ເລີ່ມແລ້ວພັດທະນາໂຄງການສິນເຊື່ອກາກບອນປ່າໄມ້ ໃນລາວ

134

ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບ ບໍລິສັດ ເອໄອດີຊີ ກຣີນ ຟໍເຣດ ຈໍາກັດຜູ້ດຽວ ພັດທະນາໂຄງການສິນເຊື່ອກາກບອນປ່າໄມ້ ເພື່ອເປົ້າໝາຍໃນການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ຊຸດໂຊມ ໃນຈໍານວນ 8 ປ່າ ເຊິ່ງມີເນື້ອທີ່ທັງໝົດ ປະມານ 1,4 ລ້ານເຮັກຕາ ເພື່ອສືບຕໍ່ພັດທະນາໂຄງການ ໃຫ້ໄປຕາມມາດຕະຖານເຕັກນິກສາກົນທີ່ວາງອອກ ເພື່ອກ້າວໄປສູ່ການຊື້-ຂາຍສິນເຊື່ອກາກບອນໃນຕໍ່ໜ້າ.

ພິທີເຊັນສັນຍາຮ່ວມມື (MOA) ພັດທະນາໂຄງການສິນເຊື່ອກາກບອນປ່າໄມ້ ຈັດຂຶ້ນໃນວັນທີ 5 ພຶດສະພາ 2024 ຢູ່ໂຮງແຮມຄຣາວພຣາຊາ ລະຫວ່າງ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ກຣີນ ຟໍເຣດ ຈໍາກັດຜູ້ດຽວ.

May be an image of 10 people, dais and text
ທ່ານ ພຶດສະພາ ພູມມະສັກ ປະທານບໍລິສັດ ເອໄອດີຊີ ກຣີນ ຟໍເຣດ ຈໍາກັດຜູ້ດຽວ ກ່າວວ່າ: ສໍາລັບໂຄງການສິນເຊື່ອກາກບອນປ່າໄມ້ ໃນເປົ້າໝາຍການຫຼຸດຜ່ອນການປ່ອຍທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ຊຸດໂຊມແມ່ນວຽກງານຍຸດທະສາດທີ່ສຳຄັນຂອງຊາດ ທີ່ບັນດາປະເທດໃນທົ່ວໂລກພວມເອົາໃຈໃສ່ ໃນການຫຼຸດຜ່ອນການທຳລາຍປ່າໄມ້ ອັນເປັນສາເຫດໜຶ່ງທີ່ເຮັດໃຫ້ມີການປ່ຽນແປງດິນຟ້າອາກາດ ໂຄງການດັ່ງກ່າວ ເປົ້າໝາຍແມ່ນເພື່ອແນ່ໃສ່ປະກອບສ່ວນຕໍ່ການປົກປັກຮັກສາ ພັດທະນາອະນຸລັກ ແລະ ຟື້ນຟູປ່າໄມ້ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ເພື່ອໃຫ້ສາມາດ ຊື້-ຂາຍສິນເຊື່ອກາກບອນປ່າໄມ້ຕາມກົນໄກຕະຫຼາດ ພາຍໃນ ແລະ ສາກົນ.
ຂອບໃຈຂ່າວ: ວຽງຈັນທຸລະກິດ-ສັງຄົມ.