ຕະຫຼາດໂນນຄໍ້ ເອົາໃຈໃສ່ຈັດສັນແມ່ຄ້າ ເຂົ້າຂາຍເຄື່ອງປົກກະຕິ ໄລຍະບຸນປີໃໝ່

121

ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນເປັນຕະຫຼາດໃຫຍ່ ແລະ ມີລູກຄ້າເຂົ້າມາຊື້-ຂາຍສິນຄ້າໃນແຕ່ລະວັນຈໍານວນຫຼາຍ. ທາງຕະຫຼາດ ຈິ່ງໄດ້ເອົາໃຈໃສ່ຈັດສັນແມ່ຄ້າເຂົ້າຂາຍເຄື່ອງເປັນປົກກະຕິໄລຍະສະເຫຼີມສະຫຼອງປີໃໝ່ລາວ ເພື່ອສະໜອງສິນຄ້າໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

อาจเป็นรูปภาพของ 2 คน

ທ່ານ ວຽງຄໍາ ລໍວັນໄຊ ຫົວ ໜ້າຈັດສັນຕະຫຼາດໂນນຄໍ້ ກ່າວວ່າ: ການຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດຮອງຮັບໃນໄລຍະບຸນປີໃໝ່າລາວ ພວກເຮົາໄດ້ເຂັ້ມງວດ ແລະ ກຽມຄວາມພ້ອມຮອບດ້ານ ສິນຄ້າອຸປະໂພກ – ບໍລິໂພກແມ່ນຈັດຕັ້ງປະຕິບັດຕາມຄໍາສັ່ງເລກທີ 0506 ລົງວັນທີ 25 ມີນາ 2024, ອີງໃສ່ການແຈ້ງການ ຂອງພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າຢ່າງເດັດຂາດ.

ທ່ານກ່າວວ່າ: ຊີ້ນໝູປະເພດ1 ຂາຍລາຄາ 78 ພັນກີບ, ປະເພດ 2 ລາຄາ 73 ພັນກີບ ຕາມລໍາດັບ;  ສ່ວນເຂົ້າສານ, ເຄື່ອງບໍລິໂພກອື່ນແມ່ນລາຄາປົກກະຕິ. ຫາກພົບເຫັນມີຊາວຄ້າຂາຍສວຍໂອກາດກັກຕຸນສິນຄ້າ ກິນກໍາໄລ ແມ່ນຈະໄດ້ປັບໃໝ່ນັບແຕ່ 1 ລ້ານກີບຂຶ້ນໄປ.

อาจเป็นรูปภาพของ 8 คน

ໃນໄລຍະບຸນປີໃໝ່ລາວ ພວກເຮົາໄດ້ມີການຈັດສັນໃຫ້ຊາວຄ້າຂາຍໝູນວຽນກັນເຂົ້າມາຂາຍເພື່ອບໍ່ໃຫ້ແມ່ຄ້າປະໂຕະວ່າງ ໂດຍໃຫ້ມີການລົງທະບຽນໄວ້ໃນໄລຍະບຸນປີໃໝ່ລາວ ຖ້າແມ່ມາຂາຍບໍ່ ໄດ້ກໍໃຫ້ລູກມາປ່ຽນກັນ ທັງນີ້ເພື່ອເຮັດໃຫ້ການຊື້-ຂາຍ ມີຄວາມຕໍ່ເນື່ອງ ສະໜອງສິນຄ້າໃຫ້ສັງຄົມໄດ້ຢ່າງພຽງພໍ.

ທ່ານຍັງຝາກເຖິງຜູ້ມາຊື້ສິນຄ້າ ຖ້າພົບເຫັນສິນຄ້າທີ່ຂາຍບໍ່ໄດ້ຄຸນນະພາບໃຫ້ແຈ້ງເຈົ້າໜ້າທີ່ຈັດສັນທັນທີ ເພື່ອບໍ່ໃຫ້ມີການເອົາປຽບກັນ. ສົມມຸດວ່າ ຜູ້ຊື້ເຂົ້າປຸ້ນ ເມືອບໍລິໂພກ ເຊິ່ງທາງເທິງແມ່ນເຂົ້າປຸ້ນດີ ແຕ່ທາງລຸ່ມພັດບໍ່ດີ ເສຍຄຸນນະພາບ ແມ່ນໃຫ້ມາແຈ້ງເຈົ້າໜ້າທີ່ຈັດສັນ ເຊີນແມ່ຄ້າທີ່ຂາຍ ຫຼື ໂຮງງານຜະລິດມາປັບໃໝ;  ສິນຄ້າອື່ນໆກໍເຊັ່ນດຽວກັນ ເຊິ່ງທັງໝົດນີ້ແມ່ນເປົ້າໝາຍຂອງຕະຫຼາດພວກເຮົາ ແລະ ກໍໄດ້ແນະນໍາຊາວຄ້າຂາຍເປັນປະຈໍາ ເພື່ອເຮັດໃຫ້ການບໍລິການ ແລະ ສິນຄ້າມີຄຸນນະພາບ.

ຕະຫຼາດໂນນຄໍ້ເປີດໃຫ້ບໍລິການທຸກວັນນັບແຕ່ 5:00-18:00ໂມງ  ມີທັງໝົດ 659ໂຕະ  ແລະ 159 ຮ້ານ.

ສໍາລັບ ລາຄາຂາຍສິນຄ້າໃນຕະຫຼາດ ໂນນຄໍ້ ວັນທີ 11 ເມສາ 2024 ຊີ້ນໝູ 75.000 ກີບ/ກິໂລກຣາມ, ປານິນກະຊັງ 45.000 ກີບ/ກິໂລກຣາມ, ຜັກກາດຂາວ 7.000 ກີບ/ກິໂລກຣາມ, ຜັກກະລໍ່າ 5.000 ກີບ/ກິໂລກຣາມ, ຜັກບົ້ງ 6.000 ກີບ/ກິໂລກຣາມ, ຜັກຫົມ 12.000 ກີບ/ກີໂລກຣາມ.