ເອກະຊົນຈະສຶກສາຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ຶອງປ່າຂອງດົງ ຢູ່ອັດຕະປື

16

ໃນວັນທີ 26 ເມສາ 2024 ບໍລິສັດ ເອບີເຄຫາ-ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ ແລະ ອົງການປົກຄອງແຂວງອັດຕະປື ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ຶອງປ່າຂອງດົງ (ເຂດປ່າໜາກຈອງ), ການປູກໄມ້ກະຖິນ-ຕົ້ນວິກ (ສັບບົດ) ແລະ ປູກເຂົ້າ ຢູ່ 5 ເມືອງຄື: ສາມັກຄີໄຊ, ໄຊເສດຖາ, ຊານໄຊ, ພູວົງ ແລະ ເມືອງສະໜາມໄຊ ແຂວງອັດຕະປື.

May be an image of 11 people, dais and text

ຕາງໜ້າເຊັນໂດຍທ່ານ ສູນນະຄອນ ແກ້ວວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ແລະ ທ່ານ ບຸນປະເສີດ ສີລິວັດ ອຳນວຍບໍລິສັດ ເອບີເຄຫາ-ກໍ່ສ້າງຂົວທາງ ຈໍາກັດຜູ້ດຽວ, ມີທ່ານ ຫັດສະໄນ ສີບຸນເຫລືອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ເພັດມີໄຊ ຊາພັກດີ ເຈົ້າເມືອງສາມັກຄີໄຊ, ທ່ານ ອາພີເດດ ໄພສະຫວັດ ຮອງປະທານບໍລິສັດ, ທ່ານ ສີວີໄລ ສີສະແຫວງສຸດເຈົ້າເມືອງໄຊເສດຖາ, ທ່ານ ທິດສະຫັວນ ໄຊຍະແສງ ຮອງເຈົ້າເມືອງພູວົງ, ທ່ານ ບົວລາ ພັນມີໄຊ ຮອງເຈົ້າເມືອງຊານໄຊ, ທ່ານ ສົມໄຊ ສູລິຍະວົງ ຮອງເຈົ້າເມືອງສະໜາມໄຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

May be an image of 12 people, dais and text
ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ກໍເພື່ອພັດທະນາເສດຖະກິດ ແລະ ເພື່ອສົ່ງເສີມການວຽກງານກະສີກຳ ແລະ ປ່າໄມ້ ດ້ານການປູກຝັງ-ລ້ຽງສັດ ເພືີ່ອຮັບປະກັນຄວາມໜັ້ນຄົງທາງດ້ານການສະໜອງສະບຽງອາຫານ ໃຫ້ມີຄວາມຢືນຍົງ ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ທັງເປັນການສ້າງວຽກເຮັດງານທໍາ ໃຫ້ປະຊາຊົນຢູ່ເຂດພື້ນທີ່ໂຄງການນຳອີກ. ນອກຈາກນີ້, ກໍເພື່ອສຶກສາສຳຫລວດຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ຶອງປ່າຂອງດົງ (ເຂດປ່າໜາກຈອງ), ການປູກໄມ້ກະຖິນ-ຕົ້ນວິກ (ສັບບົດ) ແລະ ປູກເຂົ້າ ຢູ່ແຂວງອັດຕະປື ເພື່ອຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

May be an image of 14 people, dais and text

ການສຶກສາສຳຫລວດຄວາມເປັນໄປໄດ້ ໃນການຄຸ້ມຄອງເຄື່ຶອງປ່າຂອງດົງ (ເຂດປ່າໜາກຈອງ) ແມ່ນເຫັນດີໃຫ້ດຳເນີນການສຳຫລວດຄວາມເປັນໄປໄດ້ ໃນຂອບເຂດທີ່ດິນ 3 ປະເພດປ່າ (ເຂດທີ່ດິນປ່າປ້ອງກັນ, ເຂດທີ່ດິນປ່າສະຫງວນ ແລະ ເຂດທີ່ດິນປ່າຜະລິດ) ເທົ່ານັ້ນ, ເຊິ່ງມີໄລຍະເວລາ 18 ເດືອນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ຂ່າວ: ວັດທະນາ