ອຄ ແຂວງໄຊສົມບູນລົງຕິດຕາມກວດກາ ລາຄາສິນຄ້າ

66

ທ່ານ ພາທໍ່ ຕົ່ງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊສົມບູນພ້ອມດ້ວຍ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງອະນຸວົງ ໄດ້ລົງຊຸກຍູ້, ຕິດຕາມ-ກວດກາ ລາຄາສິນຄ້າຢູ່ຕະຫຼາດແຂວງໄຊສົມບູນ ໃນຕອນເຊົ້າວັນທີ 10 ເມສາ 2024.

ການລົງຊຸກຍູ້, ຕິດຕາມ-ກວດກາ ໃນຄັ້ງນີ້ແມ່ນເພື່ອເປັນການແນະນຳໃຫ້ຜູ້ປະກອບການເອົາໃຈໃສ່ຈັດຕັ້ງປະຕິບັດຕາມລະບຽບທີ່ຂັ້ນເທິງໄດ້ກຳນົດໄວ້ ກໍຄືການປະຕິບັດຕາມແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0255/ພອຄ ວ່າດ້ວຍການຂໍຄວາມຮ່ວມມື ຈາກຜູ້ປະກອບການພາຍໃນຕະຫຼາດເຊັ່ນ: ຜູ້ຜະລິດ, ຜູ້ນຳເຂົ້າ, ຜູ້ສົ່ງອອກ ແລະ ຜູ້ຈຳໜ່າຍ ຫ້າມບໍ່ໃຫ້ສວຍໃຊ້ໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈໃນເທສະການຕ່າງໆປະຈຳປີ.

ການລົງຕິດຕາມ-ກວດກາລາຄາສິນຄ້າຄັ້ງນີ້ ກໍເພື່ອຄຸ້ມຄອງບໍ່ໃຫ້ສິນຄ້າມີການເໜັງຕີງໃນໄລຍະບຸນປີໃໝ່ລາວທີ່ໃກ້ຈະມາເຖິງນີ້, ພ້ອມນັ້ນຍັງຖືໂອກາດນີ້ ກວດກາຊິງຊັ່ງຂອງບັນດາຮ້ານຄ້າພາຍໃນຕະຫຼາດ.

อาจเป็นรูปภาพของ 7 คน และ ข้อความ

ຜ່ານການລົງກວດກາເຮັດວຽກຕົວຈິງໃນຄັ້ງນີ້ ເຫັນວ່າແມ່ຄ້າຊາວຂາຍສ່ວນໃຫຍ່ແມ່ນມີຄວາມເອົາໃຈໃສ່ຕໍ່ລະບຽບການ ແລະ ແຈ້ງການທີ່ຂັ້ນເທິງໄດ້ວາງອອກ ຊຶ່ງສະແດງອອກໃນການຕິດຕາມກວດກາ ລາຄາສິນຄ້າພົບວ່າຢູ່ໃນເກນປົກກະຕິ; ໃນນັ້ນ ລາຄາຊີ້ນໝູ 75.000-78.000 ກີບ/ກິໂລ, ຊີ້ນງົວ 110.000-120.000 ກີບ /ກິໂລ, ເຂົ້າສານໜຽວ 21.000-22.000ກີບ/ກິໂລ, ໄກ່ພັນໄຂ່ 55.000-75.000 ກີບ/ໂຕ, ໄກ່ລາດ 120.000-130.000/ກິໂລ ແລະ ສິນຄ້າອື່ນໆກໍມີລາຄາມຕາມເກນປົກກະຕິ.

ໂອກາດດຽວກັນນີ້ ຍັງສາມາດກວດກາຊິງຊັ່ງໄດ້ຈຳນວນ 35 ໜ່ວຍ ຊຶ່ງຜ່ານການກວດກາເຫັນວ່າແມ່ນຢູ່ໃນເກນມາດຕະຖານທີ່ເຈົ້າໜ້າທີ່ໄດ້ກຳນົດໄວ້.

ນອກນີ້ ຄະນະຍັງໄດ້ແນະນຳໃຫ້ແມ່ຄ້າຊາວຂາຍຕິດປ້າຍລາຄາສິນຄ້າ ເພື່ອອຳນວຍຄວາມສະດວກໃນການຊື້ຂາຍຕື່ມອີກ.