຈຍ – ລາວ – ໄທ – ຫວຽດນາມມີຂຶ້ນໃນວັນທີ 10 ເມສາ 2024 ຢູ່ສະໝາມກິລາແຂວງ ຫຼັກ 2 ນະຄອນປາກເຊ ແຂວງ ຈຳປາສັກ.

อาจเป็นรูปภาพของ 7 คน, ฝูงชน และ ข้อความ

ເຂົ້າຮ່ວມເປີດງານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສະຫາກໍາ ແລະ ການຄ້າ, ທ່ານ ຫງວຽນ ວັນ ຈຸງ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາ 4 ແຂວງພາກໃຕ້ລາວ. ມີກົງສູນໃຫຍ່ແຫ່ງ ສປປ ລາວ ປະຈຳຣາຊະອານາຈັກກໍາປູເຈຍ, ກົງສຸນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ປະຈໍາ 5 ແຂວງພາກໃຕ້ລາວ ພ້ອມດ້ວຍການນໍາແຂວງຕ່າງໆ ຈາກ 4 ປະເທດ ໃນເຂດສາມຫຼ່ຽມພັດທະນາ ເຂົ້າຮ່ວມ.

ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ລາຍງານວ່າ: ງານວາງສະແດງ ແລະ ຈໍາໜ່າຍສິນຄ້າ ຄັ້ງນີ້ ຈະດໍາເນີນໄປເປັນເວລາ 3 ວັນ ຄື: ວັນທີ 10 – 12 ເມສາ 2024, ໃນງານ ມີຫ້ອງວາງສະແດງສິນຄ້າ 60 ຫ້ອງ ມີ 95 ຫົວໜ່ວຍ; ໃນນັ້ນ, ຫົວໜ່ວຍທຸລະກິດຂອງ ສປປ ລາວ 48 ຫົວໜ່ວຍ, ຫົວໜ່ວຍທຸລະກິດຂອງ ສສ ຫວຽດນາມ 45 ຫົວໜ່ວຍ, ຫົວໜ່ວຍທຸລະກິດຂອງ ຣາຊະອານາຈັກໄທ 1 ຫົວໜ່ວຍ, ຫົວໜ່ວຍທຸລະກິດຂອງ ຣາຊະອານາຈັກກຳປູເຈຍ 1 ຫົວໜ່ວຍ ເຊິ່ງໄດ້ແບ່ງອອກເປັນ 2 ເຂດຄື: ເຂດອາຫານ, ເຄື່ອງດື່ມ ແລະ ຟັງເພງ (Folksong) ຈໍານວນ 10 ຫ້ອງ; ເຂດສິນຄ້າທີ່ເປັນທ່າແຮງຂອງແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຈໍານວນ 50 ຫ້ອງ.

อาจเป็นรูปภาพของ 5 คน, แท่นบรรยาย และ ข้อความพูดว่า "ycTblm И งามวางสะแดง และ จำบง่ายสิมถ้า เพิ่งสั่งเสิม ทามถ้า, ภางลังทืม และ ทามท่องทว ตามแลวทาๆเสดทะทิด ตะเว้ม99ภ-ตาเว้มติท 99 พากใต้ ลาว ลาว-ขาวรถมาม-ทำปูเจย-ไข ที่ สระบบามกิลา แลว) จำปาสัท, วัมหิ 09-12 12 เรรา 2024 Trade for Promoti Trade, Investm and Touris Fast-We suth ast-Welebuth.Econom outhEconom Econom orrido Lags-V am- am-Combo sak akStad mong Thailand"

ໃນນີ້ຫ້ອງວາງສະແດງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ (ໂອດ໋ອບ) ພາຍໃນແຂວງຈໍາປາສັກ ຈໍານວນ 11 ຫ້ອງ, ຈາກ 1 ນະຄອນ ແລະ 9 ເມືອງ; ຫ້ອງວາງສະແດງສະມາຄົມຫັດຖະກຳແຂວງ ຈໍານວນ 3 ຫ້ອງ; ຫ້ອງວາງສະແດງສະມາຄົມທຸລະກິດແມ່ຍິງແຂວງ ຈໍານວນ 2 ຫ້ອງ; ສະຫະກອນຕຳແຜນແພໄໝ ບ້ານສະຜ່າຍ 1 ຫ້ອງ; ພະແນກຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ 1 ຫ້ອງ; ຫ້ອງວາງສະແດງໂຮງງານອຸດສາຫະກຳປຸງແຕ່ງພາຍໃນແຂວງ, ປະກອບມີໂຮງງານຜະລິດທໍ່ PE ຫົງຄຳ, ບໍລິສັດສຸກຈະເລີນຟາມ, ຕ໋ອງການກະເສດ ຈໍານວນ 4 ຫ້ອງ; ຫ້ອງຂາຍເຄື່ອງທົ່ວໄປ ຈໍານວນ 3 ຫ້ອງ. ຫ້ອງວາງສະແດງຕ່າງປະເທດ ມີຈໍານວນ 20 ຫ້ອງ; ໃນນັ້ນ ສສ ຫວຽດນາມ 16 ຫ້ອງ, ຣາຊະອານາຈັກໄທ 2 ຫ້ອງ, ຣາຊະອານາຈັກກຳປູເຈຍ 2 ຫ້ອງ, ຫ້ອງວາງສະແດງຕ່າງແຂວງ ມີຈໍານວນ 5 ຫ້ອງ ຄື: ແຂວງສາລະວັນ, ແຂວງເຊກອງ, ແຂວງ ອັດຕະປື, ແຂວງສະຫວັນນະເຂດ ແລະ ແຂວງບໍລິຄໍາໄຊ ແຂວງລະ 1 ຫ້ອງ.

ພິເສດ, ພາຍໃນງານຍັງມີກິດຈະກໍາຂາຍອາຫານ, ດົນຕີເສບສົດ (Folksong) ແລະ ກິດຈະກໍາອື່ນໆໃນແຕ່ລະຄໍ່າຄືນ ທີ່ໄດ້ຈັດຂຶ້ນ ໄປຄຽງຄູ່ກັບງານວາງສະແດງ ແລະ ຈໍາໜ່າຍສິນຄ້າ. ຈຸດປະສົງ ກໍເພື່ອຕ້ອນຮັບຂໍ່ານັບຊົມເຊີຍກອງປະຊຸມຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອຊຸກຍູ້ແລວທາງເສດຖະກິດ ຕາເວັນອອກ – ຕາເວັນຕົກ ແລະ ເຂດສາມຫຼ່ຽມພັດທະນາ 4 ປະເທດ ຄື: ກໍາປູເຈຍ – ລາວ – ໄທ – ຫວຽດນາມ. ນອກນີ້ ກໍເພື່ອແນ່ໃສ່ຊຸກຍູ້, ສົ່ງເສີມການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຕາມແລວທາງເສດຖະກິດ ຕາເວັນອອກ – ຕາເວັນຕົກ ແລະ ເຂດສາມຫຼ່ຽມພັດທະນາ ດັ່ງກ່າວ ທັງເປັນການໂຄສະນາ ຜະລິດຕະພັນສິນຄ້າຂອງແຂວງ, ກະຕຸ້ນການຕະຫຼາດ ຢູ່ພາຍໃນໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນ, ເຮັດໃຫ້ຜູ້ຜະລິດ ແລະ ຜູ້ປະກອບກາານ, ຫົວ ໜ່ວຍທຸລະກິດ ໄດ້ແລກປ່ຽນສິນຄ້າ, ບົດຮຽນເຊິ່ງກັນ ແລະ ກັນ ນັບແຕ່ດ້ານການປຸງແຕ່ງ, ການຜະລິດ, ການອອກແບບ ແລະ ອື່ນໆ.

ຈາກນັ້ນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີແຫ່ງ, ລັດຖະມົນຕີກະຊວງການຕ່າງປະເທດ,  ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງ ຈໍາປາສັກ ພ້ອມດ້ວຍການນໍາທີ່ເຂົ້າຮ່ວມງານ ກໍໄດ້ຮ່ວມກັນຕັດແຖບຜ້າເປີດງານ ເພື່ອເປັນນິມິດໝາຍອັນດີ ແລະ ເປັນສິລິມຸງຄຸນ ພ້ອມທັງທ່ຽວຊົມ ຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າ ຕື່ມອີກ.

ຂ່າວ – ຮູບ: ທູນທອງໃຈ