ບໍລິສັດໄບແດນ ຍື່ນຟ້ອງ ທຣຳ ກໍລະນີສັ່ງຫ້າມໃຊ້ແອັບຕິກຕ໊ອກ

96

ບໍລິສັດໄບແດນ ( Byte Dance ) ຂອງ ສປ ຈີນ ເຊິ່ງເປັນເຈົ້າຂອງແອັບພລິເຄຊັນຕິກຕ໊ອກ ( TikTok ) ກຽມຍື່ນຟ້ອງຮ້ອງຕໍ່ສານ ກໍລະນີທີ່ປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດອາເມຣິກາ ອອກຄຳສັ່ງຫ້າມປະຊາຊົນຕະຫຼອດຮອດໜ່ວຍງານອົງການຕ່າງໆຂອງອາເມຣິກາໃຊ້ແອັບຕິກຕ໊ອກ ເຊິ່ງຈະມີຜົນຕັ້ງແຕ່ກາງເດືອນກັນຍາເປັນຕົ້ນໄປ ຍົກເວັ້ນແຕ່ບໍລິສັດໄບແດນຈະຍອມຂາຍແອັບດັ່ງກ່າວໃຫ້ແກ່ບໍລິສັດຂອງອາເມຣິກາ.

ບໍລິສັດໄບແດນ ລະບຸວ່າລັດຖະບານສະຫະລັດອາເມຣິກາ ພາຍໃຕ້ການນຳຂອງປະທານາທິບໍດີ ທຣຳ ບໍ່ຍອມຮັບຟັງຄວາມເປັນຈິງ. ດັ່ງນັ້ນ, ບໍລິສັດຈຶ່ງຈຳເປັນຍື່ນຟ້ອງຕໍ່ສານ ເພື່ອຕໍ່ຕ້ານຄຳສັ່ງດັ່ງກ່າວ ລວມທັງເປັນການປົກປ້ອງຜູ້ຊົມໃຊ້ໃນສະຫະລັດອາເມຣິກາ ເຊິ່ງມີຜູ້ນຳໃຊ້ປະມານ 80 ລ້ານຄົນ.

ນອກຈາກນີ້, ກຸ່ມຊາວຈີນ – ອາເມຣິກາ ໄດ້ຍື່ນຮ້ອງຟ້ອງຕໍ່ຄຳສັ່ງຂອງປະທານາທິບໍດີ ທຣຳ ທີ່ຫ້າມໃຊ້ແອັບພລິເຄຊັນ ວີແຊັດ ( WeChat ) ຂອງບໍລິສັດເທນເຊັນ ( Tencent ) ນຳອີກ.