ຕັດບັນຫາໃຊ້ທາງຫຼວງມາເປັນສ່ວນຕົວ, ຫຼ້າສຸດນະຄອນຫຼວງອອກແຈ້ງການຫ້າມແລ້ວ

107

ຖືວ່າເປັນປະເດັນຮ້ອນແຮງໃນສື່ສັງຄົມອອນລາຍກໍລະນີ ບຸກຄົນສະຫງວນພື້ນທີ່ສາທາລະນະໄວ້ໃຊ້ເອງ ຊຶ່ງຄວາມຈີງແລ້ວບັນຫານີ້ບໍ່ແມ່ນຫາກໍ່ເຄີຍເກີດ ແຕ່ຢູ່ຕາມສາຍທາງຕ່າງໆກໍ່ມີການຕິດປ້າຍໄປທົ່ວ ຕ່າງແຕ່ວ່າບໍ່ຮ້າຍແຮງເຖິງຂັ້ນມາໄລ່ເທົ່ານັ້ນເອງ ສະນັ້ນ ເພື່ອຕັດບັນຫາການອ້າງໃຊ້ພື້ນທີ່ຖະໜົນທີ່ລັດສ້າງໄວ້ ເພື່ອຄອບຄົວ, ທຸລະກິດ ຫຼື ເພື່ອຈັດງານຕ່າງໆຕາມລຳພັງໃຈ ພະແນກໂຍທາທິການ ແລະຂົນສົ່ງຈຶ່ງໄດ້ອອກແຈ້ງການໃນມື້ນີ້ຫ້າມໃນທຸກເຫດຜົນ.

No photo description available.

ໃນແຈ້ງການລະບຸວ່າ ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ, ຕິດປ້າຍຫ້າມຈອດເອງ, ຕິດປ້າຍ ໂຄສະນາ, ວາງເຄື່ອງຫມາຍ, ວາງເຄື່ອງຂາຍ, ຈັດພິທີຕາມເສັ້ນທາງ, ຢູ່ເທິງທາງ ຍ່າງ ແລະ ເຂດສະຫງວນຂອງທາງ ໂດຍບໍ່ໄດ້ຮັບອະນຸຍາດ.
ອີງຕາມ ຂໍ້ຕົກລົງຂອງ ເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສະບັບເລກທີ 444/ຈນວ, ລົງວັນທີ 07 ເມສາ 2024; ອີງຕາມ ດໍາລັດ ກົດຈະລາຈອນທາງບົກ ສະບັບ ເລກທີ 615/ ສພຊ ລົງວັນທີ 12 ທັນວາ 2012;
ອີງຕາມ ຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍມາດຕະການຫຼຸດຜ່ອນອຸປະຕິເຫດ ແລະ ການຮັກສາ ຄວາມປອດໄພຕາມຖະຫນົນທົ່ວ ນະຄອນຫຼວງວຽງຈັນ ສະບັບເລກທີ 1323/ຈນວ, ລົງວັນທີ 21 ທັນວາ 2018; ອີງຕາມ ຂໍ້ຕົກລົງຂອງ ເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍ ການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວ ເມືອງ ແລະ ຊານເມືອງ ສະບັບເລກທີ 1184/ຈນວ, ລົງວັນທີ 20 ທັນວາ 2017; ອີງຕາມກົດຫມາຍທາງຫຼວງ (ສະບັບປັບປຸງ) ເລກທີ 03/ສພຊ, ລົງວັນທີ 08 ພະຈິກ 2016.

No photo description available.
ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຄ້າຂາຍ ໃນທົ່ວ ນະຄອນຫຼວງວຽງຈັນ ຮັບຊາບກ່ຽວກັບ ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕິດປ້າຍຕັ້ງປ້າຍຫ້າມຈອດເອງ ຫຼື ວາງຈວຍ ໃສ່ຂອບເຂດສະຫງວນທາງ, ຕິດປ້າຍ ໂຄສະນາ, ວາງເຄື່ອງຫມາຍ, ວາງເຄື່ອງຂາຍ, ຈັດພິທີຕາມເສັ້ນທາງ ຢູ່ເທິງທາງຍ່າງ ຫຼື ເຂດສະຫງວນຂອງທາງ ໂດຍບໍ່ໄດ້ຮັບອະນຸຍາດຈາກພາກລັດ ຖ້າພົບເຫັນມີການລະເມີດ ຈະຖືກປັບໃຫນຕາມກົດຫນາຍ ແລະ ລະບຽບ ການ ກ່ຽວກັບການຈະລາຈອນທາງບົກ. ເພື່ອອໍານວຍຄວາມສະດວກ ໃນການນໍາໃຊ້ພາຫະນະຕາມເສັ້ນທາງ ບົກ ໃຫ້ມີຄວາມສະດວກ, ໂລ່ງລ່ຽນ ແລະ ປອດໄພ.

May be an illustration of text