ຫົວພັນໜັກໜ່ວງ ພາຍຸໝາກເຫັບສ້າງຄວາມເສຍຫາຍກວ່າ 300 ລ້ານ

236

ຂ່າວຈາກທ້ອງຖິ່ນລາຍງານວ່າເມື່ອວັນທີ 17 ເມສາ 2024 ຜ່ານມານີ້, ໄດ້ເກີດມີພາຍຸຝົນໝາກເຫັບຕົກຢ່າງໜັກ ຢູ່ບ້ານພຽງໄຄ້ ແລະ ບ້ານພຽງເກີນ ເມືອງວຽງໄຊ ແຂວງຫົວພັນ ສົ່ງຜົນກະທົບຕໍ່ອາຄານບ້ານເຮືອນ, ເຄື່ອງປູກຂອງຝັງ ແລະ ສັດລ້ຽງຂອງປະຊາຊົນ ລວມຜົນເສຍຫາຍເກືອບ 400 ລ້ານກີບ.

ອາດເປັນຮູບພາບຂອງ ລົດຈັກ ແລະ ສະກຸດເຕີ້
ຕາມການລາຍງານຂອງວິຊາການ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງວຽງໄຊ ໃນວັນທີ 26 ເມສາ 2024 ໃຫ້ຮູ້ວ່າ: ຫຼັງຈາກເກີດເຫດການດັ່ງກ່າວ, ທາງການນຳເມືອງວຽງໄຊ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ສະແດງຄວາມເປັນຫ່ວງເປັນໄຍຢ່າງຍິ່ງ ພ້ອມທັງໄດ້ສົ່ງພະນັກງານວິຊາການຈາກພາກສ່ວນກ່ຽວຂ້ອງລົງເຄື່ອນໄຫວເກັບກຳຂໍ້ມູນເບື້ອງຕົ້ນ ຮູ້ວ່າ: ບ້ານພຽງໄຄ້ມີ 46 ຄອບຄົວ, ມີພົນລະເມືອງທັງໝົດ 247 ຄົນ, ຍິງ 119 ຄົນ, ມີເຮືອນທີ່ມຸງດ້ວຍກະເບື້ອງ ແລະ ສັງກະສີ ຕົວຈິງທັງໝົດ 9,066 ແຜ່ນ, ກະເບື້ອງ ແລະ ສັງກະສີເສຍຫາຍຕົວຈິງທັງໝົດ 8,191 ແຜ່ນ. ໃນນັ້ນ, ມີຫ້ອງການບ້ານກະເບື້ອງ 99 ແຜ່ນ, ໂຮງຮຽນສັງກະສີ 30 ແຜ່ນ, ຄ້າຍທະຫານສັງກະສີ 140 ແຜ່ນ, ຄິດເປັນມູນຄ່າເສຍຫາຍ ທັງໝົດ 344 ລ້ານກວ່າກີບ.

ບໍ່ມີຄຳອະທິບາຍຮູບພາບ.
ບ້ານ ພຽງເກີນ ມີ 33 ຄອບຄົວ, ມີພົນລະເມືອງທັງໝົດ 195 ຄົນ, ຍິງ 103 ຄົນ, ກະເບື້ອງ ແລະ ສັງກະສີຕົວຈິງທັງໝົດ 4,200 ແຜ່ນ. ກະເບື້ອງ ແລະ ສັງກະສີເສຍຫາຍຕົວຈິງທັງໝົດ 953 ແຜ່ນ, ຄິດເປັນມູນຄ່າເສຍຫາຍ 45 ລ້ານກວ່າກີບ.
ປັດຈຸບັນ, ການນຳເມືອງວຽງໄຊກຳລັງຮ່າງແຜນງົບປະມານຂໍເຄື່ອງຊ່ວຍເຫຼືອຈາກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ສຳລັບຜູ້ທີ່ມີຈຸດປະສົງຢາກປະກອບສ່ວນຊ່ວຍເຫຼືອປະຊາຊົນ 2 ບ້ານທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດຄັ້ງນີ້ ກະລຸນາຕິດຕໍ່ພົວພັນຫ້ອງວ່າການເມືອງວຽງໄຊ ເບີໂທ 064 315 018.