ຈະສຶກສາຄວາມເປັນໄປໄດ້ ການພັດທະນາສວນອຸທິຍານຄົບວົງຈອນ ຢູ່ແຂວງອັດຕະປື

155

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດ ຄວາມເປັນໄປໄດ້ ໂຄງການສໍາປະທານເນື້ອທີ່ດິນ ພັດທະນາສວນວັດທະນະທຳບັນດາເຜົ່າ, ສວນນໍ້າຄົບວົງຈອນ (ສວນອຸທິຍານຄົບວົງຈອນ ຕິດພັນແຫຼ່ງທ່ອງທ່ຽວແຫ່ງໃໝ່) ເຂດດົງຫົວຊ້າງ ບ້ານໄຊສີ ເມືອງໄຊເສດຖາ; ພັດທະນາສວນສາທາລະນະ ຕິດພັນກັບການບໍລິການ ຢູ່ແຄມຝັ່ງແມ່ນໍ້າເຊກອງ ເມືອງສາມັກຄີໄຊ ແລະ ໂຄງການປູກກາເຟ, ປູກມອນລ້ຽງມ້ອນ ເຂດເມືອງຊານໄຊ ແລະ ເມືອງສະໜາມໄຊ ມີຂຶ້ນໃນວັນທີ 9 ເມສາ 2024 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງ.

อาจเป็นรูปภาพของ 16 คน, แท่นบรรยาย และ ข้อความ

ຕາງໜ້າເຊັນໂດຍ ທ່ານ ສູນນະຄອນ ແກ້ວວຽງຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ກັບ ທ່ານ ນາງ ກິ່ງສຸດາ ມິ່ງສະໜອນ ອຳນວຍການວິສາຫະກິດ ສວນບຸກຄົນ ເດິປາຊີຟິກ ໂດຍມີທ່ານ ພົທ ວັນທອງ ກອງມະນີ ເຈົ້າແຂວງ ອັດຕະປື ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນບົດບັນທຶກຄັ້ງນີ້ ກໍເພື່ອດໍາເນີນການຮ່ວມມືສໍາຫລວດອອກແບບຄວາມເປັນໄປໄດ້ ແລະ ກ້າວສູ່ການລົງທຶນພັດທະນາໂຄງການ ເພື່ອສ້າງແຂວງອັດຕະປື ກາຍເປັນສູນກາງດ້ານການທ່ຽວທຳມະຊາດ-ວັດທະນະທຳ ຕິດພັນກັບການອະນຸລັກສິ່ງແວດລ້ອມ, ການຜະລິດທາງກະສິກຳ ແລະ ການບໍລິການຢູ່ແຄມຝັ່ງສາຍນ້ຳເຊກອງ ເຊື່ອໝັ້ນວ່າບໍລິສັດ ຈະພັດທະນາຕາມເຈດຈຳນົງນັ້ນ ແລະ ຈະສືບຕໍ່ພັດທະນາໂຄງການສຳເລັດຕາມເປົ້າໝາຍ.

ຂ່າວ: ມັດສາ