ໄຂເວທີປາໄສເສດຖະກິດໂລກຢູ່ ຊາອຸດິ ອາຣັບບີ

15

ເວທີປາໄສເສດຖະກິດໂລກ (WEF) ໄຂຂຶ້ນໃນວັນທີ 28 ເມສາ ຢູ່ນະຄອນ ຣິຢາດ ປະເທດ ຊາອຸດິ ອາຣັບບີ ດ້ວຍການເຂົ້າຮ່ວມຂອງນັກການເມືອງ ແລະ ນັກຊ່ຽວຊານເສດຖະກິດຈາກ 90 ປະເທດ ແລະ ອົງການຈັດຕັ້ງສາກົນ. ດ້ວຍຫົວຂໍ້ “ການຮ່ວມມືທົ່ວໂລກ, ເຕີບໂຕ ແລະ ພະລັງງານໃຫ້ແກ່ການພັດທະນາ”, ເວທີປາໄສສຸມໃສ່ປຶກສາຫາລືບາງບັນຫາພົ້ນເດັ່ນທົ່ວໂລກ ໃນບັນດາຂົງເຂດເສດຖະກິດ, ການເມືອງ, ການປ່ຽນແປງຂອງດິນຟ້າອາກາດ, ກູ້ໄພກູ້ຊີບມະນຸດສະທຳ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความพูดว่า "w컷크 SPA WORLD ECONOMIC FORUM 一 NR"

ຕາມ WEF ແລ້ວ, ເວທີປາໄສສຸມໃສ່ຊຸກຍູ້ “ຈິນຕະນາການສຳຜັດກ້າວໜ້າ” ສຳລັບບັນດາວິກິດການທີ່ມີສ່ວນກ່ຽວຂ້ອງ, ພ້ອມທັງຮັກສາການສຳຜັດຕົວຈິງກ່ຽວກັບບັນດາ       “ການແລກປ່ຽນໃນໄລຍະສັ້ນ”.

ເວທີປາໄສ ກໍສຸມໃສ່ມານະພະຍາຍາມຮັດແຄບການຈຳແນກນັບມື້ເພີ່ມຂຶ້ນລະຫວ່າງໃຕ້ ແລະ ເໜືອຂອງໂລກ ໃນບາງຂົງເຂດພົ້ນເດັ່ນຄືນະໂຍບາຍເສດຖະກິດ, ການຫັນປ່ຽນພະລັງງານ ແລະ ບັນດາບັນຫາເກີດຂຶ້ນກ່ຽວກັບດ້ານພູມສາດການເມືອງ.

ໃນບົດຖະແຫຼງຂ່າວທາງສື່ມວນຊົນ, ທ່ານປະທານ WEF ເນັ້ນໜັກວ່າ: ດ້ວຍບັນດາ ຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ຄວາມແຕກຕ່າງກັນດ້ານເສດຖະກິດ – ສັງຄົມນັບມື້ນັບເລິກເຊິ່ງໃນຂອບເຂດທົ່ວໂລກ, ການຮ່ວມມືສາກົນ ແລະ ການໂອ້ລົມສົນທະນາມີຈຸດປະສົງພວມກາຍເປັນຮີບດ່ວນຍິ່ງກວ່າເວລາໃດໝົດ.