ອາເມຣິກາ – ສ.ເກົາຫຼີ ເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳຊິບ

17

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 25 ເມສາ ຜ່ານມາ, ທ່ານ ຣາມິນ ໂທລຸຍ ຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ໄດ້ເດີນທາງຢ້ຽມຢາມນະຄອນຫຼວງເຊອູນ ສ.ເກົາຫຼີ ແລະ ພົບປະເຈລະຈາກັບທ່ານ ຢັງ ຢອງ ເນ ຜູ້ຊ່ວຍລັດຖະມົນຕີກະຊວງອຸດສາຫະກຳ, ການຄ້າ ແລະ ຊັບພະຍາກອນທຳມະຊາດ ສ.ເກົາຫຼີ ເພື່ອປຶກສາຫາລືກ່ຽວກັບການຮ່ວມມື ແລະ ເພີ່ມທະວີການລົງທຶນຂອງສອງປະເທດ ໃນອຸດສາຫະກໍາຊິບເຊມິຄອນດັກເຕີ.

อาจเป็นรูปภาพของ 1 คน

ໃນການພົບປະ, ທ່ານ ຢັງ ຢອງ ເນ ກ່າວວ່າ: ຄວາມສາມາດໃນການຜະລິດຊິບຂັ້ນສູງຂອງບັນດາວິສາຫະກິດ ສ.ເກົາຫຼີ ແລະ ຄວາມສາມາດດ້ານນະວັດຕະກຳຂອງວິສາຫະກິດ ອາເມຣິກາ ຈະຊຸກຍູ້ການຮ່ວມມືສົມທົບກັນໃນຂົງເຂດອຸດສາຫະກຳກ້າວໜ້າຂັ້ນສູງ ແລະ ຕ່ອງໂສ້ການສະໜອງລະຫວ່າງສອງປະເທດໄດ້ເປີດກວ້າງຂະຫຍາຍຕົວ. ເມື່ອບໍ່ດົນມານີ້, ມີບັນດາວິສາຫະກິດ ສ.ເກົາຫຼີ ໄດ້ລົງທຶນ ຢູ່ອາເມຣິກາ ເປັນຈຳນວນຫຼວງຫຼາຍ.

ນອກຈາກນັ້ນ, ທ່ານ ຢັງ ຢອງ ເນ ໄດ້ຮຽກຮ້ອງການສະໜັບສະໜູນຈາກວໍຊິງຕັນ ເຊັ່ນ: ເງິນອຸດ ໜູນພາຍໃຕ້ກົດໝາຍວ່າດ້ວຍຊິບ ແລະ ວິທະຍາສາດ ເພື່ອໃຫ້ວິສາຫະກິດ ສ.ເກົາຫຼີ ສາມາດລົງທຶນໃນອາເມຣິກາໄດ້ຢ່າງຄ່ອງແຄ້ວ ດ້ວຍເປົ້າໝາຍລວມເພື່ອເສີມສ້າງລະບົບການສະໜອງຊິບທົ່ວໂລກ.

ສ່ວນທ່ານ ຣາມິນ ໂທລຸຍ ຕີລາຄາວ່າ: ການຮ່ວມມືລະຫວ່າງ ເຊອູນ ກັບ ວໍຊິງຕັນ ໄດ້ຮັບການເພີ່ມທະວີບໍ່ພຽງແຕ່ໃນລະດັບລັດຖະບານເທົ່ານັ້ນ ຫາກຍັງແມ່ນພາກເອກະຊົນອີກດ້ວຍ. ອາເມຣິກາ ຈະພິຈາລະນາເນື້ອໃນຂໍ້ສະເໜີຂອງຝ່າຍ ສ.ເກົາຫຼີ ຢ່າງຮອບຄອບ.